ການຈັບເອົາເຜິ້ງພັກເຊົ່າມາເຂົ້າໂກນທັນສະໄຫມ

  • ທຳອິດຕ້ອງເອົາໄຂເຜິ້ງສົດມາທາໃສ່ກະຕ່າຂ້າງໃນໃຫ້ທົ່ວເຖິງເພື່ອໃຫ້ມີກີ່ນຫອມດຶງດູດເຜິ້ງ
  • ນໍາກະຕ່າໄປງວມຢູ່ເທິງຮັງເຜິ້ງ ແລະ ເອົານໍ້າໃສ່ກ້ອງບັ້ງຊີດນໍ້າໃສ່ຮັງເຜິ້ງ (ກ້ອງສະເປ) ເພື່ອໃຫ້ພວກມັນບິນໜີບໍ່ໄດ້
  • ເອົາມືຈຸບນໍ້າໃຫ້ປຽກແລ້ວຄ່ອຍໆ ຕົບລຸ່ມສຸດຂອງຮັງເຜິ້ງເພື່ອໃຫ້ເຜິ້ງໄຕ່ຂຶ້ນໄປໃນກະຕ່າໃຫ້ຮຽບຮ້ອຍແລ້ວ
  • ເອົາແພອັດປາກກະຕ່າຄ່ອຍໆ ແຕ່ອັດໃຫ້ແໜ້ນ
  • ນໍາກະຕ່າໄປໄວ້ຢູ່ບ່ອນທີ່ກະກຽມໄວ້, ຮອດຕອນຄໍ່າເວລາປະມານ 8 ເຖິງ 9 ໂມງ ຈຶ່ງເອົາໃສ່ໃນໂກນທີ່ໄດ້ກະກຽມໄວ້, ທັງນີ້ກ່ອນຈະເອົາເຜິ້ງເຂົ້າໃນໂກນຕ້ອງເອົາໄຂເຜິ້ງທາໃນໂກນເສຍກ່ອນ
  • ວິທີເອົາເຜິ້ງເຂົ້າໃຫ້ເປີດຜ້າແຜທີ່ອັດປາກກະຕ່າອອກແລ້ວນໍາກະຕ່າໄປງວມໃສ່ໃນໂກນທີ່ກະກຽມໄວ້, ຈາກນັ້ນເອົາມືຕົບແຮງໆ ບາດໜື່ງແລ້ວຈື່ງເອົາຝາ ຫຼື ໄມ້ດີ້ວອັດໃສ່ປາກໂກນ
  • ກະຕ່າຕ້ອງວາງໄວ້ຕິດກັບປາກປະຕູເຂົ້າ-ອອກຂອງໂກນເຜິ້ງຍ້ອນວ່າແມ່ເຜິ້ງຈໍານວນໜຶ່ງທີ່ຍັງຕິດຢູ່ໃນກະຕ່າຈະໄດ້ໄຕ່ເຂົ້າໄປໃນໂກນເຜິ້ງເອງ ຈາກນັ້ນເອົານໍ້າເຜິ້ງ ແລະ ລະອອງເກສອນອອກມາໃສ່ເປັນອາຫານໃຫ້ພວກມັນ.
KEOOUODNE
ການຈັບເອົາເຜິ້ງພັກເຊົ່າມາເຂົ້າໂກນທັນສະໄຫມ

ການຂົນຍ້າຍເຜິ້ງຈາກໂກນທໍາມະຊາດໄປໃສ່ໂກນທັນສະໄຫມ

  • ໃຫ້ຄ່ອຍໆ ເປີດຝາໂກນອອກແລ້ວສັງເກດເບິ່ງວ່າມີເຜິ້ງໂຕທີ່ຮ້າຍ ຫຼື ບໍ່ມີ, ຖ້າເຫັນວ່າມີແມ່ນຕ້ອງໄດ້ໃຊ້ສະເປຊີດນໍ້າໃສ່ເຜິ້ງກ່ອນເພື່ອບໍ່ໃຫ້ເຜິ້ງບີນ
  • ເອົາມີດປາດເອົາແປ້ນຮັງພ້ອມທັງຄ່ອຍໆ ເປົ່າເຜິ້ງໃຫ້ໜີລົງໄປກ້ອງຮັງ
  • ເອົາແປ້ນຮັງໄປຕິດກັບໄມ້ດິ້ວໄວ້ ແລະ ເອົາໄປວາງໃນໂກນທັນສະໄຫມທີ່ກະກຽມໄວ້ຕາມລະດັບຂັ້ນແປ້ນຮັງ
  • ຊອກເອົາເຜິ້ງລາຊິນີໄປໃສ່ໃນໂກນທັນສະໄຫມໃຫ້ໄດ້, ຈາກນັ້ນຈຶ່ງຍ້າຍເອົາເຜິ້ງທີ່ເຫຼືອໄປໃສ່ 
  • ອັດຝາ ແລະ ໃສ່ຕາໜ່າງທາງເຂົ້າ-ອອກເຜິ້ງໃຫ້ດີເພື່ອປ້ອງກັນບໍ່ໃຫ້ເຜິ້ງລາຊິນີໜີ 3 ເຖິງ 5 ມື້ຈຶ່ງເອົາອອກເພາະຕາໜ່າງເຮັດໃຫ້ເຜິ້ງກຳມະກອນເອົາເກສອນຕິດຂາມາເຂົ້າໄປບໍ່ໄດ້

ເຕັກນິກການເຄື່ອນຍ້າຍຝູງເຜິ້ງໄປສະຖານທີ່ອື່ນ
ກໍລະນີຢາກເຄື່ອນຍ້າຍໂກນເຜິ້ງ, ເປັນຕົ້ນວ່າຕ້ອງການຍ້າຍໄປບ່ອນອື່ນທີ່ມີດອກໄມ້ອຸດົມສົມບູນດີກວ່າ, ໃຫ້ທໍາການອັດປະຕູເຂົ້າ-ອອກເຜິ້ງໂດຍຊ່ວງເວລາທີ່ເໝາະສົມແມ່ນ 8 ເຖິງ 9 ໂມງກາງຄືນເຊິ່ງເປັນເວລາທີ່ເຜິ້ງທົງໝົດເຂົ້າໄປຢູ່ໃນຮັງແລ້ວ, ພາຍຫຼັງຈາກອັດປະຕູເຂົ້າ-ອອກແລ້ວຮຸ່ງເຊົ້າມື້ຕໍ່ມາກໍ່ສາມາດທໍາການເຄື່ອນຍ້າຍໄດ້ເລີຍ, ທັງນີ້ບໍ່ຄວນອັດປະຕູເຂົ້າອອກຂອງເຜິ້ງໄວ້ກາຍ 24 ຊົ່ວໂມງ ແລະ ດີແທ້ຄວນໃຫ້ອາຫານດ້ວຍນໍ້າຕານໄວ້ພາຍໃນໂກນແລ້ວຈຶ່ງອັດໂກນເຜິ້ງ.

ການປະກອບສ່ວນ