ຊີວະນາໆພັນກະສິກຳໝາຍເຖິງຫຍັງ, ເປັນຫຍັງເຮົາຕ້ອງໃສ່ໃຈ?

ຊີວະນາໆພັນກະສິກຳໝາຍເຖິງຫຍັງ, ເປັນຫຍັງເຮົາຕ້ອງໃສ່ໃຈ?

ຊີວະນາໆພັນໃນ ສ ປ ປລາວ ທີ່ໃຊ້ເປັນອາຫານ ແລະ ໃຫ້ຄຸນຄ່າທາງໂພສະນາການມີສ່ວນສຳຄັນຫຼາຍສຳລັບການດຳລົງຊີວິດປະຈຳວັນຂອງປະຊາຊົນໃນຊົນນະບົດ ແລະ ຕົວເມືອງ. ຄວາມອຸດົມຮັ່ງມີເຫຼົ່ານີ້ ສະແດງໃຫ້ເຫັນມໍລະດົກທາງທຳມະຊາດ ແລະ ສັງຄົມລາວໂດຍສະເພາະແມ່ນອາຫານລາວ, ປະເພນີທ້ອງຖິ່ນ ແລະ ວັດທະນະທຳ ທີ່ພົວພັນຢ່າງສະໜິດແໜ້ນກັບຊີວະນາໆພັນກະສິກຳ.

ຄ້າຍຄືວ່າປະເທດລາວບໍ່ແມ່ນປະເທດທີ່ມີຄວາມຫຼາກຫຼາຍ ແລະ ບໍ່ແມ່ນແຫຼ່ງກຳເນີດຂອງຫຼາຍໆສິ່ງ. ແຕ່ຄວາມຈິງແລ້ວ ທ່ານຮູ້ບໍວ່າປະເທດລາວມີຫຼາຍກວ່າທຸກສິ່ງເມື່ອເວົ້າເຖິງຊີວະນາໆພັນ. ມີຫຼາຍກວ່າ:

ຊີວະນາໆພັນກະສິກຳແມ່ນຜົນໄດ້ຮັບຈາກການປະສົມປະສານຂອງຂະບວນການຕ່າງໆ, ມັນເປັນສ່ວນໜຶ່ງ ແລະ ຂະບວນການຄັດເລືອກຈາກທຳມະຊາດຂອງພືດທີ່ຢູ່ລອດໃນປ່າໄມ້,
 ຍັງເປັນສ່ວນໜຶ່ງ ແລະ ຄັດເລືອກພິຖີພິຖັນຈາກການພັດທະນາຫົວຄິດປະດິດສ້າງຂອງຊາວກະສິກອນ, ຜູ້ລ້ຽງສັດ ແລະ ຄົນຫາປາ ມາຫຼາຍພັນປີແລ້ວ. ພູມປັນຍາທ້ອງຖິ່ນ ແລະ ວັດທະນະທຳຈິ່ງກາຍເປັນສ່ວນປະກອບສຳຄັນຂອງຊີວະນາໆພັນກະສິກຳ ຍ້ອນສິ່ງທີ່ມະນຸດປະຕິບັດໃນຂົງເຂດກະສິກຳແມ່ນເປັນການສ້າງແລະຮັກສາຊີວະນາໆພັນກະສິກຳ.

ການປະກອບສ່ວນ