ສໍາລັບໂກນເຜິ້ງທັນສະໄໝນັ້ນຜູ້ລ້ຽງສາມາດທໍາການເລືອກເອົາສະເພາະຮວງເຜິ້ງທີ່ຕ້ອງການເກັບກູ້ໄດ້ ຍ້ອນວ່າລັກສະນະຂອງໂກນທີ່ປະກອບຂຶ້ນດ້ວຍດິ້ວຫຼາຍດິ້ວມາວາງຕໍ່ກັນ ໂດຍຂັ້ນຕອນວິທີການເກັບກູ້ແມ່ນສະແດງຢູ່ໃນຂັ້ນຕອນດັ່ງລຸ່ມນີ້:

ຂັ້ນຕອນທີ່ 1: ໃນການເກັບກູ້ນໍ້າເຜິ້ງຈາກໂກນທັນສະໄໝຜູ້ລ້ຽງສາມາດຍົກດິ້ວຂຶ້ນກວດເບີ່ງໄດ້ວ່າຮວງເຜິ້ງຮວງໃດ ແລະ ຈາກໂກນໆໃດທີ່ພ້ອມທີ່ຈະໄດ້ຮັບເກັບກູ້ດັ່ງສະແດງໃນຮູບພາບ.
ຂັ້ນຕອນທີ່ 2: ລັກສະນະຮວງເຜິ້ງທີ່ເໝາະສົມແກ່ການເກັບກູ້ຄື: ຮວງເຜິ້ງທີ່ຝາຫຼອດຮັງຖືກອັດຫຼາຍດັ່ງສະແດງໃນຮູບພາບ.
ຂັ້ນຕອນທີ່ 3: ສໍາລັບຮວງເຜິ້ງທີ່ໄດ້ຄັດເລືອກອອກມາແລ້ວນັ້ນໃຫ້ເລືອກຕັດເອົາສະເພາະສ່ວນທີ່ມີນໍ້າເຜິ້ງບັນຈຸຢູ່ດັ່ງສະແດງໃນພາບໂດຍສ່ວນຂອງຮວງເຜິ້ງທີ່ມີນໍ້າເຜິ້ງບັນຈຸຢູ່ເປັນສ່ວນເຖິງຂອງຮວງ (ຢູ່ລຸ່ມລົງມາເປັນບ່ອນທີ່ເຜິ້ງໃຊ້ເກັບເກສອນ ແລະ ລຸ່ມສຸດເປັນບ່ອນໄວ້ລ້ຽງໂຕອ່ອນ).
ຂັ້ນຕອນທີ່ 4: ຫຼັງຈາກໄດ້ຕັດຮວງເຜິ້ງບ່ອນທີ່ມີນໍ້າເຜິ້ງບັນຈຸຢູ່ອອກແລ້ວຈຶ່ງນໍາຮວງເຜິ້ງສ່ວນທີ່ເຫຼືອ (ໂຕອ່ອນ ແລະ ເກສອນ) ໄປມັດຄືນໄວ້ກັບດິ້ວດັ່ງສະແດງໃນພາບໂດຍວິທີການປະຕິບັດດັ່ງກ່າວເປັນການຊ່ວຍຫຼຸດຜ່ອນການທີ່ເຜິ້ງຕ້ອງສ້າງທັງຮັງ ແລະ ຜະລິດໂຕອ່ອນຂຶ້ນໃໝ່ສາມາດຊ່ວຍໃຫ້ຝູງເຜິ້ງສາມາດຟື້ນໂຕກັບຄືນມາໄດ້ໄວ້ຂຶ້ນ.
ຂັ້ນຕອນທີ່ 5: ໃຫ້ນໍານໍ້າເຜິ້ງທີ່ຖືກບີບອອກຈາກຮັງແລ້ວຫຼັງເທໃສ່ລົງຖັງກ່ອນການບັນຈຸໃສ່ໃນຂວດບັນຈຸ ແລະ ຕິດປ້າຍສະຫຼາກແບບດຽວກັບວິທີການປຸງແຕ່ງນໍ້າເຜິ້ງກັບກູ້ຈາກໂກນແບບດັ້ງເດີມດັ່ງທີ່ໄດ້ກ່າວເຖິງກ່ອນນີ້.

TABI
ຂັ້ນຕອນການເກັບກູ້ນໍ້າເຜິ້ງໂກນຈາກໂກນທັນສະໄໝ

 

ການປະກອບສ່ວນ