ກະຊາຍຂາວ / Fingerroot Ginger

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Boesenbergia rotunda (L.) Mansf. / Zingiberaceae
ຊື່ພ້ອງ
Boesenbergia cochinchinensis (Gagnep.) Loes.
Boesenbergia pandurata (Roxb.) Schltr.
Curcuma rotunda L.
Gastrochilus panduratus (Roxb.) Ridl.
Gastrochilus rotundus (L.) Alston
Kaempferia cochinchinensis Gagnep.
Kaempferia ovata Roscoe
Kaempferia pandurata Roxb.
ຊື່ອື່ນ
Eng: Chinese keys, Fingerroot, Lesser galangal or Chinese ginger
Chinese: 凹唇姜 [ao chun jiang]
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ລັກສະນະທາງພືດສາດ: ເປັນພືດລົ້ມລຸກ, ທັງຕົ້ນ ແລະ ໃບ ສູງ 40-50 ຊມ, ມີເຫງົ້າສັ້ນ, ຮາກອວບຮູບຊົງກະບອກສ້ວຍເຂົ້າຫາປາຍ ດ້ານໃນສີຂາວ. ໃບດ່ຽວ, ຮູບຮີແກມຮູບຂອບຂະໜານ, ເສັ້ນກາງໃບດ້ານເທິງເປັນຮ່ອງ, ດ້ານລຸ່ມນູນເປັນສັນ, ໃບກ້ວາງ 8-15 ຊມ, ຍາວ 15-40 ຊມ, ຜິວໃບດ້ານເທີງກ້ຽງສີຂຽວເຂັ້ມ, ດ້ານລຸ່ມສີຂຽວຈາງມີຂົນສັ້ນ, ຂອບໃບລຽບ, ກົກໃບມົນ, ປາຍໃບແຫຼມ. ດອກ ອອກເປັນຊໍ່ທີ່ຍອດລະຫວ່າງກາບໃບຄູ່ໃນສຸດ, ມີສີບົວອົມແດງ ແລະ ຂາວ, ດອກບານເຕັມທີ່ຂະໜາດ 3-6 ຊມ, ກາບດອກຖານເຊື່ອມຕິດກັນເປັນຫຼອດປາຍແຍກເປັນ 3 ແສກ, ກີບດອກຖານເຊື່ອມຕິດກັນເປັນຫຼອດປາຍກ້ວາງ ຍາວ 4-5.5 ຊມ, ປາຍກີບແຍກເປັນ 3 ແສກ, ກີບປາກຮູບໄຂ່ກັບຍາວເຖິງ 3 ຊມ, ສ່ວນປາຍສີບົວອົມແດງ ແລະ ສີຈາງໄປທາງດ້ານໃນ ຜິວດ້ານນອກສີຂາວ, ເກສອນຜູ້ທີ່ເປັນໝັນສີບົວ ຍາວ 1.5 ຊມ, ເກສອນຜູ້ທີ່ສົມບູນ ຍາວ 1 ຊມ, ເຕົ້າໄຂ່ຜິວກ້ຽງ. ໝາກ ຮູບຮີ ແກ່ແລ້ວແຕກກາງພູ່.

ບັນຍາຍການນຳໃຊ້

ປິ່ນປົວພະຍາດ: ແກ້ທ້ອງອືດ ແລະ ເປັນຢາບຳລຸງຫົວໃຈ, ສ່ວນທີ່ໃຊ້: ໃຊ້ເຫງົ້າ ແລະ ຮາກ, ວິທີການນຳໃຊ້: ແກ້ທ້ອງອືດໃຊ້ເຫງົ້າ ແລະ ຮາກປະມານ 1 ກຳມືຕົ້ມເອົານ້ຳດື່ມ ຫຼື ໃຊ້ປຸງເປັນອາຫານກິນ, ສຳລັບເປັນຢາບຳລຸງຫົວໃຈແມ່ນໃຊ້ເຫງົ້າ ແລະ ຮາກກະຊາຍປອກເປືອກລ້າງນ້ຳໃຫ້ສະອາດແລ້ວຫັ່ນແຕກແດດແລ້ວບົດໃຫ້ເປັນຜົງຊົງໃສ່ນ້ຳຮ້ອນດື່ມ. 
ການປູກຂະຫຍາຍພັນ: ກະຊາຍເປັນພືດເສດຖະກິດທີ່ປູກງ່າຍມັກດິນຜຸຜຸ່ຍລະບາຍນ້ຳໄດ້ດີ ຂະຫຍາຍພັນດ້ວຍການແຍກເຫງົ້າແມ່ນເປັນວິທີທີ່ງ່າຍທີ່ສຸດ.
 

ການປະກອບສ່ວນ