ຈາກຜົນການຄົ້ນຄວ້າອົງປະກອບທາງເຄມີຂອງນໍ້າຫວານທີ່ໄດ້ມີການປ່ຽນແປງ ໂດຍຈາກການວິເຄາະພົບວ່າ 80% ຂອງນໍ້າໜັກລວມຂອງນໍ້າເຜິ້ງແມ່ນປະກອບດ້ວຍນໍ້າຕານຢ່າງນ້ອຍ 24 ຊະນິດແຕ່ມີສອງຊະນິດທີ່ມີປະລິມານຫຼາຍສຸດຄືນໍ້າຕານຟຸກໂຕສ (fructose) 41% ແລະ ນໍ້າຕານກູໂຄສ (glucose) 35%, ທີ່ເຫຼືອແມ່ນປະກອບດ້ວຍນໍ້າ ແລະ ອົງປະກອບອື່ນໆເຊັ່ນ ອາຊິດ (ມີຢູ່ນ້ອຍກວ່າ 0.5% ຂອງນໍ້າໜັກແຫ້ງຂອງນໍ້າເຜິ້ງ), ວິຕາມິນ (B1, B2, B6 ແລະ C ເປັນຫຼັກ) ໂປຼຕີນ, ເອນໄຊ ຕະຫລອດຈົນແຮ່ທາດຕ່າງໆ ໂດຍອັດຕາສ່ວນ ແລະ ຊະນິດຂອງອົງປະກອບ, ລວມເຖິງກັບສີ ແລະ ກິ່ນຂອງນໍ້າເຜິ້ງນັ້ນແມ່ນແຕກຕ່າງກັນຂຶ້ນກັບຊະນິດຂອງດອກໄມ້ທີ່ເຜີ້ງເກັບນ້ຳຫວານ. 

ນອກຈາກຈະຖືກນໍາມາບໍລິໂພກດ້ວຍເຫດຜົນທີ່ວ່ານໍ້າເຜິ້ງມີລົດຊາດແຊບແລ້ວນໍ້າເຜິ້ງຍັງຖືກນໍາມາໃຊ້ເປັນຢາ ເປັນຕົ້ນວ່າ ຢາຮັກສາພະຍາດໝາກເປີດ, ຢາໃສ່ບາດແຜໄຟໄຫມ້ນໍ້າຮ້ອນລວກ, ປຸງແຕ່ງຢາເສີມບຳລູງຮ່າງກາຍຂອງເດັກນ້ອຍ ແລະ ຢາປິ່ນປົວເຈັບກະເພາະ. ນອກຈາກຈະເປັນຢາແລ້ວນໍ້າເຜິ້ງຍັງຖືກນໍາມາໃຊ້ເປັນເຄື່ອງສໍາອາງມີສັບພະຄຸນຊ່ວຍໃຫ້ຜິວຫນັງອ່ອນນຸ່ມ, ນໍ້າເຜິ້ງມີສັບພະຄຸນສາມາດຕ້ານເຊື້ອຈຸລິນຊີໄດ້ເນື່ອງຈາກຄ່າ pH ທີ່ຄ່ອນຂ້າງຕໍ່າ ແລະ ສັດສ່ວນນໍ້າຕານທີ່ສູງ ພ້ອມນີ້ນໍ້າເຜິ້ງມີສັບພະຄຸນສາມາດຕ້ານເຊື້ອຈຸລິນຊີໄດ້ຍ້ອນວ່າໃນນໍ້າເຜິ້ງນັ້ນມີສານທີ່ສາມາດອອກຣິດຕ້ານເຊື້ອໄດ້ເອີ້ນວ່າ inhibine ສໍາລັບປະລິມານຂອງ inhibine ນັ້ນຂຶ້ນຢູ່ກັບຊະນິດຂອງດອກໄມ້, ອາຍຸ ເປັນຕົ້ນ.

ຜະລິດຕະພັນອື່ນໆໄດ້ຈາກເຜິ້ງແມ່ນ ຂີ້ເຜິ້ງ, ເກສອນ, ໂຕອ່ອນເຜິ້ງ ເປັນຕົ້ນ. ໂດຍຂີ້ເຜິ້ງທີ່ໄດ້ສ່ວນຫຼາຍແມ່ນຖືກນໍາໃຊ້ເຮັດເປັນທຽນ ສ່ວນໂຕອ່ອນເຜິ້ງນັ້ນຖືກນໍາມາໃຊ້ບໍລິໂພກເປັນອາຫານ ສໍາລັບເກສອນເຜິ້ງນັ້ນນອກຈາກຈະເປັນອາຫານເສີມທີ່ມີຄຸນປະໂຫຍດສູງແລ້ວ ຍັງມີຄຸນສົມບັດເປັນຍາບຳລຸງປະສາດ, ແກ້ພະຍາດກະເພາະ, ຖອກທ້ອງ, ບຳລຸງຫົວໃຈ, ແກ້ຄວາມດັນສູງ, ຫຼຸດອາຊິດໃນກະເພາະອາຫານ, ແກ້ພະຍາດພູມແພ້, ຫລຸດອາການອາຫານບໍ່ຍ່ອຍ ແລະ ຫລຸດຜ່ອນຜື່ນຄັນຕາມຜິວໜັງ ເປັນຕົ້ນ. ນອກຈາກຜະລິດຕະພັນທີ່ໄດ້ກ່າວມາ ກໍ່ຍັງມີຣໍເຢລເຈລລີເຊິ່ງເປັນສິ່ງທີ່ເຜິ້ງກຳມະກອນຜະລິດຂຶ້ນສໍາລັບໃຊ້ເປັນອາຫານໃຫ້ໂຕອ່ອນທີ່ຈະເຕີບໂຕເປັນເຜິ້ງລາຊິນີພ້ອມນີ້ກໍ່ຍັງມີພິດເຜິ້ງ (bee venom) ຄືສານໂປຣຕິນທີ່ເຜິ້ງປ່ອຍຈາກຕ່ອມສ້າງພິດຜ່ານອອກທາງໄລຂອງເຜິ້ງກຳມະກອນ, ເຜິ້ງເມື່ອເກີດຂຶ້ນມາໃນໄລຍະທຳອິດນັ້ນຍັງສ້າງພິດບໍ່ໄດ້ ແຕ່ຫລັງຈາກອາຍຸຢູ່ໃນຊ່ວງ 10 ເຖິງ 14 ມື້ ປະລິມານພິດເຜິ້ງທີ່ເກີດຈະເພີ່ມຂຶ້ນຢ່າງໄວ ເພື່ອໃຊ້ໃນການປ້ອງກັນຮັງຈາກສັດຕູ ອົງປະກອບທາງເຄມີຂອງພິດເຜິ້ງມີຄຸນຄ່າທາງແພດ ເຊັ່ນ ຮີສຕາມິນ (histamine), ເຊີໂຣໂຕມິນ (serotonin), ໂດຟາມິນ (dopamine) ແລະ ອື່ນໆ. ນອກນີ້ໃນພິດເຜິ້ງຍັງມີກົດອະມີໂນ ແລະ ເອນໄຊມເປັນອົງປະກອບເລັກນ້ອຍ.

ການປະກອບສ່ວນ