ສັດຕູເຜິ້ງ

  1. ແມງໄມ້ຊະນິດອື່ນ ເປັນຕົ້ນວ່າແມງກະເບື້ອ, ເຜິ້ງປ່າ ແລະ ຕົວຕໍ່ ເປັນຕົ້ນ
  2. ນົກ, ມົດ, ແມງສາບ, ແມງມຸມ, ລວມເຖິງ
  3. ຄັນຄາກ, ກົບຂຽດ, ກະປອມ, ໂຕຈີ່ໂກະ

ໂດຍທົ່ວໄປ ມົດ, ປວກ, ຕົວຕໍ່ ແລະ ແມງສາບເປັນສັດຕູເຜິ້ງທີ່ພົບຫຼາຍສຸດ, ໂດຍສັດຕູເຜິ້ງເຫຼ່ົານີ້ເປັນສາເຫດລົບກວນເຜິ້ງເຮັດໃຫ້ເຜິ້ງໜີປະຮັງ. ການປ້ອງກັນແມ່ນຕ້ອງເອົາໃຈໃສ່ຕິດຕາມສະພາບຂອງໂກນເຜິ້ງເປັນປະຈໍາ, ເມື່ອພົບຮັງເຜິ້ງຮັງໃດມີຮ່ອງຮອຍຖືກສັດຕູເຜິ້ງທໍາລາຍ ຫຼື ມີສີດຳໃຫ້ນໍາອອກຈາກໂກນເພື່ອກໍາຈັດ ແລະ ເມື່ອເຫັນສັດຕູເຜິ້ງບໍລິເວນໂກນເຜິ້ງກໍ່ໃຫ້ກຳຈັດທັນທີ.

ພະຍາດເຜິ້ງ

  1. ພະຍາດໜອນເປັນຖົງ
  2. ພະຍາດຂີ້ໄຫຼ
  3. ພະຍາດແພ້ຢາ ເປັນຕົ້ນ

ຜົນກະທົບຈາກການເກີດພະຍາດ

ພະຍາດດັ່ງກ່າວພາໃຫ້ອ່ອນເຜິ້ງມີອາຍຸ 3 ເຖິງ 4 ມື້ຕາຍ ແລະ ຕົວອ່ອນເຜິ້ງເກິດໃໝ່ຢຸດການຈະເລີນເຕີບໂຕ, ສົ່ງຜົນກະທົບເຮັດໃຫ້ຝູງເຜິ້ງອ່ອນແອລົງເນື່ອງຈາກມີຈໍານວນປະຊາກອນລຸດລົງ

  1. ເຜິ້ງເປັນພະຍາດພາໃຫ້ຜົນຜະລິດນໍ້າເຜິ້ງຫຼຸດລົງ 20 ຫາ 80 %
  2. ເຜິ້ງບີນໜີອອກຈາກຮັງ
  3. ພະຍາດອາດຈະຕິດຕໍ່ໄປເຖິງເຜິ້ງຝູງອື່ນທີ່ແຂງແຮງ
  4. ພະຍາດແພ້ຢາເຮັດໃຫ້ເຜິ້ງບໍ່ສົມບູນ, ລາຊີນີ ແລະ ຕົວອ່ອນເຜິ້ງຕາຍໂດຍທີ່ຈໍານວນເຜິ້ງຕາຍຫຼາຍ ຫຼື ໜ້ອຍຂື້ນກັບຊະນິດຂອງຢາ.

 

ສາຍເຫດທີ່ພາໃຫ້ເກີດພະຍາດ:

  1. ຍ້ອນຈຸລີນຊີຊະນິດທີ່ມັກນ້ຳຕານ
  2. ຍ້ອນຜູ້ນໍາໃຊ້ຢາຂ້າແມງໄມ້ບໍ່ໄດ້ແຈ້ງໃຫ້ຜູ້ລ້ຽງເຜິ້ງຮູ້ກ່ຽວກັບເວລາ, ສະຖານທີ່ ແລະ ຊະນິດຢານໍາໃຊ້
  3. ຍ້ອນຊີດຢາຂ້າແມງໄມ້ໃນເວລາກາງເວັນເຊິ່ງເປັນຊ່ວງທີ່ເຜິ້ງອອກຊອກຫາອາຫານ (ໂດຍສະເພາະຊ່ວງລະດູຕົ້ນໄມ້ອອກດອກ)
  4. ຊີດຢາຂ້າແມງໄມ້, ຍຸງ ແລະ ແມງສາບຢູ່ໃກ້ໂກນເຜິ້ງ ຫຼື ຊີດໃສ່ບໍ່ນໍ້າບ່ອນເຜິ້ງເອົາກີນ.

ບັນຫາເຜິ້ງຖີ້ມຮັງ

ສາຍເຫດ

  1. ອາຫານບໍ່ພຽງພໍ
  2. ເຜິ້ງນາງພະຍາຜະລິດລູກເຜິ້ງໜ້ອຍ ຫຼື ເກີດພະຍາດລະບາດ
  3. ມີສັດຕູມາລົບກວນບຸກລຸກ
  4. ໂກນເຜິ້ງເກົ່າ ແລະ ຄັບແຄບ
  5. ເຕັກນິກການລ້ຽງບໍ່ຖືກຕ້ອງ ເປັນຕົ້ນວ່າວາງຮັງເຜິ້ງຢູ່ບ່ອນບໍ່ເໝາະສົມ ຫຼື ລົບກວນຮັງຫຼາຍເກີນໄປ
  6. ເຜິ້ງອົບພະຍົບຍົກຍ້າຍບ່ອນຢູ່ປະຈຳລະດູການ.

 

ການປ້ອງກັນເຜິ້ງບິນໜີອອກຈາກຮັງ

  1. ໃຫ້ເຜິ້ງມີອາຫານກິນພຽງພໍຕະຫຼອດປີໂດຍການໃຫ້ອາຫານເສີມຍາມທີ່ບໍ່ມີດອກໄມ້ຫຼາຍ
  2. ບໍ່ເອົານໍ້າເຜິ້ງໝົດເທື່ອດຽວໃນເວລາເກັບກູ້ນໍ້າເຜິ້ງ
  3. ຕັ້ງໂກນເຜິ້ງໃຫ້ຖືກຕາມເຕັກນິກການລ້ຽງເຜິ້ງ
  4. ຂັງເຜິ້ງລາຊິນີໄວ້ 2 ເຖິງ 3 ມື້ ແລະ ໃຫ້ເຜິ້ງກິນນໍ້າຕານຕື່ມໃນເວລາຕອນຄໍ່າ
  5. ສັງເກດຝູງເຜິ້ງທີ່ບີນໜີ ເພື່ອຊອກຫາສາຍເຫດ
  6. ທຸກໆ 2 ເຖິງ 3 ມື້ ໃຫ້ກວດກາເບິ່ງຂ້າງນອກ ແລະ ຂ້າງໃນໂກນເພື່ອປະເມີນຈໍານວນເຜິ້ງບິນເຂົ້າ-ອອກ 
  7. ຕັດ 1/3 ຂອງປີກເຜິ້ງລາຊິນີອອກເພື່ອບໍ່ໃຫ້ບີນໜີ.

ການຈັບເຜິ້ງໜີປະຮັງເຂົ້າໃສ່ໂກນ

ເມື່ອພົບເຫັນອາການເຜິ້ງໜີປະຮັງທີ່ກຳລັງບິນຢູ່ໃຫ້ເອົານໍ້າ ຫຼື ຂີ້ຊາຍສາດໃສ່ແລ້ວມັນຈະບິນລົງພັກເຊົາໃນບໍລິເວນເຂດດັ່ງກ່າວຫຼັງຈາກນັ້ນຈຶ່ງເອົາເຄື່ອງມືໄປກອບເອົາເຜິ້ງໂດຍເລ່ງໃສ່ເຜິ້ງນາງພະຍາກ່ອນເພາະມີເຜິ້ງນາງພະຍາຢູ່ຝູງເຜິ້ງມັນຈະນໍາມາເອງແລ້ວກໍ່ເອົາລົງມາໃສ່ໂກນທີ່ກະກຽມໄວ້ແລ້ວຂັງເຜິ້ງນາງພະຍາໄວ້ດ້ວຍເຄື່ອງກັບດັກ ຫຼື ຕັດປີກມັນເພື່ອບໍ່ໃຫ້ມັນໜີແລ້ວອັດປະຕູເຂົ້າ-ອອກຂອງຮັງໄວ້ປະມານ 2 ເຖິງ 3 ຊົ່ວໂມງ.

ການປະກອບສ່ວນ