• ຕັ້ງໂກນເຜິ້ງໄວ້ບ່ອນທີ່ໃກ້ກັບຂອບເຂດທີ່ມີດອກໄມ້ຢູ່ໃນຂອບເຂດໄລຍະຫ່າງປະມານ 700 ເຖິງ 800 ແມັດ ແລະ ບໍ່ໃຫ້ເກີນ 1200 ແມັດ;
  • ເປັນບ່ອນຮາບພຽງ ແລະ ໃກ້ກັບແຫຼ່ງນໍ້າສະອາດ
  • ເປັນບ່ອນທີ່ມີອາກາດເຢັນໃນລະດູຮ້ອນ ແລະ ອົບອຸ່ນໃນລະດູໜາວ
  • ເປັນບ່ອນທີ່ບໍ່ມີນໍ້າຖ້ວມໃນລະດູຝົນ
  • ເປັນບ່ອນທີ່ບໍ່ມີລົມພັດແຮງ
  • ບໍ່ຕັ້ງໂກນເຜິ້ງໄວ້ໃກ້ກັບສາງຢາຂ້າແມງໄມ້, ສະຖານທີ່ທີ່ນໍາໃຊ້ຢາຂ້າຫຍ້າ ແລະ ຫ່າງຈາກບ່ອນລ້ຽງເຜິ້ງອື່ນ (ລວມເຖິງເຜິ້ງປ່າ)
  • ຖ້າມີເງື່ອນໄຂເໝາະສົມຄວນຕັ້ງໄວ້ບ່ອນທີ່ຜະລິດຂອງຫວານເປັນຕົ້ນແມ່ນບ່ອນຜະລິດນໍ້າຕານ ແລະ ເຂົ້າໜົມຫວານ ເປັນຕົ້ນ
  • ຄວນຕັ້ງໂກນເຜິ້ງເປັນແຖວໄລຍະຫ່າງກັນປະມານ 2 ແມັດ ແລະ ຫ່າງຈາກໜ້າດິນ 40 ເຖິງ 50 ຊັງຕີແມັດ, ຄວນເຮັດເປັນຮ້ານສຳຫຼັບຕັ້ງຮັງເຜິ້ງ ແລະ ບໍ່ຄວນແຂວນໂກນເຜິ້ງໄວ້ກັບສາຍຄາເຮືອນເພາະຈະກວດກາຍາກ
  • ປະຕູເຂົ້າ-ອອກຂອງໂກນເຜິ້ງໃຫ້ປິ່ນໄປຫຼາຍທິດແຕກຕ່າງກັນ, ແຕ່ໃນລະດູຮ້ອນບໍ່ໃຫ້ປິ່ນໄປທາງທິດຕາເວັນຕົກ ແລະ ລະດູໜາວບໍ່ໃຫ້ປິ່ນໄປທາງທິດເໜືອໂດຍຂ້າງໜ້າຂອງປະຕູເຂົ້າ-ອອກໂກນຕ້ອງສະຫວ່າງສະໄຫວດີເພື່ອອຳນວຍຄວາມສະດວກໃນການບົວລະບັດຮັກສາ ແລະ ການແບ່ງຝູງ
  • ຄວນຕັ້ງໂກນເຜິ້ງໄວ້ບ່ອນເປີດແປນເພາະຈະອຳນວຍຄວາມສະດວກໃຫ້ແກ່ການແບ່ງຝູງເຜິ້ງ.
ການປະກອບສ່ວນ