ການກະກຽມໂກນເຜິ້ງ ແລະ ການຄັດເລືອກຝູງເພື່ອຂະຫຍາຍຝູງເຜິ້ງ
ກ່ອນທີ່ຈະຂະຫຍາຍຝູງເຜິ້ງໄດ້ຕ້ອງສັງເກດເຜິ້ງໃນໂກນວ່າແຂງແຮງ ແລະ ສົມບູນດີບໍ່ ໂດຍໃຫ້ສັງເກດຈໍານວນເຜິ້ງໃນໂກນວ່າມີຫຼາຍພຽງພໍແລ້ວ ຫຼື ບໍ່, ທັງນີ້ຄວນໃຫ້ມີດິ້ວທີ່ມີເຜິ້ງຢູ່ປະມານ 5 ເຖິງ 6 ດິ້ວເປັນຢ່າງຕໍ່າຈຶ່ງຈະສາມາດຂະຫຍາຍແຍກເຜິ້ງໄປໃສ່ໂກນອື່ນໄດ້, ສອງມາໃຫ້ເບີ່ງວ່າເຜິ້ງນາງພະຍາສົມບູນດີບໍ່ໂດຍສັງເກດໄດ້ຈາກປະລິມານໄຂ່ ແລະ ຕົວອ່ອນທີ່ມີຢູ່ໃນຮັງ ເປັນຕົ້ນ. ສໍາລັບໂກນໃໝ່ທີ່ຈະຂະຫຍາຍໂດຍການນໍາເຜິ້ງມາໃສ່ແມ່ນຕ້ອງປະກອບດ້ວຍດີ້ວທີ່ມີແຜ່ນເຜິ້ງທຽມຕິດໄວ້ກັບເປັນທີ່ຮຽບຮ້ອຍແລ້ວຈຶ່ງຄ່ອຍແຍກເອົາປະມານ 2 ເຖິງ 3 ດີ້ວ ຫຼື ເຄິ່ງໜຶ່ງຂອງຈໍານວນດີ້ວທັງໝົດທີ່ມີຢູ່ໃນຮັງເກົ່ານໍາໄປໃສ່ໃນໂກນທີ່ຕ້ອງການຂະຫຍາຍ.

ການຂະຫຍາຍແບ່ງຝູງເຜິ້ງ
ການຂະຫຍາຍແບ່ງຝູງເຜິ້ງຈາກຝູງດຽວ ຫຼື ຢູ່ໃນໂກນດຽວມາຂະຫຍາຍອອກເປັນ 2 ຝູງຖືກຕ້ອງກັບລະດູການຂອງມັນ, ສ່ວນໃຫຍ່ແມ່ນລະຫວ່າງ ເດືອນ 3 ຫາ 4 ຫຼື ຊ່ວງເດືອນ 10 ໂດຍສັງເກດໄດ້ຈາກພາຍນອກຮັງ ຫຼື ໂກນຈະມີເຜິ້ງຜູ້ສີດໍາຈໍານວນຫຼວງຫຼາຍ ແລະ ກວດເບີ່ງພາຍໃນຊັ້ນລຸ່ມຂອງຂອບຮັງເຜິ້ງຈະເຫັນເບົ້າຕົວອ່ອນຂອງເຜິ້ງນາງພະຍາໃໝ່ທີ່ກຳລັງຈະຂຶ້ນມາແທນ. ສໍາລັບວິທີການເອົາຮັງເຜິ້ງໄປໃສ່ໂກນໃໝ່ແມ່ນໃຫ້ປະຕິບັດດັ່ງນີ້: 

  • ຄັດເລືອກເອົາຮັງທີ່ມີລູກລາຊີນີທີ່ກຳລັງສ້າງໃໝ່ 1 ຮັງ
  • ເອົາຮັງທີ່ບໍ່ມີລາຊີນີມາແບ່ງໃສ່, ໂດຍແບ່ງມາພຽງເຄິ່ງນຶ່ງເປັນຕົ້ນວ່າ 1 ໂກນມີ 8 ຮັງ ໃຫ້ແບ່ງມາ 4 ຮັງ
  • ໂກນທີ່ຫາກໍ່ແບ່ງເຜິ້ງມາຕ້ອງຢູ່ຫ່າງຈາກໂກນເກົ່າຢ່າງໜ້ອຍ 1 ແມັດ
  • ມັດຮັງເຜິ້ງໃຫ້ຖືກຫວ່າງກາງໄມ້ດີ້ວ ແລະ ມັດໃຫ້ແໜ້ນດີບໍ່ໃຫ້ຢ່ອນລົງ

ການສ້າງເຜິ້ງນາງພະຍາເພື່ອການຂະຫຍາຍຝູງເຜິ້ງ
ການສ້າງເຜິ້ງນາງພະຍາອາດເກີດຂຶ້ນ 2 ກໍລະນີຄື: 1) ເຜິ້ງເປັນຜູ້ສ້າງເຜິ້ງນາງພະຍາເອງ, ສັງເກດໄດ້ຈາກເບົ້າທີ່ຖຶກສ້າງຂຶ້ນຢູ່ຂ້າງລຸ່ມຂອງຂົ້ວເຜິ້ງທັງນີ້ເຜິ້ງບາງຝູງຈະສ້າງຫຼາຍເບົ້າໃນເທື່ອດຽວ, ໂດຍເຜິ້ງນາງພະຍາທີ່ເຜິ້ງສ້າງເອງນີ້ຈະໄດ້ສົມບູນກວ່າເຜິ້ງນາງພະຍາທີ່ຄົນເຮາສ້າງ; 2) ຄົນເຮົາຮຽນແບບເຜິ້ງ, ໂດຍໃຫ້ເຜິ້ງເຮັດເບົ້າແລ້ວເອົາເບົ້າເຂົ້າໃສ່ໂກນທີ່ຈະໃຫ້ເຜິ້ງສ້າງເຜິ້ງນາງພະຍາ ແລະ ໃຫ້ມັນອະນາໄມປະມານ 4 ເຖິງ 5 ນາທີແລ້ວຈຶ່ງເອົາເບົ້າອອກມາແລ້ວເອົາໜອນນາງນ້ອຍທີ່ສຸດທີ່ມີອາຍຸບໍ່ເກີນ 24 ຊົ່ວໂມງໃສ່ລົງໃນເບົ້າແລ້ວປະໄວ້ແລ້ວເຜິ້ງຈະສ້າງເບົ້າລົງຕໍ່ເອງ, ຫຼັງຈາກນັ້ນໃຫ້ຕິດຕາມເປັນໄລຍະໆ ເມື່ອຄົບກໍານົດແລ້ວເຜິ້ງນາງພະຍາໃໝ່ຈະອອກຈາກເບົ້າປະມານມື້ທີ່ 10 ຫຼື 11, ແຕ່ການສ້າງດ້ວຍວິທີນີ້ບໍ່ແມ່ນວ່າຈະໄດ້ຜົນ 100% ໂດຍໃນ 20 ເບົ້າອາດໄດ້ເຜິ້ງນາງພະຍາ 3 ເຖິງ 6 ແມ່ເທົ່ານັ້ນແຕ່ຂໍ້ດີຂອງວິທີນີ້ຄືສາມາດສ້າງໄດ້ຕະຫຼອດເມື່ອເຜິ້ງມີອາຫານພຽງພໍ.

ການປະສົມພັນຂອງເຜິ້ງລາຊິນີ
ເມື່ອເຜິ້ງລາຊິນີຕ້ອງການປະສົມພັນມັນຈະອອກມາຂ້າງນອກໂກນ ແລະ ບິນຂຶ້ນເທິງອາກາດ, ຈາກນັ້ນເຜິ້ງຜູ້ກໍ່ຈະຍາດຊີງກັນບິນໄລ່ຕາມເຜິ້ງລາຊິນີຂຶ້ນໄປ ແລະ ຕົວໃດແຂງແຮງກວ່າໄລ່ທັນກອ່ນແມ່ນຈະໄດ້ປະສົມພັນກັບເຜິ້ງລາຊິນີ. ການປະສົມພັນດັ່ງກ່າວແມ່ນມີປະມານ 10 ຕົວ ຕໍ່ ຄັ້ງ, ໂດຍທີ່ຫຼັງຈາກປະສົມພັນແລ້ວເຜິ້ງຜູ້ກໍ່ຈະຕາຍຍ້ອນອະໄວຍະວະເພດຈະເຂົ້າໄປຄາໃນທ້ອງເຜິ້ງລາຊິນີ.

ການປະກອບສ່ວນ