ສາຍພັນເຜິ້ງພື້ນເມືອງ VS ສາຍພັນເຜິ້ງພັນ
ປະຈຸບັນຍັງບໍ່ມີການນໍາເອົາສາຍພັນເຜິ້ງຈາກຕ່າງປະເທດ (ເຜິ້ງພັນ) ເຂົ້າມາລ້ຽງຢູ່ໃນ ສປປ ລາວ ຢ່າງແຜ່ຫຼາຍ, ແຕ່ກໍ່ເລີ່ມມີຜູ້ນຳເຜິ້ງສາຍພັນດັ່ງກ່າວເຂົ້າມາທົດລອງລ້ຽງ. ສ່ວນສາເຫດຈູງໃຈນັ້ນຍ້ອນວ່າເຜິ້ງພັນເປັນເຜິ້ງທີ່ໄດ້ຮັບການປັບປຸງພັນໃຫ້ມີລັກສະນະນິໄສເໝາະແກ່ການລ້ຽງຄື: ບໍ່ມີນິໄສປະຖີ້ມຮັງງ່າຍຄືກັບເຜິ້ງສາຍພັນພື້ນເມືອງ (ເຜິ້ງໂກນ). ຢ່າງໃດກໍ່ຕາມຖືໄດ້ວ່າຈຳນວນປະຊາກອນເຜິ້ງພັນທີ່ຖືກນໍາເຂົ້າມາລ້ຽງຢູ່ໃນລາວນັ້ນຍັງມີໜ້ອຍ. ເຊິ່ງອາດຖືໄດ້ວ່າເປັນຂໍ້ດີຍ້ອນວ່າຈາກການສຶກສາຢູ່ໃນຕ່າງປະເທດໃຫ້ຮູ້ວ່າການປະສົມຂ້າມສາຍພັນລະຫວ່າງເຜິ້ງທັງສອງສາຍພັນອາດເກີດໃຫ້ຜົນດ້ານລົບຫຼາຍດ້ານ ເປັນຕົ້ນວ່າ ການຖ່າຍທອດພະຍາດ, ການຍາດແຍ່ງອາຫານ ແລະ ບັນຫາທາງພັນທຸກຳຈາກການປະສົມພັນຂ້າມສາຍພັນ (Oldroyd 2014). ໂດຍຈາກການສຶກສາໃຫ້ຮູ້ວ່າ 62% ຂອງໄຂ່ຂອງແມ່ລາຊິນີເຜິ້ງພັນທີ່ໄດ້ຮັບການປະສົມຈາກເຜິ້ງໂກນຜູ້ນັ້ນບໍ່ຕິດ, ສ່ວນອີກ 36% ນັ້ນຕິດແຕ່ບໍ່ສາມາດຟັກເປັນຕົວໄດ້ ແລະ ເຜິ້ງທີ່ເກີດຈາກໄຂ່ທີ່ຟັກໄດ້ແມ່ນພົບມີບັນຫາທາງດ້ານພັນທຸກຳ. ເມື່ອເປັນເຊັ່ນນີ້, ໃນໄລຍະຍາວແລ້ວການນໍາເຜິ້ງພັນເຂົ້າມາອາດສົ່ງຜົນໃຫ້ເກີດພະຍາດແກ່ປະຊາກອນເຜິ້ງໂກນຈຳເປັນຕ້ອງໄດ້ມີການນຳໃຊ້ຢາປິ່ນປົວເຊິ່ງເປັນການເພິ່ມຕົ້ນທຶນການຜະລິດນໍ້າເຜິ້ງ, ທັງທີ່ໂດຍທຳມະດາແລ້ວເຜິ້ງໂກນເປັນເຜິ້ງທີ່ມີພູມຄຸ້ມກັນພະຍາດພົບໄດ້ຕາມທຳມະຊາດພາຍໃນທ້ອງຖິ່ນ. ພ້ອມນີ້ຫາກຈໍາເປັນຕ້ອງໄດ້ມີການນໍາໃຊ້ຢາເພື່ອຮັກສາພະຍາດແລ້ວນໍ້າເຜິ້ງທີ່ຜະລິດໄດ້ກໍບໍ່ສາມາດຈຳໜ່າຍເປັນຜະລິດຕະພັນອິນຊີໄດ້, ເປັນການລົດໂອກາດທາງການຕະຫຼາດຂອງຜູ້ລ້ຽງເຜິ້ງໂກນຢູ່ ສປປ ລາວ. ດັ່ງນັ້ນແລ້ວຈຳເປັນຕ້ອງໄດ້ທຳການສຶກສາຜົນສະທ້ອນທັງໃນໄລຍະຍາວ ແລະ ໃນໄລຍະສັ້ນສໍາລັບຍຸດທະສາດເພື່ອການພັດທະນາການລ້ຽງເຜິ້ງລະຫວ່າງການສົ່ງເສີມການລ້ຽງເຜິ້ງສາຍພັນຕ່າງປະເທດ ຫຼື ສາຍພັນພື້ນເມືອງຜ່ານການພັດທະນາສາຍພັນໃຫ້ສາມາດໃຫ້ຜົນຜະລິດໄດ້ຫຼາຍຂຶ້ນຕໍ່ຮັງ ແລະ ຫຼຸດຜ່ອນນິໄສມັກປະຖີ້ມຮັງ. 

ການຂະຫຍາຍຕົວຂອງພາກກະສິກໍາ ແລະ ອຸດສາຫະກໍາ
ປະຈຸບັນນັບມື້ນັບມີການລົງທຶນ ຢູ່ ສປປ ລາວ ສູງຂຶ້ນ ທັງໃນພາກກະສິກໍາ ແລະ ພາກອຸດສາຫະກຳ, ວິທີການເຮັດກະສິກໍາຂອງປະຊາຊົນກໍ່ມີແນວໂນ້ມປ່ຽນແປງ, ໂດຍສະເພາະແມ່ນມີການນໍາໃຊ້ປັດໄຈການຜະລິດຈາກພາຍນອກທ້ອງຖີ່ນສູງຫຼາຍຂຶ້ນ, ເປັນຕົ້ນວ່າ ຝຸ່ນເຄມີ, ຢາປາບສັດຕູພືດ ແລະ ຢາຂ້າແມງໄມ້. ເຊິ່ງການນໍາໃຊ້ປັດໄຈນໍາເຂົ້າດັ່ງກ່າວນັ້ນອາດມີຜົນກະທົບຕໍ່ເຜິ້ງທີ່ອອກໄປຊອກຫາອາຫານ, ຕາມທີ່ໄດ້ມີການລາຍງານວ່າສານເຄມີຕ່າງໆທີ່ມະນຸດນໍາໃຊ້ນັ້ນອາດເປັນສາເຫດການຕາຍຂອງເຜິ້ງ.

ຄວາມເຂົ້າໃຈຂອງຜູ້ບໍລິໂພກຕໍ່ຜະລິດຕະພັນນໍ້າເຜິ້ງ
ສໍາລັບຜະລິດຕະພັນນ້ຳເຜິ້ງນັ້ນເປັນທີ່ເລົ່າສືບຕໍ່ກັນມາດົນນານແລ້ວເຖິງເລື່ອງນໍ້າເຜິ້ງແທ້ ແລະ ນໍ້າເຜິ້ງທີ່ມີການປອມປົນ, ແລະ ໄດ້ມີການອະທິບາຍເຖິງວິທີພິສູດວ່າເປັນນໍ້າເຜິ້ງແທ້ຫຼືບໍ່ດ້ວຍການຢອດໃສ່ເຈ້ຍທິດຊູ່ ຫຼື ໃນຈອກນ້ຳ, ໂດຍເຊື່ອກັນວ່າຖ້າເປັນນ້ຳເຜິ້ງແທ້ນ້ຳເຜິ້ງທີ່ຢົດແມ່ນຈະບໍ່ທະລຸເຈ້ຍ ຫຼື ບໍ່ກະຈາຍຕົວເມື່ອຢົດລົງໃນຈອກນໍ້າ ລວມໄປເຖິງຄວາມເຊື່ອທີ່ວ່ານ້ຳເຜິ້ງແທ້ສາມາດທົດສອບໄດ້ດ້ວຍການຈຸ່ມຫົວໄມ້ຂີດໄຟໃນນໍ້າເຜິ້ງ ແລະ ຖ້າຍັງຈູດຕິດແມ່ນສະແດງວ່ານ້ຳເຜິ້ງດັ່ງກ່າວແມ່ນບໍ່ມີການປອມປົນ. ຫາກແຕ່ວ່າການທົດສອບທັງໝົດດັ່ງກ່າວແມ່ນເປັນວິທີການວັດແທກປະລິມານນໍ້າໃນນ້ຳເຜິ້ງ (ຄ່າຄວາມຊຸ່ມ) ແຕ່ບໍ່ສາມາດລະບຸໄດ້ວ່ານ້ຳເຜິ້ງໄດ້ຖືກປອມປົນ ຫຼື ບໍ່. ທັງນີ້ສໍາລັບວິທີການກວດສອບນໍ້າເຜິ້ງຢ່າງຖືກວິທີນັ້ນຈໍາເປັນຕ້ອງອາໄສການເບິ່ງລັກສະນະຂອງຕະກອນນໍ້າຕານພົບໃນນໍ້າເຜິ້ງ, ໂດຍຕະກອນນໍ້າຕານພົບໃນນ້ຳເຜິ້ງທໍາມະຊາດແມ່ນມີລັກສະນະຕ່າງຈາກຕະກອນເກີດຈາກການປຸງແຕ່ງ, ຫາກແຕ່ວ່າການສັງເກດດັ່ງກ່າວນັ້ນບໍ່ສາມາດເຮັດໄດ້ດ້ວຍຕາຈຳເປັນຕ້ອງໄດ້ກ້ອງສ່ອງແບບມີກຳລັງຂະຫຍາຍສູງ. ຢ່າງໃດກໍ່ຕາມ, ລະຫວ່າງນໍ້າເຜິ້ງແທ້ໄດ້ຈາກການປຸງແຕ່ງຂອງເຜິ້ງ ແລະ ນ້ຳເຜິ້ງທີ່ໄດ້ຈາກການປຸງແຕ່ງດ້ວຍສານໃຫ້ຄວາມຫວານນັ້ນຈະມີລົດຊາດຫອມຫວານຕ່າງກັນ, ໂດຍນໍ້າເຜິ້ງໄດ້ຈາກນໍ້າຫວານດອກໄມ້ນັ້ນຈະມີກີ່ນ ແລະ ລົດຊາດຕ່າງກັນຂຶ້ນກັບຊະນິດດອກໄມ້ທີ່ເຜິ້ງນໍາມາປຸງແຕ່ງເປັນນ້ຳເຜິ້ງ.
ອີກໜຶ່ງກໍລະນີທີ່ຜູ້ບໍລິໂພກນໍ້າເຜິ້ງບາງກຸ່ມຍັງບໍ່ໄດ້ທັນເຂົ້າໃຈດີຄື: ການຕົກຕະກອນຂອງນໍ້າເຜິ້ງ ເຊິ່ງຫຼາຍທ່ານເຂົ້າໃຈວ່າການຕົກຕະກອນເກີດຂຶ້ນສະເພາະແຕ່ນໍ້າເຜິ້ງທີ່ມີການປອມປົນ, ໂດຍສະເພາະນໍ້າເຜິ້ງຜະລິດໃນລະດັບຄົວເຮືອນຢູ່ ສປປ ລາວ ໃນປະຈຸບັນເຊິ່ງເປັນນໍ້າເຜິ້ງສົດບໍ່ໄດ້ຜ່ານການອົບຄືກັບນໍ້າເຜິ້ງນຳເຂົ້າຈາກຕ່າງປະເທດທີ່ໄດ້ຜ່ານການອົບ, ສາເຫດຍ້ອນວ່າການອົບນັ້ນເຮ້ດໃຫ້ນ້ຳເຜິ້ງຕົກຕະກອນຊ້າລົງ ແຕ່ຄວາມຮ້ອນກໍເຮ້ດໃຫ້ຄຸນຄ່າທາງໂພຊະນາການບາງຢ່າງຂອງເຜິ້ງສູນເສີຍໄປ. ທັງນີ້ການບໍ່ເຂົ້າໃຈຂອງຜູ້ບໍລິໂພກກ່ຽວກັບການຕົກຕະກອນຂອງນໍ້າເຜິ້ງດັ່ງກ່າວເປັນໜຶ່ງໃນສາເຫດໃຫ້ຜູ້ທີ່ບໍ່ຮູ້ທີ່ມາທີ່ໄປ ທີ່ແທ້ຈິງເລືອກທີ່ຈະບໍ່ບໍລິໂພກນ້ຳເຜິ້ງມີລັກສະນະດັ່ງກ່າວ. ເມື່ອເປັນເຊັ່ນນີ້ແລ້ວ, ຄວບຄູ່ກັບການພັດທະນາສົ່ງເສີມທາງດ້ານເຕັກນິກວິຊາການທາງດ້ານການລ້ຽງແລ້ວ, ຈໍາເປັນຕ້ອງໄດ້ມີການສະໜັບສະໜູນທາງດ້ານການຕະຫຼາດສໍາລັບຜະລິດຕະພັນນໍ້າເຜິ້ງຜະລິດໃນລະດັບຄົວເຮືອນຢູ່ພາຍໃນປະເທດ.

ການປະກອບສ່ວນ