ຕ່ອງໂສ້ມູນຄ່າການຜະລິດ, ການປຸງແຕ່ງ ແລະ ການຕະຫຼາດຂອງນໍ້າເຜິ້ງຊຽງຂວາງ

ຈາກການລົງເກັບກໍາຂໍ້ມູນສະພາບການຊື້-ຂາຍນໍ້າເຜີ້ງໃນປີ 2016 ຂອງຜູ້ລ້ຽງເຜິ້ງໃນ 47 ບ້ານ ຢູ່ ເມືອງ ແປກ ໃຫ້ຮູ້ວ່າຜູ້ລ້ຽງສ່ວນໃຫຍ່ແມ່ນຂາຍຜົນຜະລິດນໍ້າເຜິ້ງຂອງເຂົາເຈົ້າໃຫ້ແກ່ບໍລິສັດ Lao Farmers Products (LFP) ຕັ້ງຢູ່ ນະຄອນຫຼວງວຽງຈັນໃນລາຄາ 30000 ຫາ 35000 ກີບ/ກກ. ອີງຕາມແຕ່ລະບ້ານ, ບ້ານທີຂາຍໄດ້ແກ່ບ້ານໂພສີ, ບ້ານໂພນ ແລະ ບ້ານ ຍອດປຽງ(ກຸ່ມລາດບວກ), ບ້ານ ລາວ, ບ້ານໂພນທອງ(ກຸ່ມຄັງວຽງ) ແລະ ຈໍານວນໜຶ່ງແມ່ນຂາຍໃຫ້ແມ່ຄ້າທີມາແຕ່ວຽງຈັນທີ່ເຂົາເຈົ້າໄດ້ມາຢ້ຽມຢາມພີ່ນ້ອງແລ້ວກໍ່ຊື້ເມືອພ້ອມ, ເຊິ່ງການຂາຍແບບນີ້ແມ່ນຈະຂາຍໄດ້ລາຄາດີກ່ວາຄື: ປະມານ 35 000-40.000 ກີບ/ກກ. ຫາກແຕ່ວ່າໄດ້ຂາຍຈໍານວນບໍ່ຫຼາຍ, ພ້ອມນີ້ປະຊາຊົນຈໍານວນໜຶ່ງແມ່ນໄດ້ເອົານໍ້າເຜີ້ງໄປຂາຍຢູ່ໃນຕະຫຼາດກຸ່ມບ້ານ ຫຼື ຕະຫຼາດໂພນສະຫວັນເຊິ່ງຈາກການສຳພາດພົບວ່າການຂາຍແບບນີ້ແມ່ນຈະໄດ້ລາຄາບໍ່ດີປານໃດຄື: ປະມານ 20 000 ຫາ 30000 ກີບ/ກກ. ແລະ ພົບມີຊາວບ້ານຈໍານວນໜຶ່ງບໍ່ໄດ້ເອົານໍ້າເຜີ້ງຂອງຕົນເອງໄປຂາຍເລີຍຍ້ອນບໍ່ຮູ້ບ່ອນຈະຂາຍ ແລະ ເອົາຕ້ອນພີ່ນ້ອງມາຢ້ຽມຢາມຄອບຄົວເຂົາເຈົ້າ (TABI 2016).

ຕ່ອງໂສ້ມູນຄ່າການຜະລິດ, ການປຸງແຕ່ງ ແລະ ການຕະຫຼາດຂອງນໍ້າເຜິ້ງຫຼວງພະບາງ
ຈາກການລົງເກັບກຳຂໍ້ມູນໃນປີ 2015 ເຖິງຊ່ອງທາງການຕະຫຼາດຂອງຜູ້ລ້ຽງເຜິ້ງຢູ່ບ້ານເປົ້າໝາຍໂຄງການຕາບີຢູ່ ເມືອງນໍ້າບາກ ແລະ ເມືອງຈອມເພັດ ໃຫ້ຮູ້ວ່າຈໍານວນຜູ້ລ້ຽງທີ່ນໍາຜົນຜະລິດນໍ້າເຜິ້ງຂອງເຂົາເຈົ້າໄປວາງຈໍາໜ່າຍຢູ່ບ່ອນອື່ນພາຍນອກບ້ານແມ່ນມີ 27 % ຂອງຈໍານວນຜູ້ລ້ຽງເຜິ້ງເຂົ້າຮ່ວມໂຄງການທັງໝົດ. ເຊິ່ງການນໍາຜົນຜະລິດໄປຈໍາໜ່າຍຢູ່ນອກບ້ານນັ້ນສ່ວນຫຼາຍແລ້ວຜູ້ລ້ຽງຈະນຳນ້ຳເຜິ້ງຂອງເຂົາເຈົ້າໄປວາງຂາຍໂດຍກົງໃຫ້ຜູ້ບໍລິໂພກ, ແລະ ມີພຽງ 6 % ຂອງຜູ້ລ້ຽງເຜິ້ງຢູ່ບ້ານເປົ້າໝາຍທີ່ພົວພັນກັບແມ່ຄ້າ. ສຳລັບຢູ່ ເມືອງຈອມເພັດ 50% ຂອງຈຳນວນຜູ້ລ້ຽງທັງໝົດແມ່ນພົວພັນກັບແມ່ຄ້າ ແລະ 50% ນໍານໍ້າເຜິ້ງທີ່ຜະລິດໄດ້ໄປວາງຂາຍພາຍນອກບ້ານ (%ຄ່າກາງ).

ການປະກອບສ່ວນ