ໝາກແຄ່ນ / Indian Ivy-rue

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Zanthoxylum rhetsa (Roxb.) DC. / Rutaceae
ຊື່ພ້ອງ
Fagara budrunga Roxb.
Fagara parviflora (Benth.) Engl.
Fagara rhetsa Roxb.
Lacuris illicioides Buch.-Ham.
Tipalia limonella Dennst.
Zanthoxylum budrunga (Roxb.) DC.
Zanthoxylum crenatum Wall.
Zanthoxylum limonella (Dennst.) Alston
Zanthoxylum oblongum Wall.
Zanthoxylum parviflorum Benth.
Zanthoxylum rhetsum St.-Lag.
ຊື່ອື່ນ
ໄທ: ກຳຈັດທອນ, ພຣິກຫອມ, ພຣິກມ້າ, ຜັກໝາດ, ໝາກກະວານ, ແກ່ນກົງ, ມະມ່ວງປ່າ, ໝາກໝາດ, ມະຂວງ, ມະແຄ່ນ, ລູກລະໝາດ, ໝາກຂວງ.
ມຽນມາ: ກະທິດ-ປີຍູ.
ຫວຽດນາມ: ຮວງມົກຮອຍ, ກົກຮອຍ, ເຊັນຮອຍ, ຊອງ, ເຊືອງ, ເມືອງທູ.
ຈີນ: ຊວນຮົວຈຽວ.
ອັງກິດ: Indian ivy-rue, prickly ash, Sichuan pepper
ບັນຍາຍລັກສະນະພືດສາດ

ຕົ້ນໝາກແຄ່ນ ເປັນພືດຫຼົ່ນໃບ, ຄວາມສູງປະມານ 18 ມ, ໜ້າຕ້າງພຽງເອິກ 20 ຊມ, ມີເຮືອນຍອດແຜ່ກວ້າງ. ເປືອກຂອງຕົ້ນນ້ອຍມີສີຂຽວ ແລະ ເປັນໜາມອ່ອນ, ເມື່ອອາຍຸແກ່ຂຶ້ນ ເປືອກຈະປ່ຽນເປັນສີໝົ່ນ,ສ່ວນໜາມ ກໍ່ຈະກາຍເປັນໜາມແຂງ, ຍາວ 2-3 ຊມ. ກິ່ງງ່າຂອງຕົ້ນໝາກແຄ່ນກໍ່ມີໜາມຄືກັນ. ທຸກພາກສ່ວນຂອງຕົ້ນໝາກແຄ່ນຈະມີກິ່ນຫອມຄ້າຍຄືໝາກນາວ. ໃບປະສົມຂອງມັນມີຂະໜາດຄວາມຍາວ 30-40 ຊມ, ມີໃບຍ່ອຍເປັນຮູບໄຂ່, ເກີດເປັນຄູ່ ຈຳນວນ 5-23 ຄູ່. ໃບຍ່ອຍເຫຼົ່ານີ້ ມີຂະໜາດຄວາມຍາວ 5-22 ຊມ ແລະ ກວ້າງ 2- 7 ຊມ, ພອ້ມທັງມີມົນຄາຍສັ້ນໆຢູ່ດາ້ນຫຼັງ/ລຸ່ມຂອງໃບ. ຊໍ່ດອກປະກອບດວ້ຍດອກທີ່ເກີດເປັນຈຸ້ມມີຂົນຄາຍອ່ອນໆ, ຂະໜາດຂອງຊໍ່ດອກມີຄວາມຍາວ 13-16 ຊມ. ສ່ວນດອກມີຄວາມຍາວ 2-3 ມມ ມີສີຂຽວປົນເຫຼືອງ ຫຼື ສີຂາວ. ໝາກເປັນປະເພດແຄັບຊູນ (ເປັນກະເຈາະ ) ມີຂະໜາດຄວາມກວາ້ງ 6 ມມ, ເກີດເປັນພົ້ວ ຊຶ່ງ ແຕ່ລະພົ້ວ ມີປະມານ 100 ໜ່ວຍ, ແຕ່ລະໜວ່ຍມີແກ່ນສີດຳ, ຂະໜາດເສັ້ນຜ່າກາງ 5 ມມ. ສຳລັບໝາກຂອງຊະນິດອື່ນ ໃນສະກຸນ Z. anthoxylum, ເຊັ່ນວ່າ Z. nitidum (Roxb.) DC (ໝາກມາດ) ຊຶ່ງເປັນເຄືອ ກໍ່ນຳໃຊ້ເຮັດເຄື່ອງເທດ ແລະ ເປັນຢາພື້ນເມືອງໄດ້ຄືກັນ.

ບັນຍາຍການນຳໃຊ້

ຄຸນປະໂຫຍດສ່ວນຫຼາຍຂອງຕົ້ນໝາກແຄ່ນ ກໍ່ແມ່ນຢູ່ທີ່ໝາກຂອງມັນ ຊຶ່ງຖືກນຳໃຊ້ເປັນເຄື່ອງເທດ. ໝົດທັງພົ້ວຂອງໝາກແຄ່ນ ສາມາດນຳມາຕຳແຈ່ວກິນໄດ້ ແລະ ກໍ່ຍັງມີຄຸນຄ່າສູງກວ່າການໃຊ້ແຕ່ພຽງໝາກລວ້ນໆ. ນ້ຳມັນທີ່ໄດ້ຈາກແກ່ນກໍ່ເປັນຢາທາປິ່ນປົວໄຟໄໝ້. ໃບຂອງມັນບາງເທື່ອ ກໍ່ນໍາໃຊ້ທົດແທນເຄືອຮ໊ອບ (hops) ໃນການປຸງລົດຊາດຂອງເບຍ ແລະ ໃບອອ່ນນໍຳມາກິນເປັນຜັກກັບລາບ ຊຶ່ງເປັນອາຫານຈານແຊບຂອງຄົນລາວ. ສ່ວນເປືອກ, ຮາກຂອງເປືອກ ແລະ ໝາກແມ່ນບັນຈຸມີສານຢັບຢັ້ງແບກເທີເຣຍ (bacteria) ທີ່ເປັນປະໂຫຍດ ສຳລັບຮັກສາພະຍາດກະເພາະ ແລະ ພະຍາດລຳໄສ້. ຕົ້ນໝາກແຄ່ນຍັງໃຊ້ປູກປະສົມປະສານກັບພືດອື່ນໆຢູ່ໃນລະບົບການຜະລິດກະສິກຳ ປ່າໄມ້ ແບບປະສົມປະສານ ໃນເຂດພູດອຍອີກດ້ວຍ.

ການປະກອບສ່ວນ