ເຜິ້ງໂກນ / Asian Hive Bee

ຊະນິດຮ່ວມ
ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Apis cerana Fabricius, 1793 / Apidae
ຊື່ພ້ອງ
ຊື່ອື່ນ
ແມງດັ້ນ (ຊຽງຂວາງ)
Chinese: 東方蜜蜂 [Dōngfāng mìfēng]
Eng: Asiatic honey bee, Eastern Honey Bee
Thai: Phueng Houang
ພັນລະນາລັກສະນະສັນຖານ

ຮູບຮ່າງລັກສະນະ ເປັນເຜິ້ງຂະໜາດກາງ, ຂະໜາດລຳໂຕຍາວ 12 ມມ, ສ່ວນເອິກກວ້າງ 3.3 ມມ, ລີ້ນມີຄວາມຍາວ 4.8-5.6 ມມ, ຂະໜາດໂຕນ້ອຍກວ່າເຜິ້ງມິ້ມ, ມີປະຊາກອນ 5,000-30,000 ໂຕຕໍ່ຮັງ ສ້າງຮັງໃນໂກນໄມ້ ຫຼື ໂພ້ງຫີນ, ໃນໜື່ງຮັງອາດມີ 5-15 ຮ່ວງ, ເປັນເຜິ້ງທີ່ມີຄວາມນິຍົມລ້ຽງໃນໂກນໄມ້ເພື່ອສະດວກໃນການເກັບກູ້ນ້ຳເຜິ້ງ ໂດຍເຜິ້ງໂກນໜື່ງສາມາດຜະລິດນ້ຳເຜິ້ງໄດ້ 3-15 ກິໂລກຼາມ.

ບັນຍາຍການນຳໃຊ້

1. ນໍ້າເຜິ້ງ (honey): ເປັນຜົນລະລິດຈາກເຜິ້ງທີ່ເປັນນ້ຳຫວານ, ທີ່ໄດ້ມາຈາກນ້ຳຫວານຂອງດອກໄມ້ ຫຼື ນ້ຳຫວານຈາກສ່ວນອື່ນຂອງຕົ້ນທີ່ເຜິ້ງເກັບມາສະສົມໄວ້ໃນຮັງ, ນ້ຳເຜິ້ງຈະມີລັກສະນະສີເຫຼືອງອ່ອນ ຫຼື ສີນ້ຳຕານ ຂື້ນກັບຊະນິດຂອງນ້ຳຫວານທີ່ໄດ້ຈາກຕົ້ນໄມ້ຊະນິດຕ່າງໆ. ນ້ຳເຜິ້ງນິຍົມຮັບປະທານໂດຍປະສົມກັບເຄື່ອງດື່ມ ຫຼື ນ້ຳໝາກໄມ້ປັ່ນ, ໃຊ້ດອງຢາພື້ນເມືອງ, ໃຊ້ທາບາດແຜ, ສ່ວນໃນອຸດສາຫະກຳມີການໃຊ້ຫຼາຍໃນການຜະລິດອາຫານ ແລະ ເຄື່ອງດື່ມ, ລວມເຖິງການຜະລິດຢາຕ່າງໆ.
2. ເກສອນໃນຮັງເຜິ້ງ (bee pollen): ເປັນກ້ອນເກສອນທີ່ນຳຈາກຮັງເຜີ້ງ ຫຼື ທີ່ໄດ້ຈາກການເກັບເກສອນໃນຮັງເຜິ້ງ, ນິຍົມຮັບປະທານ ແລະ ປະສົມກັບອາຫານ ຫຼື ເຄື່ອງດື່ມ.
3. ນົມເຜິ້ງ (royal jelly): ເປັນອາຫານສຳຫຼັບຕົວອ່ອນຂອງເຜິ້ງນາງພະຍາ ມີລັກສະນະເປັນຄີມຂຸ້ນສີຂາວ, ໃຊ້ຮັບປະທານ ຫຼື ໃຊ້ທາໜ້າເພື່ອໃຫ້ຜິວເຕັ່ງຕືງ ລວມເຖິງໃຊ້ເປັນສ່ວນປະສົມຂອງເຄື່ອງສຳອາງ.
4. ໄຂເຜິ້ງ (bees wax): ເປັນສານທີ່ຜະລິດໄດ້ຈາກເຜິ້ງກຳມະກອນ ຈາກຕ່ອມໄຂເຜິ້ງສຳຫຼັບສ້າງຮວງເຜິ້ງ ນິຍົມໃຊ້ໃນອຸດສາຫະກຳການລ້ຽງເຜິ້ງສຳຫຼັບສ້າງຮັງເຜິ້ງ ລວມເຖິງໃຊ້ໃນອຸດສາຫະກຳຜະລິດທຽນໄຂ ໃຊ້ເປັນສ່ວນປະສົມຂອງນໍ້າຢາຂັດເງົາມັນ ແລະ ເຄື່ອງໜັງ.
5. ຂີ້ຢ້ອນ (propolis): ເປັນວັດຖຸໜຽວສີນໍ້າຕານ ຫຼື ສີດຳທີ່ຕິດຕາມບໍລິເວນຕ່າງໆຂອງຮັງເຜິ້ງເຊັ່ນ: ຊ່ອງວ່າງລະຫວ່າງຄອນເຜິ້ງຖຶກນຳມາໃຊ້ສຳຫຼັບປ້ອງກັນພະຍາດເຫືອກບວມ ຫຼື ອັບເສັບ, ຮັກສາຕ່ອມທອນຊິລອັບເສບ ແລະ ຮັກສາບາດແຜໃນປາກ ບັນເທົາອາການເຈັບຄໍ, ຮັກສາອາການໄອ. ນອກຈາກນັ້ນ ຍັງໃຊ້ເປັນສ່ວນປະສົມເຄື່ອງສຳອາງ.
6. ຕົວອ່ອນເຜິ້ງ (Larva bee): ເປັນຕົວອ່ອນຂອງເຜິ້ງງານທີ່ຢູ່ພາຍໃນຮັງຂະນະຢູ່ໃນໄລຍະຕົວໜອນ ຫຼື ຝັກເປັນຕົວອ່ອນໃນໄລຍະທຳອິດ ນິຍົມນຳມາຮັບປະທານ ແລະ ປຸງແຕ່ງເປັນອາຫານເຊັ່ນ: ແກ້ງ, ຂົ້ວ, ໝົກ ແລະ ອື່ນໆ.

ການສຶບພັນ ແລະ ວົງຈອນຊີວິດ

ເຜິ້ງເປັນແມງໄມ້ທີ່ມີສັງຄົມແບບວັນນະຊົນຊັ້ນທີ່ຊັດເຈັນ ເຊິ່ງປະກອບມີ ເຜິ້ງນາງພະຍາ (queen), ເຜິ້ງໂຕມຜູ້ (drone) ແລະ ເຜິ້ງງານ (worker). ເຊິ່ງເຮັດວຽກໜ້າທີ່ແຕກຕ່າງກັນພາຍໃນຮັງ ໂດຍ ເຜິ້ງນາງພະຍາ ເປັນຜູ້ທີ່ມີລຳໂຕໃຫຍ່ທີ່ສຸດ ມີອາຍຸຫຼາຍກວ່າ 1 ປີ, ອາດໄດ້ເຖິງ 7 ປີ ໂດຍທົ່ວໄປ ພາຍໃນ ໜື່ງ ຮັງຈະມີເຜິ້ງນາງພະຍາ ໜື່ງ ໂຕເທົ່ານັ້ນ, ຍົກເວັ້ນບາງຮັງທີ່ມີຂະໜາດໃຫຍ່ ອາດພົບໄດ້ 2-3 ໂຕ ເຮັດໜ້າທີສຳຄັນໃນການວາງໄຂ່. ເຜິ້ງໂຕຜູ້ມີຂະໜາດໃຫຍ່ຮອງລົງມາຈາກເຜິ້ງນາງພະຍາ ແຕ່ໂຕສັ້ນກວ່າເຜິ້ງນາງພະຍາ ພາຍໃນຮັງໜື່ງມີຈຳນວນ 200-500 ໂຕ, ມີອາຍຸຍືນ 4-6 ອາທິດ, ເຮັດໜ້າທີ່ສຳຄັນຄອຍປະສົມພັນກັບເຜິ້ງນາງພະຍາ. ເຜິ້ງກຳມະກອນເປັນເຜິ້ງທີ່ມີຂະໜາດນ້ອຍສຸດ: ແຕ່ມີປະລິມານຫຼາຍທີ່ສຸດພາຍໃນຮັງ, ມີຈຳນວນຫຼາຍເຖິງ 5,000-30,000 ໂຕຕໍ່ຮັງ, ມີອາຍຸຍືນ 6-8 ອາທິດ, ເປັນເຜິ້ງໂຕແມ່ ເກິດຈາກໄຂ່ທີ່ໄດ້ຮັບການປະສົມພັນຈາກໂຕຜູ້ ແຕ່ເປັນເພດແມ່ທີ່ໄມ່ສົມບູນເພດ ເຮັດໜ້າທີ່ອອກຫາອາຫານ, ຫານ້ຳຫວານ, ສ້າງຮັງ, ຄອຍເລ້ຍເພື່ອເຮັດຄວາມສະອາດນາງພະຍາ ແລະ ຮັງ. ນອກນັ້ນຍັງເຮັດໜ້າທີ່ປ້ອນອາຫານໃຫ້ແກ່ເຜິ້ງນາງພະຍາ ແລະ ລ້ຽງໂຕອ່ອນ.

ການປະກອບສ່ວນ