ຕົ້ນໄມ້ ແລະ ດອກເກສອນກັບອາຫານເຜິ້ງ
ສິ່ງສໍາຄັນທີ່ຈະເຮັດໃຫ້ການລ້ຽງເຜິ້ງປະສົບຜົນສໍາເລັດຫຼືບໍ່ແມ່ນຂຶ້ນຢູ່ກັບຄວາມອຸດົມສົມບູນຂອງແຫຼ່ງອາຫານຄື: ນໍ້າເກສອນ ແລະ ຝຸ່ນລະອອງເກສອນ, ສ່ວນການຈັດການອື່ນໆ ແມ່ນເປັນອົງປະກອບຍ່ອຍ (Akratanakul 1990). ນໍ້າເກສອນລວມທັງຊະນິດນໍ້າຕານອື່ນໆ ເປັນແຫຼ່ງຕອບສະໜອງອາຫານໃຫ້ຕົວອ່ອນເຜິ້ງ ແລະ ເຜິ້ງໃຫ້ສົມບູນ, ໃນຂະນະດຽວກັນນໍ້າເກສອນກໍ່ຖືກປຸງແຕ່ງໃຫ້ເປັນນໍ້າເຜິ້ງ ແລະ ສະສົມໄວ້ເພື່ອໃຊ້ໃນຍາມທີ່ບໍ່ມີດອກໄມ້ໃນທຳມະຊາດ. ສໍາລັບຝຸ່ນລະອອງເກສອນແມ່ນເປັນແຫຼ່ງຕອບສະໜອງວິຕາມີນ ແລະ ທາດເກືອແຮ່ຈ່ານ, ລວມເຖິງທາດໂປຼຕີນເຊິ່ງມີຄວາມສຳຄັນໃນການລ້ຽງດູໜອນເຜິ້ງ ແລະ ກໍ່ຮັງເຜິ້ງ,ໂດຍຝຸ່ນລະອອງເກສອນຖືກປຸງແຕ່ງເປັນອາຫານເຜິ້ງ ແລະ ສະສົມໄວ້ຢູ່ໃນຮູຮັງທີ່ຢູ່ໃນບໍລິເວນເຂດລ້ຽງໜອນເຜິ້ງ. ດັ່ງນັ້ນແລ້ວບ່ອນໃດຕອບສະໜອງຝຸ່ນລະອອງເກສອນ ແລະ ນໍ້າເກສອນພຽງພໍຕະຫຼອດປີ, ຝູງເຜິ້ງພໍ່ແມ່ພັນດີແມ່ນໃຫ້ຜົນຜະລິດ ແລະ ມີປະສິດທິພາບສູງ. ກົງກັນຂ້າມ, ບ່ອນໃດມີດອກໄມ້ຕອບສະໜອງອາຫານໃຫ້ເຜິ້ງບໍ່ພຽງພໍ, ການລ້ຽງເຜິ້ງກໍ່ຈະພົບຄວາມຫຍຸ້ງຍາກ ແລະ ບໍ່ປະສົບຜົນສຳເລັດ. ທັງນີ້ຕົ້ນໄມ້ທຸກຊະນິດບໍ່ໄດ້ເປັນແຫຼ່ງອາຫານຂອງເຜິ້ງສະເຫມີໄປ, ທັງນີ້ຕົ້ນໄມ້ທີ່ເປັນແຫຼ່ງອາຫານເຜິ້ງແມ່ນແບ່ງອອກເປັນ 2 ກຸ່ມຄື: 1) ກຸ່ມໃຫ້ນໍ້າຫວານແຕ່ບໍ່ມີຝຸ່ນລະອອງເກສອນ ຫຼື ມີແຕ່ມີໜ້ອຍ ແລະ 2) ກຸ່ມໃຫ້ຝຸ່ນລະອອງເກສອນແຕ່ບໍ່ມີນໍ້າຫວານ ຫຼື ມີແຕ່ມີໜ້ອຍ. ໂດຍຕົວຢ່າງຕົ້ນໄມ້ກຸ່ມທໍາອິດຄື: ຕົ້ນໝາກລຳໄຍ, ຕົ້ນໝາກລີ້ນຈີ່, ຕົ້ນຢາງພາລາ, ຕົ້ນຝ້າຍ, ຕົ້ນດອກຕາເວັນ ແລະ ຕົ້ນວິກ. ສ່ວນກຸ່ມທີ່ 2 ຄື: ຕົ້ນໝາກກ້ຽງ, ຕົ້ນໝາກນາວ, ຕົ້ນໝາກໝັ້ນ, ຕົ້ນໝາກສົ້ມໂອ ເປັນຕົ້ນ. ຍ້ອນສາເຫດຕ່າງໆ ທີ່ໄດ້ກ່າວເຖິງຂ້າງເທິງ, ຜູ້ລ້ຽງເຜິ້ງຈຶ່ງຄວນຊາບຊະນິດ, ຊ່ວງລະດູ, ລວມເຖິງປັດໄຈຕ່າງໆ ທີ່ມີຜົນຕໍ່ການປົ່ງດອກຂອງຕົ້ນໄມ້ແຕ່ລະຊະນິດທີ່ມີຢູ່ໃນພື້ນທີ່, ໂດຍຄວນມີການສຶກສາສໍາລວດ ແລະ ສ້າງປະຕິທິນການປົ່ງຂອງດອກໄມ້ເພື່ອຈະໄດ້ສາມາດວາງແຜນການຈັດການໃນການລ້ຽງເຜິ້ງໄດ້ຢ່າງເຫມາະສົມ ເຊັ່ນວ່າ ວາງແຜນໄດ້ເຫມາະສົມວ່າອີງໃສ່ປະລິມານແຫຼ່ງອາຫານທີ່ມີຢູ່ໃນພື້ນທີ່ນັ້ນໆ ຈໍານວນໂກນທີ່ຈະຕັ້ງເທົ່າໃດ. ຍັງຊ່ວຍໃຫ້ສາມາດຊາບໄດ້ວ່າຊ່ວງເວລາໃດປະລິມານອາຫານໃນທໍາມະຊາດມີໜ້ອຍຈໍາເປັນຕ້ອງໄດ້ໃຫ້ອາຫານເສີມແກ່ເຜິ້ງ ເປັນຕົ້ນ.

ການປະກອບສ່ວນ