ໃບໜາດ / Ngai Camphor Tree

ການນຳໃຊ້
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Blumea balsamifera (L.) DC. / Asteraceae
ຊື່ພ້ອງ
Blumea balsamifera var. balsamifera
Blumea balsamifera var. microcephala Kitam.
Baccharis salvia Lour.
Blumea grandis DC.
ຊື່ອື່ນ
ລາວ: ຕົ້ນໜາດ
ໄທ: ຕົ້ນໜາດ
ຈີນ: ຕັ້ງໂຮງເຊົ່າ, ໄຕ່ຮວງໄຫງ່, ໄຫງ່ນັບຮຽງ, ຕ້າເຟີງໄອ໋, ໄອ໋ນ່າຊຽງ.
ບັນຍາຍລັກສະນະພືດສາດ

ຕົ້ນໜາດຈັດເປັນໄມ້ຟຸ່ມ, ໄມ້ລົ້ມລຸກທີ່ມີອາຍຸໄດ້ຫຼາຍປີລຳຕົ້ນມີຄວາມສູງປະມານ 0.5–4 ແມັດ, ລຳຕົ້ນຕັ້ງຊື່, ເນື້ອໄມ້ເປັນແກນແຂງ, ເປືອກຕົ້ນລຽບເປັນສີຂຽວອົມຂາວ. ເມື່ອແກ່ຈະເປັນສີນ້ຳຕານແກມເທົາແຕກກີ່ງກ້ານຫຼາຍ, ມີຂົນສີຂາວ ຫຼື ສີເຫຼືອງອ່ອນຂຶ້ນປົກຄຸມ ແລະ ມີກິ່ນຫອມ. ໃບ: ເປັນໃບດ່ຽວອອກຫຼຽງສະຫຼັບ, ລັກສະນະຂອງໃບເປັນຮູບຍາວຮີ, ຮູບຂອບຂະໜານແກມໃບຫອກ ຫຼື ຮູບຂອບຂະໜານແກມຮູບໄຂ່, ປາຍໃບແຫຼມ ຫຼື ມີຕິ່ງໜາມ. ໂຄນໃບຮຽວແຫຼມເລັກນ້ອຍ. ສ່ວນຂອບໃບເປັນຢັກບໍ່ເທົ່າກັນມີຂະໜາດກວ້າງປະມານ 1.2–4.5 ຊັງຕີແມັດ ແລະ ຍາວປະມານ 10–17 ຊັງຕີແມັດ. ແຜ່ນໃບເປັນສີຂຽວ, ຫຼັງໃບ ແລະ ທ້ອງໃບມີຂົນທັງສອງດ້ານ, ກ້ານໃບສັ້ນ ຫຼື ບໍ່ມີ. ດອກ: ເປັນດອກກະຈຸກແນ່ນ ອອກເປັນຊໍ່ແບບແຍກຂະແໜງໃຫຍ່ຢູ່ບໍລິເວນປາຍກີ່ງ ຫຼື ຊອກໃບ. ຊໍ່ດອກມີຂະໜາດໃຫຍ່ບໍ່ເທົ່າກັນ ໂດຍມີຂະໜາດກວ້າງປະມານ 6–30 ຊັງຕີແມັດ ແລະ ຍາວປະມານ 10–50 ຊັງຕີແມັດ, ຊັ້ນໃບປະດັບຍາວກວ່າດອກຍ່ອຍ, ລັກສະນະຂອງດອກຍ່ອຍມີຂະໜາດນ້ອຍສີເຫຼືອງ, ລັກສະນະເປັນຮູບຊົງກະບອກ ມີກີບດອກຕິດກັນເປັນຫຼອດຍາວເຖີງ 6 ມີນລີແມັດ, ປາຍກີບເມື່ອບານຈະແຍກເປັນແຍກກັນເປັນ 5 ກີບ, ກີບດອກອ່ອນເປັນສີເຫຼືອງເມື່ອແກ່ແລ້ວກີບດອກຈະປ່ຽນເປັນສີຂາວ, ໂຄນດອກມີກີບລ້ຽງລັກສະນະເປັນເສັ້ນຝອຍປາຍແຫຼມຫຸ້ມຢູ່. ດອກມີເກສອນຜູ້ 5 ອັນ ຍື່ນອອກມາຈາກໃຈກາງດອກ ແລະ ດອກມີຂະໜາດເສັ້ນຜ່າສູນກາງປະມານ 1 ຊັງຕີແມັດ. ໝາກ: ເປັນໝາກແຫ້ງບໍ່ແຕກເປັນຮູບຂອບຂະໜານ ຍາວປະມານ 1 ມີນລີແມັດ, ສີນ້ຳຕານໂຄ້ງງໍເລັກນ້ອຍ, ມີລັກສະນະເປັນເສັ້ນນ້ອຍໆ 5–10 ເສັ້ນ. ດ້ານເທີງເປັນສີຂາວໆປົກຄຸມ.

ບັນຍາຍການນຳໃຊ້

ໃບໃຊ້ເປັນຢາບຳລຸງຫຼັງເກີດລູກ, ໃຊ້ເປັນສ່ວນປະສົມໃນຢາຕົ້ມໃຫ້ສະຕີຫຼັງຄອດອາບເພື່ອຊ່ວຍໃຫ້ຟື້ນໂຕໄວ. ໃບ ແລະ ຮາກມີຣົດເຜັດຂົມເລັກນ້ອຍເປັນຢາຮ້ອນເລັກນ້ອຍອອກລິດຕໍ່ຕັບ, ມ້າມ, ກະເພາະ ແລະ ລຳໄສ້ ໃຊ້ເປັນຢາຟອກເລືອດເຮັດໃຫ້ຮ່າງກາຍອົບອຸ່ນ, ຊ່ວຍຂັບລົມໃນຮ່າງກາຍ. ຮາກໃຊ້ຕົ້ມເອົານ້ຳກິນເປັນຢາແກ້ບວມ, ແກ້ອາການປວດຂໍ້ ລວມເຖີງແຜຟົກຊ້ຳ. ສ່ວນໃບນຳມາບົດເປັນຜົງລະອຽດນຳມາປະສົມກັບເຫຼົ້າໃຊ້ໂພະ ຫຼື ທາເປັນຢາແກ້ປວດຂໍ້, ແກ້ບວມ, ແກ້ປວດຫຼັງ, ປວດແອວ.

ການປະກອບສ່ວນ