ຖົ່ວພູ / Winged Bean

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Psophocarpus tetragonolobus (L.) DC. / Fabaceae
ຊື່ພ້ອງ
Botor tetragonoloba (L.) Kuntze
Botor tetragonolobus (L.) Kuntze
Dolichos ovatus Graham
Dolichos tetragonolobus L.
ຊື່ອື່ນ
ລາວ: ຖົ່ວພູ
ໄທ: ຖົ່ວພູ, ຖົ່ວພູໃຫຍ່, ຖົ່ວພູຕະຂາບ, ຖົ່ວພູຈີນ ເປັນຕົ້ນ.
Eng: Goa bean, four-angled bean, four-cornered bean, Manila bean, dragon bean
ບັນຍາຍລັກສະນະພືດສາດ

ເປັນໄມ້ເລືອບໍ່ມີເນື້ອໄມ້ແຕ່ມີອາຍຸຫຼາຍປີ, ລຳຕົ້ນເລືອພັນ, ສີຂຽວ ແລະ ຂຽວປົນມ່ວງ. ໃບຈັບສະຫຼັບ, ໃບປະສົມແບບຂົນນົກ, ມີ 3 ໃບຍ່ອຍ, ໂຄນໃບກົມ ແລະ ບ້ຽວ. ສ່ວນປາຍໃບແຫຼມມີຮູບຮ່າງຫຼາຍແບບເຊັ່ນ: ຮູບສາມຫຼ່ຽມ, ຮູບໄຂ່ ແລະ ຮູບໃບຫອກ. ດອກເປັນຊໍ່ຕາມຊອກໃບໃນຊໍ່ໜື່ງຈະມີດອກຢູ່ປະມານ 3–12 ດອກ, ກາບດອກເຊື່ອມຕິດກັນ,ເປັນຮູບລະຄັງ, ປາຍເປັນ 5 ກີບ, ກີບດອກມີສີລະຫວ່າງຂາວ ແລະ ສີມ່ວງແດງ, ສີຟ້າ, ສີແດງ. ດອກມີເກສອນຜູ້ 10 ອັນ, ແບ່ງເປັນ 2 ມັດ, ມັດໜື່ງມີ 9 ອັນ, ອັນ 1 ແຍກ. ຝັກເປັນຮູບຂອບຂະໜານມີໜ້າຕັດເປັນຮູບ 4 ຫຼ່ຽມ ແລະ ແຕ່ລະມູນຂອງຝັກຈະມີປີກຕາມລວງຍາວ, ປີກມີລັກສະນະເປັນຢັກແບບຈັກຄືແຂ້ວເລື່ອຍ, ມີສີຂຽວ, ມີຮູບຮ່າງເປັນຝັກສີ່ຫຼ່ຽມ, ມີປີກ 4 ປີກ. ແກ່ນເປັນຮູບຊົງກົມມີຕັ້ງແຕ່ສີຂາວ, ສີເຫຼືອງ, ສີຄີມ, ສີນ້ຳຕານ, ສີດຳ ແລະ ແບບທີ່ມີລວດລາຍຕ່າງໆ. 

ບັນຍາຍການນຳໃຊ້

ໃນປັດຈຸບັນນິຍົມປູກຖົ່ວພູໄວ້ຕາມແຄມຮົ້ວ ຫຼື ສວນຫຼັງບ້ານ ຫຼື ປູກຕາມໄຮ່ນາເພື່ອໃຊ້ເປັນຜັກສວນຄົວໂດຍສ່ວນທີ່ນຳມາໃຊ້ເປັນອາຫານໄດ້ແກ່: ຍອດອ່ອນ, ໃບອ່ອນ, ດອກອ່ອນ, ຝັກອ່ອນ ໃຊ້ກິນເປັນຜັກ. ແກ່ນແກ່ມີນ້ຳມັນຢູ່ຮ້ອຍລະ 16–18,  ສາມາດນຳມາສະກັດເປັນນ້ຳມັນພືດສຳລັບໃຊ້ປຸງອາຫານ ແລະ ຍັງມີຄຸນສົມບັດໃກ້ຄຽງກັບນ້ຳມັນພືດຊະນິດອຶ່ນໆ. ໃນນ້ຳມັນຖົ່ວພູຈະມີກົດໂອເລອິກ 39%, ກົດໄລໂນເລອິກ 27%, ກົດເບຮີນິກ ແລະ ກົດພາຣີນາຣິກ ຊື່ງບໍ່ເຮັດໃຫ້ເກີດຄໍເລສເຕີລໍໃນເລືອດ. ນອກຈາກນີ້ໃນນ້ຳມັນຖົ່ວພູຍັງມີສານໂທໂຄຟີຣອນໃນປະລິມານທີ່ສູງຊື່ງເປັນສານທີ່ເຮັດໃຫ້ນ້ຳມັນມີຣົດຫວານ ແລະ ຢູ່ຕົວ. ມີປະໂຫຍດໃນການຕໍ່ຕ້ານອະນຸມູນອິດສະຫຼະ ແລະ ຊ່ວຍຊະລໍຄວາມເຊື່ອມສະພາບຂອງຈຸລັງຕ່າງໆໃນຮ່າງກາຍໄດ້ເປັນຢ່າງດີ. ນອກຈາກນີ້ຍັງເປັນຢາຊູກຳລັງອີກດ້ວຍໂດຍການນຳຫົວໃຕ້ດິນມາເຜົາ ຫຼື ຈະໃຊ້ຮາກຖົ່ວພູໃຊ້ປະສົມກັບນ້ຳສະໝຸນໄພ ແລະ ນ້ຳດອກໄມ້ ຫຼື ຈະນຳແກ່ນທີ່ຕົ້ມສຸກແລ້ວມາບົດໃຫ້ລະອຽດປະສົມກັບນ້ຳຕົ້ມສຸກໃຊ້ດື່ມກ່ອນອາຫານວັນລະ 3 ເວລາ ກໍ່ຈະເຮັດໃຫ້ສຸຂະພາບແຂງແຮງເພີ່ມກຳລັງວັງຊາໄດ້ເຊັ່ນກັນ. ຖົ່ວພູອຸດົມສົມບູນໄປດ້ວຍວິຕາມີນ ແລະ ແຮ່ທາດຫຼາຍຊະນິດເຊັ່ນ: ວິຕາມີນເອ, ຊີ, ອີ ແລະ ຍັງເປັນຜັກທີ່ມີໂປຣຕີນສູງ ຊື່ງເປັນຕົວຊ່ວຍເສີມສ້າງພູມຄຸ້ມກັນໃນຮ່າງກາຍ ແລະ ເຮັດໃຫ້ຮ່າງກາຍແຂງແຮງ.

ຄຸ່ນຄ່າດ້ານໂພຊະນາການຕໍ່ 100 ກຼາມ:

  • kcal 424
  • Water 9.2 (g)
  • Protein 34.1 (g)
  • Fat 15.5 (g)
  • Carb 37.0 (g)
  • ASH 4.2 (g)
  • Ca 564 (mg)
  • P 636 (mg)
  • Fe 9.6 (mg)
  • Retinol (mcg) 0
  • micronutSc 2.16
ການປະກອບສ່ວນ