ການລ້ຽງເຜິ້ງຢູ່ ສປປ ລາວ ເປັນພູມປັນຢາພື້ນບ້ານທີ່ສືບຕໍ່ມາດົນນານແລ້ວ. ໃນອະດີດຜ່ານມາການລ້ຽງເຜິ້ງໂກນແມ່ນລ້ຽງໃສ່ໃນໂກນເຮັດຂຶ້ນຈາກໄມ້ ຫຼື ກະຕ່າໂບກທັບດ້ວຍຂີ້ຕົມປະສົມກັບຂີ້ເຖົາ ແລະ ຂີ້ງົວ. ແຕ່ລະປີຊ່ວງທ້າຍລະດູຝົນຜູ້ລ້ຽງເຜິ້ງຈະນໍາໂກນເຜິ້ງໄປປະໄວ້ຢູ່ຕາມປ່າເພື່ອລໍຖ້າໃຫ້ເຜິ້ງເຂົ້າມາອາໄສ, ໂດຍຈະມີການທາພາຍໃນໂກນດ້ວຍຂີ້ເຜິ້ງ ແລະ ພາຍນອກໂກນດ້ວຍສ່ວນປະສົມຂອງຂີ້ງົວ ຫຼື ຂີ້ຄວາຍ, ລວມເຖິງການນໍາເອົາຮັງເຜິ້ງສ່ວນທີ່ມີນໍ້າເຜິ້ງຕິດຢູ່ຂະໜາດປະມານ 10 ຊັງຕິແມັດກ້ອນ, ມາມັດໄວ້ພາຍໃນໂກນເພື່ອດຶງດູດໃຫ້ເຜິ້ງເຂົ້າມາອາໃສໃນໂກນ. ຫຼັງຈາກນັ້ນເມື່ອເຜິ້ງເຂົ້າມາອາໄສຢູ່ໃນໂກນໄດ້ໄລຍະໜື່ງ ແລະ ໄດ້ເລີ່ມມີການສ້າງຕົວອ່ອນແລ້ວຈຶ່ງຍ້າຍໂກນເຜິ້ງມາຕັ້ງໄວ້ຢູ່ເຮືອນ. ທັງນີ້ການທີ່ເຜິ້ງຈະເຂົ້າມາອາໄສໃນໂກນ ຂຶ້ນຢູ່ກັບວ່າໂກນນັ້ນປາດສະຈາກສັດຕູເຜິ້ງ, ຈຶ່ງຈໍາເປັນຕ້ອງໝັ່ນກວດສອບເປັນໄລຍະໃນລະຫວ່າງທີ່ປະໂກນເຜິ້ງໄວ້ຢູ່ປ່າ. ພາຍຫຼັງນໍາໂກນກັບມາໄວ້ຢູ່ເຮືອນແລ້ວ, ຜູ້ລ້ຽງຕ້ອງໄດ້ໝັ່ນກວດກາບໍ່ໃຫ້ມີສັດຕູເຜິ້ງ ເຊັ່ນ ມົດ ຫຼື ຕໍ່ ມາລົບກວນ. ສໍາລັບການເກັບກູ້ຜົນຜະລິດນໍ້າເຜິ້ງສ່ວນຫຼາຍແມ່ນເລີ່ມແຕ່ເດືອນ 3-4,  ອີງຕາມຄວາມສົມບູນຂອງນໍ້າຫວານ ແລະ ປະລິມານຮັງເຜິ້ງທີ່ລ້ຽງຢູ່ພາຍໃນພື້ນທີ່, ໂດຍຜູ້ລ້ຽງບາງຄົນໃຊ້ວິທີການຍົກໂກນເຜິ້ງເພື່ອເບີ່ງນໍ້າໜັກສໍາລັບກະມື້້້ເພື່ອການເກັບກູ້. ສ່ວນຫຼາຍແລ້ວໂກນເຜິ້ງໜຶ່ງໂກນໃຫ້ຜົນຜະລິດນໍ້າເຜິ້ງໜຶ່ງເທື່ອຕໍ່ປີ. ເຫັນໄດ້ວ່າການລ້ຽງເຜິ້ງໂກນໃນໂກນແບບດັ້ງເດີມເປັນການລ້ຽງທີ່ມີຂັ້ນຕອນບໍ່ຊັບຊ້ອນຫຼາຍ, ພ້ອມນີ້ການລ້ຽງເຜິ້ງໂກນກໍ່ປະສະຈາກສິ່ງນໍາເຂົ້າ, ມີພຽງແຕ່ໂກນເຜິ້ງ ແລະ ແຮງງານແລ້ວສ່ວນຫຼາຍກໍ່ບໍ່ໄດ້ມີການນໍາໃຊ້ວັດສະດຸອຸປະກອນອື່ນໃດເພີ່ມເຕີມເປັນພິເສດໂດຍສະເພາະເລື່ອງຢາ ແລະ ສານເຄມີ, ບໍ່ຄ່ອຍພົບພະຍາດ ຈຶ່ງບໍ່ຈໍາເປັນຕ້ອງໄດ້ໃຊ້ຢາ ແລະ ສານເຄມີ ໃນການບົວລະບັດຮັກສາ. ແຕ່ການລ້ຽງເຜິ້ງໂກນໃນໂກນດັ້ງເດີມແມ່ນກໍ່ມີຂໍ້ດ້ອຍຫຼາຍຢ່າງໂດຍສະເພາະຄືການທີ່ບໍ່ສາມາດກວດກາສະພາບຮັງເຜິ້ງພາຍໃນໂກນໄດ້, ມີແຕ່ລໍຖ້າມື້ເກັບກູ້ຈຶ່ງເປີດຝາໂກນອອກບາດດຽວ. ເຊິ່ງບາງເທື່ອກໍ່ອາດບໍ່ມີນໍ້າເຜິ້ງຢູ່ຫຼາຍຕາມທີ່ໄດ້ກະໄວ້ ຫຼື ບາງເທື່ອເຜິ້ງກໍ່ປະຖີ້ມຮັງໄປເສຍກ່ອນ. ພ້ອມກັນນັ້ນ, ໃນການເກັບກູ້ນໍ້າເຜິ້ງ, ສ່ວນຫຼາຍຜູ້ລ້ຽງມັກຕັດເອົາດາງເຜິ້ງອອກທັງໝົດໂດຍບໍ່ຈົງໄວ້ສ່ວນໜຶ່ງໃຫ້ຝູງເຜິ້ງໄດ້ພໍມີອາຫານເຫຼືອ, ເປັນສາເຫດເຮັດໃຫ້ຝູງເຜິ້ງອ່ອນແອ. ນອກຈາກນັ້ນແລ້ວ, ໃນບາງຄັ້ງການເກັບກູ້ແບບຮິບຮ້ອນ ແລະ ບໍ່ລະວັງຍັງເຮັດໃຫ້ເຜິ້ງກໍາມະກອນ ແລະ ເຜິ້ງລາຊິນີໜີ ຫຼື ຕາຍ ເຮັດໃຫ້ຝູງເຜິ້ງອ່່ອນແອ. ດັ່ງນັ້ນແລ້ວການລ້ຽງເຜິ້ງໃນໂກນແບບດັ້ງເດີມຈຶ່ງເຮັດໃຫ້ເກີດການເກັບກູ້ນໍ້າເຜິ້ງແບບທໍາລາຍ, ເຊິ່ງຕ່າງຈາກການລ້ຽງໃນໂກນທັນສະໄຫມ.

TABI
ໂກນລ້ຽງເຜິ້ງໂກນແບບດັ້ງເດີມຢູ່ ສປປ ລາວ

 

ການປະກອບສ່ວນ