ໝາກມ່ວງປ່າ / Wild Mango

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Mangifera odorata Griff. / Anacardiaceae
ຊື່ພ້ອງ
Mangifera foetida var. odorata (Griff.) Pierre
ຊື່ອື່ນ
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນສູງປະມານ 20-30 ມ, ເສັ້ນຜ່າສູນກາງປະມານ 40 ຊມ, ເຮືອນຍອດແຕກກີ່ງງ່າ ຢູ່ສ່ວນປາຍຂອງລຳຕົ້ນ, ເປືອກເປັນຮ່ອງຕາມລວງຍາວຂອງລຳຕົ້ນເປັນຮ່ອງຕື່ນໆ, ເປືອກດ້ານນອກສີເທົາອົມນຳ້ຕານ, ດ້ານໃນສີສົ້ມອົມສີບົວ, ມີນຳ້ຢາງສີນ້ຳຕານ. ໃບດ່ຽວຈັບແບບສະລັບວຽນເປັນຈຸ້ມກັນຢູ່ທີ່ປາຍຍອດຂອງກີ່ງ, ກ້ານໃບຍາວ 2-3 ຊມ, ກົມກ້ຽງ, ແຜ່ນໃບຮູບຂອບຂະໜານ, ກວ້າງ 4-7 ຊມ, ຍາວ 10-20 ຊມ, ໂຄນໃບຮູບຫຼີ່ມ, ຂອບໃບລຽບ,ປາຍໃບແຫຼມ, ເສັ້ນກ່າງກາງໃບນູນດ້ານລຸ່ມ, ເສັ້ນໃບຍ່ອຍມີ 16-22 ຄູ່, ເນື້ອໃບແຂງຍາບ, ຜີວໃບດ້ານລຸ່ມເປັນສີຂຽວອ່ອນ, ດ້ານເທີງເປັນສີຂຽວເຂັ້ມ, ຍອດອ່ອນຈະເປັນສີນຳ້ຕານອົມແດງ. ດອກອອກເປັນຊໍ່ແບບແຕກຂະແໜງ, ກ້ານຊໍ່ດອກຍາວ 10-30 ຊມ, ຊໍ່ດອກຍ່ອຍ 10 ຊມ, ດອກມີຂະໜາດນ້ອຍ, ສີຂຽວອົມເຫຼືອງ, ກີບດອກມີ 5 ອັນ ຮູບໃບຫອກ ກວ້າງ 1-2  ມມ, ຍາວ 2-3 ມມ, ປາຍແຫຼມ, ຂອບລຽບ, ກ້ຽງ. ເກສອນເພດຜູ້ ສີຂຽວອົມເຫຼືອງ. ໝາກຮູບມົນ ຫຼື ຮູບຮີ, ຍາວ 4-5 ຊມ, ກວ້າງ 2-3 ຊມ, ເມື່ອຍັງອ່ອນດ້ານນອກສີຂຽວ, ດ້ານໃນສີຂາວ, ເມື່ອແກ່ສຸກດ້ານນອກສີຂຽວອົມເຫຼືອງ, ດ້ານໃນສີເຫຼືອງ. ແກ່ນຮູບໝາກໄຂ່ຫຼັງ ຂະໜາດ ກວ້າງ 2 ຊມ, ຍາວ 4 ຊມ. ຈະເລີ່ມອອກດອກປະມານເດືອນກຸມພາ, ໝາກຈະເລີ່ມສຸກປະມານເດືອນພືດສະພາ.

ບັນຍາຍການນຳໃຊ້

ໝາກມ່ວງປ່າພົບໄດ້ທົ່ວໄປຕາມພາກເໜືອຂອງລາວເຊັ່ນ ແຂວງຊຽງຂວາງ, ຫົວພັນ, ຫຼວງພະບາງ, ມັກພົບຕາມປ່າປະສົມ, ປ່າດົງດິບແລ້ງ, ເປັນພັນໄມ້ພົບໄດ້ທົ່ວໄປ, ມັນເປັນຕົ້ນໄມ້ສູງຂະໜາດໃຫຍ່ພໍສົມຄວນ ໄມ້ຂອງມັນມີຄົນມັກຕັດມາເຮັດເຄື່ອງໃຊ້ຊອຍ ແລະ ເຟີນີເຈີຕ່າງໆ ເຮັດໃຫ້ຈຳນວນຕົ້ນໃນທຳມະຊາດ ລຸດລົງ. ແຕ່ການເກັບມາຂາຍຢູ່ຕະຫຼາດສ່ວນຫຼາຍບໍ່ມັກເຫັນ ແຕ່ໃນທ້ອງຖີນມີຄວາມນີຍົມກັນກີນ ເພາະວ່າມັນຈະມີລົດສົ້ມຫວານ ແລະ ມີກີ່ນຫອມເລັກນ້ອຍ, ເອົາເຮັດເປັນໝາກມ່ວງກວນ ຫຼື ໝາກມ່ວງແຜນໄດ້. ໝາກມ່ວງມັນມີວີຕາມີນຊີຫຼາຍສາມາດເປັນທາດປ້ອງກັນພະຍາດໄດ້ ແລະ ປ້ອງກັນມະເຮັງໄດ້ ເຮັດໃຫ້ຮ່າງກາຍແຂງແຮງບໍ່ໃຫ້ເຖົ້າກວ່າໄວ້ອັນຄວນ. ນອກນັ້ນຍອດອ່ອນຂອງມັນຍັງເຮັດເປັນຜັກກັບລາບ ຫຼື ເຮັດຊູບແບບຊູບຜັກໄດ້.

ການປະກອບສ່ວນ