ໂກນເຜິ້ງແບບດັ້ງເດີມນັ້ນມີລັກສະນະເປັນໂກນໄມ້, ກ່ອງໄມ້ ຫຼື ກະຕ່າສານໂບກດ້ວຍຂີ້ງົວ-ຂີ້ຄວາຍປະສົມດິນເຈາະຮູສໍາລັບເປັນທາງເຂົ້າ-ອອກຂອງເຜິ້ງ ແລະ ມີຝາເປິດ-ປິດດ້ານເທິງສໍາລັບໃຊ້ເວລາເກັບກູ້ນໍ້າເຜິ້ງ. ສໍາລັບການເກັບກູ້ນໍ້າເຜິ້ງຈາກໂກນແບບດັ້ງເດີມນັ້ນ ຜູ້ລ້ຽງຈະເກັບກູ້ນໍ້າເຜິ້ງພາຍຫຼັງຈາກທີ່ເຜິ້ງເຂົ້າຢູ່ປະມານ 3 ເຖິງ 4 ເດືອນ,  ໂດຍຊ່ວງເວລາທີ່ເໝາະແກ່ການເກັບກູ້ນໍ້າເຜິ້ງນັ້ນ ຜູ້ລ້ຽງສ່ວນໜຶ່ງໃຊ້ວິທີອີງໃສ່ຊ່ວງເດືອນຄື: ປະມານເດືອນເມສາ-ພຶດສະພາ ເຊິ່ງຕາມຄວາມເຊື່ອແລ້ວເປັນຊ່ວງເວລາທີ່ເຜິ້ງຜະລິດນໍ້າເຜິ້ງໄດ້ຫຼາຍ ແລະ ມີຄຸນນະພາບ ມີຂັ້ນຕອນການປະຕິດບັດດັ່ງລຸ່ມນີ້:

TABI
ຂັ້ນຕອນການເກັບກູ້ນໍ້າເຜິ້ງຈາກໂກນເຜິ້ງແບບດັ້ງເດີມ

ຂັ້ນຕອນທີ່ 1: ສໍາລັບວິທີເບີ່ງວ່ານໍ້າເຜິ້ງຢູ່ໂກນໃດພ້ອມເກັບກູ້ນັ້ນ ນອກຈາກຈະໃຊ້ວິທີສັງເກດເບີ່ງວ່າເຜິ້ງມາອໍກັນຢູ່ພາຍນອກໂກນ ຫຼື ໃນຍາມແລງແລ້ວຜູ້ລ້ຽງສາມາດໃຊ້ວິທີຍົກໂກນຂຶ້ນເບີ່ງວ່າມີນໍ້າໜັກຂຶ້ນຫຼາຍປານໃດ, ສາມາດຄາດຄະເນເພື່ອເລືອກໂກນ.
ຂັ້ນຕອນທີ່ 2: ການເກັບກູ້ນໍ້າເຜິ້ງຈາກໂກນແບບດັ້ງເດີມ ສ່ວນຫຼາຍຜູ້ລ້ຽງຈະກູ້ເອົາຮວງເຜິ້ງອອກມາທັງໝົດ ແລ້ວຈຶ່ງຄັດແຍກສ່ວນທີ່ບັນຈຸນໍ້າເຜິ້ງ, ເກສອນ ແລະ ໂຕອ່ອນອອກຈາກກັນໃນພາຍຫຼັງ
ຂັ້ນຕອນທີ່ 3: ຄັດແຍກ, ຮວງເຜິ້ງທັງໝົດດັ່ງກ່າວຈະຖືກແບ່ງແຍກອອກລະຫວ່າງສ່ວນທີ່ບັນຈຸນໍ້າເຜິ້ງ, ເກສອນ ແລະ ໂຕອ່ອນ, ເອົາສະເພາະສ່ວນທີ່ມີນ້ຳເຜີ້ງ ເພື່ອບໍ່ໃຫ້ປົນກັບສ່ວນອື່ນ ເຮັດໃຫ້ນ້ຳເຜີ້ງມີຄຸນນະພາບດີ.
ຂັ້ນຕອນທີ່ 4: ກັ່ນຕອງ, ຮວງເຜິ້ງທີ່ໄດ້ຮັບການຄັດແຍກ ໂດຍຈະຖືກນໍາມາບີບເພື່ອເອົານໍ້າເຜິ້ງ ເຊິ່ງອຸປະກອນທີ່ຈໍາເປັນຕ້ອງໃຊ້ໃນຂັ້ນຕອນນີ້ຫຼັກໆແລ້ວມີຖົງມື ແລະ ຜ້າຕອງລະອຽດສໍາລັບໃຊ້ກັ່ນຕອງເອົາເສດອະນຸພາກຕ່າງໆອອກຈາກນໍ້າເຜິ້ງ ຕົວຢ່າງເຊັ່ນ ເສດຮັງ, ເສດເກສອນ ເປັນຕົ້ນ.
ຂັ້ນຕອນທີ່ 5: ນໍານໍ້າເຜິ້ງທີ່ໄດ້ກັ່ນຕອງແລ້ວໃສ່ລົງໃນຖັງ ຈຸດປະສົງເພື່ອໃຫ້ເສດອະນຸພາກສິ່ງປົນເປື້ອນຕ່າງໆ ເຊັ່ນວ່າເສດຮັງ ຫຼື ອື່ນໆລອຍຂຶ້ນດ້ານເທິງ ທັງນີ້ໄລຍະເວລາທີ່ປະນໍ້າເຜິ້ງພັກໄວ້ນັ້ນ ຈາກນັ້ນຈຶ່ງທໍາການບັນຈຸໃສ່ລົງໃນຂວດບັນຈຸຕາມຂະໜາດທີ່ຕ້ອງການ.
ຂັ້ນຕອນທີ່ 6: ພາຍຫຼັງການເກັບກູ້ນໍ້າເຜິ້ງຈາກໂກນເຜິ້ງແບບດັ້ງເດີມນັ້ນ ເມື່ອກູ້ເອົາຮວງເຜິ້ງອອກມາຈາກໂກນຈົນໝົດແລ້ວ ຜູ້ລ້ຽງສ່ວນຫຼາຍໃຊ້ວິທີປະເຜິ້ງໄວ້ກັບໂກນເພື່ອໃຫ້ເຜິ້ງກໍ່ສ້າງຮັງຄືນ, ຫາກແຕ່ວ່າເມື່ອອີງຕາມລັກສະນະນິໄສຂອງເຜິ້ງໂກນແລ້ວ ສ່ວນຫຼາຍແລ້ວຝູງເຜິ້ງທີ່ຖືກລົບກວນແລ້ວຈະພາກັນຖີ້ມຮັງ ໂດຍສະເພາະໃນກໍລະນີທີ່ເຜິ້ງລາຊິນີຖືກຂ້າຕາຍ ຫຼື ສູນຫາຍ ເຜິ້ງຝູງນັ້ນກໍ່ຈະທໍາການສະຫຼາຍໂຕ

ການປະກອບສ່ວນ