ສົ່ງເສີມການລ້ຽງ
ອີງໃສ່ຜົນໄດ້ຮັບຈາກບັນດາໂຄງການສົ່ງເສີມການລ້ຽງເຜິ້ງໃຫ້ຮູ້ວ່າກິດຈະກຳດັ່ງກ່າວສາມາດເປັນແຫຼ່ງສ້າງລາຍຮັບເສີມໃຫ້ແກ່ຊາວກະສິກອນ, ພ້ອມນີ້ການລ້ຽງເຜິ້ງຍັງສົ່ງຜົນສະທ້ອນຊ່ວຍໃຫ້ຜົນຜະລິດກະສິກຳຂອງຊາວກະສິກອນເພີ່ມສູງຂຶ້ນ ແລະ ລວມໄປເຖິງຍັງຊ່ວຍຮັກສາຄວາມສົມບູນຂອງລະບົບນິເວດເຊິ່ງເປັນແຫຼ່ງອາຫານ ແລະ ສ້າງລາຍຮັບເສີມໃຫ້ແກ່ປະຊາຊົນໃນຫຼາຍພື້ນທີ່ຈາກການເກັບເຄື່ອງປ່າຂອງດົງ. ເມື່ອເປັນເຊັ່ນນີ້ແລ້ວຄວນມີການສົ່ງເສີມໃຫ້ຊາວກະສິກອນມີການລ້ຽງເຜິ້ງໃນໄຮ່-ສວນຂອງເຂົາເຈົ້າ, ເພາະເຖິງແມ່ນວ່າຈະບໍ່ແມ່ນເພື່ອຜະລິດເພື່ອການຄ້າແຕ່ນໍ້າເຜິ້ງທີ່ຜະລິດໄດ້ນັ້ນສາມາດນໍາໃຊ້ບໍລິໂພກພາຍໃນຄົວເຮືອນເປັນແຫຼ່ງອາຫານທີ່ມີຄຸນຄ່າສູງ.

ອອກກົດລະບຽບຄວບຄຸມສາຍພັນເຜິ້ງ
ດັ່ງທີ່ໄດ້ກ່າວເຖິງຂ້າງເທິງເຖິງຜົນສະທ້ອນດ້ານລົບທີ່ອາດເກີດຂຶ້ນຈາກການນໍາເຜິ້ງສາຍພັນຈາກຕ່າງປະເທດເຂົ້າມາລ້ຽງລວມກັບເຜິ້ງສາຍພັນພື້ນເມືອງ ເຊິ່ງເມື່ອເປັນເຊັ່ນນີ້ແລ້ວ, ເພື່ອເປັນການປ້ອງກັນຜົນສະທ້ອນດ້ານລົບຕ່າງໆທີ່ສາມາດເກີດຂຶ້ນໄດ້ນັ້ນ, ຈຳເປັນຕ້ອງໄດ້ມີການວາງກົດລະບຽບເພື່ອປ້ອງກັນ ແລະ ຄວບຄຸມການນໍາເຜິ້ງສາຍພັນຈາກຕ່າງປະເທດເຂົ້າມາລ້ຽງຢູ່ໃນປະເທດລາວ ເປັນຕົ້ນ.

ຄວບຄຸມການນໍາໃຊ້ສານເຄມີທັງໃນພາກອຸດສາຫະກໍາ ແລະ ກະສິກໍາ
ຈາກການສຶກສາ ແລະ ວິໄຈໃນຕ່າງປະເທດໃຫ້ຮູ້ວ່າໜຶ່ງໃນສາເຫດຂອງການຫຼຸດລົງຂອງປະຊາກອນເຜິ້ງໃນຫຼາຍພື້ນທີ່ນັ້ນອາດເກີດຈາກຜົນສະທ້ອນຈາກການນໍາໃຊ້ສານເຄມີ, ທັງໃນພາກອຸດສາຫະກຳ ແລະ ພາກກະສິກຳ (Chagnon and Beaunoyer 2010). ເຊິ່ງເມື່ອເປັນເຊັ່ນນີ້ແລ້ວຈຶ່ງຈຳເປັນຕ້ອງໄດ້ມີການປ້ອງການ ແລະ ຄວບຄຸມບັນຊີລາຍຊື່ສານເຄມີທີ່ມີການນໍາໃຊ້, ໂດຍສະເພາະໃນພາກກະສິກຳທີ່ທ່າອຽງປະລິມານການນຳໃຊ້ສູງຂຶ້ນໃນແຕ່ລະປີ, ລວມໄປເຖິງວິທີການນໍາໃຊ້ ເຊັ່ນວ່າ ການອອກກົດລະບຽບຄວບຄຸມເພື່ອຫຼີກລ່ຽງການສີດພົ່ນສານເຄມີເປັນອັນຕະລາຍຕໍ່ເຜິ້ງ ແລະ ແມງໄມ້ອື່ນໆໃນຊ່ວງເວລາທີ່ແມງໄມ້ດັ່ງກ່າວອອກຊອກຫາອາຫານຈາກດອກໄມ້ເປັນຕົ້ນ.

ແລກປ່ຽນທາງວິຊາດ້ານການປັບປຸງສາຍພັນແລະພັດທະນາວິທີການລ້ຽງ
ປະຈຸບັນຢູ່ໃນຫຼາຍປະເທດທີ່ມີເຜິ້ງສາຍພັນພື້ນເມືອງ A. cerana ອາໄສຢູ່ຕາມທຳມະຊາດໄດ້ເລີ່ມກັບມາສົນໃຈໃຫ້ຄວາມສຳຄັນໃນການປັບປຸງສາຍພັນ ແລະ ພັດທະນາວິທີການລ້ຽງເຜິ້ງສາຍພັນດັ່ງກ່າວເພື່ອໃຫ້ສາມາດລ້ຽງໄດ້ແບບດຽວກັບເຜິ້ງສາຍພັນຕ່າງປະເທດ ເຊັ່ນວ່າ ການຄັດເລືອກສາຍພັນເຜິ້ງທີ່ມີລັກສະນະນິໄສບໍ່ປະຖີ້ມຮັງພາຍຫຼັງທີ່ໄດ້ຖືກເກັບກູ້ເອົານໍ້າເຜິ້ງ ຫຼື ການອອກແບບ ແລະ ພັດທະນາວັດສະດຸ-ອຸປະກອນນຳໃຊ້ໃນການລ້ຽງ ແລະ ການປຸງແຕ່ງນ້ຳເຜິ້ງ. ສຳລັບສາເຫດທີ່ພາກສ່ວນໜ່ວຍງານກ່ຽວຂ້ອງກັບການພັດທະນາການລ້ຽງເຜິ້ງໄດ້ຫັນມາໃຫ້ຄວາມສົນໃຈສາຍພັນເຜິ້ງພື້ນເມືອງນັ້ນກໍຍ້ອນວ່າເປັນສາຍພັນທີ່ສາມາດຕໍ່ສູ້ຕ້ານທານພະຍາດທ້ອງຖິ່ນໄດ້ໂດຍບໍ່ຕ້ອງເພິ່ງຢາຂ້າເຊື້ອ, ຈຶ່ງເປັນການລົດຕົ້ນທຶນການຜະລິດ ແລະ ສາມາດຈຳໜ່າຍຜົນຜະລິດທີ່ໄດ້ແບບອິນຊີດັ່ງທີ່ໄດ້ກ່າວເຖິງຂ້າງເທິງ. ເມື່ອເປັນເຊັ່ນນີ້ແລ້ວ, ຈຳເປັນຕ້ອງມີການຮ່ວມມືທາງວິຊາການຂອງພາກສ່ວນໜ່ວຍງານທີ່ກ່ຽວຂ້ອງຂອງແຕ່ລະປະເທດເພື່ອທຳການສຶກສາ-ວິໄຈຮ່ວມກັນ ແລະ ລວມໄປເຖິງການແລກປ່ຽນບົດຮຽນຕ່າງໆທີ່ໄດ້ ແລະ ວາງແຜນການພັດທະນາຮ່ວມກັນ. ໂດຍກິດຈະກຳທັງໝົດດັ່ງກ່າວເປັນອີກແນວທາງໜຶ່ງໃນການພັດທະນາສາຍພັນເຜິ້ງພື້ນເມືອງ, ທັງນີ້ກໍ່ເພື່ອໃຫ້ການລ້ຽງມີປະສິດທິຜົນຫຼາຍຂຶ້ນ.
 

ການປະກອບສ່ວນ