ການໄລ່ລຽງເສດຖະກິດແມ່ນອີງໃສ່ຂໍ້ມູນຈາກສອງແຫຼ່ງຄື: 1) ຈາກບົດລາຍງານປີ 2005 ຂອງ Sengngam ແລະ Vandame ແລະ 2) ຜົນໄດ້ຮັບຈາກການຜະລິດນໍ້າເຜິ້ງໃນ 12 ບ້ານເປົ້າໝາຍຢູ່ ເມືອງຈອມເພັດ ແລະ ເມືອງນໍ້າບາກ, ແຂວງຫຼວງພະບາງ ຂອງໂຄງການ TABI (ທັງໝົດ 121 ຄອບຄົວ). 

ທັງນີ້ຂໍ້ມູນທີ່ໄດ້ຈາກບົດລາຍງານຂອງ Sengngam ແລະ Vandame ແມ່ນຂໍ້ມູນຈໍານວນແຮງງານ ແລະ ອັດຕາການຫຼຸ້ຍຫ້ຽນຂອງໂກນເຜິ້ງທີ່ໃຊ້, ຊຶ່ງຂໍ້ມູນດັ່ງກ່າວໄດ້ມາຈາກການສໍາພາດຊາວກະສິກອນລາຍໜຶ່ງຢູ່ ບ້ານໂພນສະອາດ, ແຂວງອຸດົມໄຊ ທີ່ມີປະສົບການການລ້ຽງເຜິ້ງແບບດັ້ງເດີມມາດົນນານ ແລະ ໄດ້ເລີ່ມທົດລອງລ້ຽງເຜິ້ງໃນໂກນທັນສະໄໝ. ໂດຍຈໍານວນໂກນທັງໝົດທີ່ຊາວກະສິກອນລາຍນີ້ມີແມ່ນ 24 ໂກນ, ເປັນໂກນພື້ນເມືອງ ແລະ ໂກນ ທັນສະໄຫມຢ່າງລະເຄິ່ງ,  ໃນຈໍານວນນີ້ມີເຜິ້ງເຂົ້າມາອາໄສຢູ່ 12 ໂກນ. ສໍາລັບຂໍ້ມູນທີ່ໄດ້ຈາກບ້ານເປົ້າໝາຍພາຍໃຕ້ໂຄງການ TABI ແມ່ນຄ່າກາງຜົນຜະລິດນໍ້າເຜິ້ງ ແລະ ຂີ້ເຜິ້ງຕໍ່ໂກນຕໍ່ປີ ແລະ ຄ່າກາງລາຄາຂາຍຜົນຜະລິດທີ່ໄດ້.
 

ມີໂກນເຜິ້ງທັງໝົດ 24 ໂກນ(1): 12 ໂກນທີ່ມີເຜິ້ງ

ລາຍລະອຽດ

ຫົວໜ່ວຍ

ຈຳນວນ

ລາຄາ (ກີບ/ຫົວໜ່ວຍ)

ລວມ (ກີບ)

           
(I) ຜົນຜະລິດ(2)          
ນໍ້າເຜິ້ງ ຄ່າກາງ 3 ກກ./ໂກນ/ແກັດ ກກ. 36 60,000 2,160,000
ຂີ້ເຜິ້ງ ຄ່າກາງ 0.35 ກກ./ໂກນ/ແກັດ ກກ. 4.3 50,000 212,500
ລວມລາຍຮັບ (1)   ກີບ     2,372,500

(II) ຕົ້ນທືນການຜະລິດ

         

1. ອຸປະກອນ(3)

         
1.1 ໂກນພື້ນເມືອງ   ໂກນ 3 60,000

180,000

1.2 ໂກນທັນສະໄຫມ   ໂກນ 3 50,000 150,000
ລວມຍ່ອຍ (2)         330,000
2. ແຮງງານ          
2.1 ເອົາໂກນໄປໄວ້ປ່າ, ດູແລຮັກສາ  ເດືອນພະຈິກຫາທັນວາ ວັນ 8 50,000 400,000
2.2 ກວດກາ +ບົວລະບັດຮັກສາລະຫວ່າງລ້ຽງ 1 ວັນ/ເດືອນ ວັນ 12 50,000 600,000
2.3 ເກັບກູ້ຜົນຜະລິດ (ເດືອນ ມີນາ ຫາ ເມສາ) 2 ຊມ./ໂກນ ວັນ 3 50,000

150,000

2.4 ສ້າງແລະ/ຫຼື ບົວລະບັດຮັກສາໂກນ 6 ໂກນ/ປີ; 0.5 ວັນ/ໂກນ ວັນ 3 50,000 150,000
ລວມຍ່ອຍ (3)         1,300,000
ລວມຍ່ອຍ (3)          
(III) ຕົ້ນທືນການຜະລິດລວມ (2+3) ຕໍ່ປີ       1,630,000

(IV) ຄ່າໃຊ້ຈ່າຍອື່ນໆ

10% ຂອງຕົ້ນທືນລວມ       163,000
(V) ຕົ້ນທືນການຜະລິດທັງໝົດ (2+3+IV) ຕໍ່ປີ       1,793,000
(VI) ລາຍຮັບສຸດທິ (I-V) ຕໍ່ປີ       579,500
(VII) ລາຍຮັບສຸດທິ + ແຮງງານ (VI+3) ຕໍ່ປີ       1,879,500

ອີງໃສ່ວ່າເປັນໂກນພື້ນເມືອງ ແລະ ໂກນທັນສະໄຫມຢ່າງລະເຄິ່ງ; (2) ອີງໃສ່ຂໍ້ມູນການຜະລິດນໍ້າເຜິ້ງປີ 2015 ຂອງ 121 ຄອບຄົວເປົ້າໝາຍພາຍໃຕ້ໂຄງການ TABI ຢູ່ແຂວງຫຼວງພະບາງ; (3)ອີງໃສ່ວ່າ 25% ຂອງໂກນທີ່ຕ້ອງເຮັດໃໝ່ໃນແຕ່ລະປີ (ເປັນໂກນພື້ນເມືອງ ແລະ ໂກນທັນສະໄຫມຢ່າງລະ 3 ໂກນ); (4) ມູນຄ່າໂກນອີງຕາມຂໍ້ມູນຈາກການສໍາພາດຜູ້ລ້ຽງເຜິ້ງລາຍນຶ່ງຢູ່ບ້ານໜອງ, ເຂດເມືອງແປກ, ແຂວງຊຽງຂວາງ (2015).

ການປະກອບສ່ວນ