ຫຍ້າຂີວ / Siam Weed

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Chromolaena odorata (L.) R.M.King & H.Rob. / Asteraceae
ຊື່ພ້ອງ
Chromolaena odorata f. odorata
Chromolaena odorata f. squarrosa S.Garg
ຊື່ອື່ນ
ລາວ: ຫຍ້າຂີວ, ຫຍ້າຂີ້ຫຼໍ່, ຫຍ້າຝຣັ່ງ, ຫຍ້າເພີນ, ຫຍ້າສາມແຫ້ງ.
ໄທ: ສາບເສືອ, ຫຍ້າເສືອໝອບ, ຫຍ້າດົງຮ້າງ, ຫຍ້າດອກຂາວ, ບ້ານຮ້າງ, ໝາຫຼົງ
ຈີນ: ຮຽງເຈັກລັ້ງ, ປວຍກີ່ເຊົ່າ.
ບັນຍາຍລັກສະນະພືດສາດ

ພືດລົ້ມລຸກ, ເປັນພືດທີ່ແຕກກິ່ງກ້ານຫຼາຍຈົນເປັນຟຸ່ມ, ກິ່ງກ້ານ ແລະ ລຳຕົ້ນຈະປົກຄຸມໄປດ້ວນຂົນນຸ່ມອ່ອນໆ, ມີລຳຕົ້ນສູງປະມານ 1–2 ແມັດ. ໃບ: ມີໃບເປັນໃບດ່ຽວອອກຈາກລຳຕົ້ນຢູ່ຂໍ້ແບບສະຫຼັບກັນ, ໃບມີສີຂຽວອ່ອນລັກສະນະຮູບສາມຫຼ໋ຽມ, ປາຍໃບແຫຼມ, ໂຄນໃບກວ້າງ, ໃບຮຽວ, ມີຂອບໃບເປັນຢັກຢູ່ທີ່ໃບເຫັນຢ່າງຈະແຈ້ງ 3 ເສັ້ນ, ຜີວໃບທັງສອງດ້ານມີຂົນອ່ອນປົກຄຸມ. ໃບ ແລະ ກ້ານເມື່ອນຳມາບົດ ຫຼື ຕຳ ຈະມີກິ່ນແຮງຄ້າຍກິ່ນຂີ້ວ. ດອກ: ອອກເປັນຊໍ່ມີສີຂາວ ຫຼື ສີຟ້າອົມມ່ວງ, ມີດອກຍ່ອຍປະມານ 30–35 ດອກ. ໂດຍດອກວົງນອກຈະບານກ່ອນດອກວົງໃນ. ກີບດອກລວມກັນເປັນຫຼອດ. ໝາກ: ເປັນໝາກຂະໜາດນ້ອຍມີຮູບຮ່າງຄ້າຍຮູບ 5 ຫຼ່ຽມ ມີສີນ້ຳຕານ ຫຼື ສີດຳ, ມີໜາມແຂງເທີງເສັ້ນຂອງໝາກ ຢູ່ປາຍໝາກມີຂົນສີຂາວ, ເມັດສາມາດປີວໄປຕາມລົມໄດ້.

ບັນຍາຍການນຳໃຊ້

ໃບໃຊ້ເປັນຢາຫ້າມເລືອດດ້ວຍການໃຊ້ໃບນຳມາຕຳ ຫຼື ບົດ ແລ້ວນຳມາໂພະບໍລິເວນບາດແຜກໍ່ຈະຊ່ວຍຫ້າມເລືອດໄດ້ເປັນຢ່າງດີເພາະຫຍ້າຂີວມີສານສຳຄັນຫຼາຍຢ່າງທີ່ມີລິດເຮັດໃຫ້ເສັ້ນເລືອດຫົດຕົວ ແລະ ໄປຊ່ວຍກະຕຸ້ນສານທີ່ເຮັດໃຫ້ເລືອດແຂງຕົວໄດ້ໄວຍິ່ງຂຶ້ນ. ແຕ່ອາດຈະແສບ, ເມື່ອແຜຫາຍແລ້ວຈະຊ່ວຍປ້ອງກັນແຜໄດ້ອີກດ້ວຍ. ສານສະກັດຈາກກິ່ງ ແລະ ໃບມີສານທີ່ຊ່ວຍຢັບຢັ້ງການຈະເລີນເຕີບໂຕຂອງເຊື້ອແບັກທີເຣຍ Staphylococcus aureus ແລະ Bacillus subtilis ຊື່ງເປັນສາເຫດທີ່ເຮັດໃຫ້ເກີດໜອງ. ຮາກໃຊ້ປະສົມກັບຮາກໝາກນາວ ແລະ ຮາກຢານາງນຳມາຕົ້ມເປັນນ້ຳດື່ມຊ່ວຍຮັກສາໄຂ້ປ່າໄດ້. ໃຊ້ຮາກຕົ້ມກັບນ້ຳດື່ມຊ່ວຍແກ້ໂຣກກະເພາະໄດ້.

ການປະກອບສ່ວນ