ລັກສະນະເປັນຫີບມີຝາປິດ ແລະ ຊ່ອງທາງເຂົ້າ-ອອກໃຫ້ເຜິ້ງຢູ່ທາງດ້ານໜ້າ, ສ່ວນພາຍໃນໂກນແມ່ນມີດິ້ວ ຫຼື ກອບໄມ້ວາງລຽງກັນເພື່ອໃຫ້ເຜິ້ງໃຊ້ເປັນບ່ອນໄດ້ສ້າງຮວງໃສ່. ຍ້ອນວ່າເຜິ້ງໂກນມີຂໍ້ແຕກຕ່າງກັນຂຶ້ນກັບແຕ່ລະພື້ນ, ຈຶ່ງບໍ່ມີຂະໜາດໂກນທັນສະໄຫມພຽງຂະຫນາດດຽວທີ່ສາມາດນໍາໃຊ້ໄດ້ກັບເຜິ້ງໂກນໃນທຸກພື້ນທີ່. ຢ່າງໃດກໍ່ຕາມ, ອາດຖືໄດ້ວ່າໂກນບໍລິມາດ 20 ຫາ 25 ລິດ ແລະ 35 ຫາ 45 ລິດ ເຫມາະສໍາລັບເຜິ້ງໂກນໃນພື້ນທີ່ເຂດພູມອາກາດຮ້ອນ ແລະ ເຂດພູມອາກາດອົບອຸ່ນຕາມລໍາດັບ ອີກທັງຍັງໄດ້ມີການແນະນໍາໃຫ້ສ້າງບ່ອນເຂົ້າ-ອອກຂອງເຜິ້ງບໍ່ໃຫ້ກາຍ 5 ຊັງຕີແມັດ,  ເພື່ອເປັນການປ້ອງກັນສັດຕູເຜິ້ງ ແລະ ຄວນໃຫ້ໂກນຫນາຢ່າງນ້ອຍ 2 ຊັງຕິແມັດ.
ໄລຍະຫ່າງລະຫວ່າງຮວງ: ເປັນພື້ນທີ່ວ່າງເພື່ອເຜິ້ງໃຊ້ສໍາລັບເຄື່ອນຍ້າຍຕົວໃນການເຮັດວຽກ. ໃນກໍລະນີຂອງເຜິ້ງໂກນ, ຈາກການສຶກສາຂະໜາດຂອງດິ້ວ 3 ຂະໜາດຕ່າງກັນພົບວ່າການໃຊ້ດິ້ວຂະໜາດກວ້າງ 25,4 ມມ, ສົ່ງຜົນໃຫ້ເຜິ້ງສ້າງດາງໃສ່ດິ້ວເປັນລະບຽບດີທີ່ສຸດຄື: ໜຶ່ງຮວງ/ໜຶ່ງດິ້ວ. ຢ່າງໃດກໍ່ຕາມແທ້ຈີງແລ້ວ, ຂະໜາດດິ້ວທີ່ເໝາະສຸດແມ່ນອິງໃສ່ຂະໜາດຂອງເຜິ້ງໂກນຂອງພື້ນທີ່ນັ້ນໆ.
ບໍລິມາດໂກນ: ປັດໄຈໜຶ່ງທີ່ຄວນຄໍານຶງເຖິງຄື: ບໍລິມາດໂກນ, ທັງນີ້ຍ້ອນວ່າໂກນມີບໍລິມາດນ້ອຍເກີນໄປແມ່ນເຮັດໃຫ້ຮັງເຜິ້ງເຕັມໄວ, ມີຜົນເຮັດໃຫ້ເຜິ້ງທໍາການແຍກຮັງ. ເຊິ່ງໃນການແຍກຮັງແຕ່ລະຄັ້ງຈໍານວນເຜິ້ງ ແລະ ປະລິມານນໍ້າເຜິ້ງແມ່ນຫຼຸດລົງ. ຈາກການສຶກສາຈຶ່ງມີການສະເໜີໃຫ້ເພີ່ມບໍລິມາດໂກນເພື່ອຊ່ວຍຫຼຸດອັດຕາການແຍກຮັງ, ໂດຍພົບວ່າໂກນທີ່ມີບໍລິມາດ 10,2 ແມ່ນນ້ອຍໄປສໍາລັບເຜິ້ງໂກນ.
ຂະໜາດດິ້ວ ຫຼື ກອບ: ຈາກການສຶກສາພົບວ່າສ່ວນຫຼາຍແລ້ວເຜິ້ງໂກນຈະບໍ່ເຮັດຮວງໃສ່ເຕັມກອບ. ການລ້ຽງໂດຍການໃຊ້ດິ້ວນ່າຈະເໝາະສົມຫຼາຍກ່ວາ, ເນື່ອງຈາກບໍ່ຕ້ອງສູນເສຍພື້ນທີ່ພາຍໃນໂກນໄປກັບກອບທີ່ເຜິ້ງບໍ່ໄດ້ໃຊ້ໃຫ້ເກີດປະໂຫຍດ. ພ້ອມກັນນັ້ນ, ຜົນຈາກການທົດລອງພົບວ່າການໃຊ້ດິ້ວກວ້າງ 25,4 ມມ, ໃນໂກນບໍລິມາດ 16,5 ລິດ ເຮັດໃຫ້ເຜິ້ງໂກນສ້າງຮວງໄດ້ຫຼາຍກ່ວາເມື່ອທຽບກັບການໃຊ້ດິ້ວກວ້າງ 34 ມມ ໃນໂກນບໍລິມາດ 10,2 ລິດ.
ການເລືອກໃຊ້ວັດສະດຸ: 1) ປ້ອງກັນຝູງເຜິ້ງຈາກສາພາວະອາກາດທີ່ບໍ່ເໝາະສົມຢູ່ພາຍຍນອກ; 2) ຊ່ວຍຮັກສາອຸນຫະພູມພາຍໃນໂກນ; 3) ປົກປ້ອງເຜິ້ງຈາກສັດຕູ; 4) ສາມາດຫາໄດ້ທົ່ວໄປ, ມີນໍ້າໜັກເບົາ ແລະ ຄົງທົນ. ຈາກການສຶກສາ, ໄດ້ມີການຍົກຕົວຢ່າງການນໍາໃຊ້ວັດສະດຸ ແລະ ພູມປັນຍາທ້ອງຖິ່ນໃນການສ້າງໂກນແບບມີປະສິດທິພາບ ໂດຍໂກນດັ່ງກ່າວເຮັດຂຶ້ນຈາກໄມ້ປ່ອງ ແລະ ຫວາຍ, ພາຍນອກ-ພາຍໃນ ເຄືອບດ້ວຍສ່ວນປະສົມໝາກໄມ້ທ້ອງຖິ່ນກັບແກບ ແລະ ດິນຫນຽວຕາມລໍາດັບ ອີງຕາມການລາຍງານ, ພົບວ່າໂກນລັກສະນະດັ່ງກ່າວເຫມາະກັບສະພາບພູມອາກາດເຂດຮ້ອນຫຼາຍກ່ວາໂກນເຮັດຈາກໄມ້, ຍ້ອນວ່າສາມາດຊ່ວຍຮັກສາລະດັບອຸນຫະພູມ ແລະ ຄວາມຊຸ່ມພາຍໃນໂກນໄດ້ດີກ່ວາ. ຢ່າງໃດກໍຕາມ, ການເລືອກໃຊ້ວັດສະດຸແມ່ນໃຫ້ອີງໃສ່ສະພາບພູມອາກາດທ້ອງຖິ່ນເປັນຫຼັກ.

TABI
ໂກນແບບທັນສະໄໝເໝາະສຳຫຼັບລ້ຽງເຜີ້ງໂກນ

 

ການປະກອບສ່ວນ