ຕະຫຼາດຊ່ອງຫວ່າງ

ຈາກການສໍາລວດໄດ້ຊີ້ໃຫ້ເຫັນເຖິງຕະຫຼາດຊ່ອງຫວ່າງສໍາລັບນໍ້າເຜິ້ງຢູ່ ສປປ ລາວ, ເຫັນໄດ້ຈາກທີ່ມີການນໍາເຂົ້ານໍ້າເຜິ້ງຈາກຕ່າງປະເທດມາຈໍາໜ່າຍໂດຍສະເພາະໃນຊ່ວງທີ່ນໍ້າເຜິ້ງເອົາຈາກປ່າ ແລະ ນໍ້າເຜິ້ງໄດ້ຈາກການລ້ຽງພາຍໃນປະເທດຂາດເຂີນ ຫຼື ມີໜ້ອຍບໍ່ພຽງພໍຄວາມຕ້ອງການຂອງຜູ້ບໍລິໂພກ. ນອກຈາກນີ້, ຈາກແຫຼ່ງຂໍ້ມູນດຽວກັນ, ຍັງພົບວ່າຕະຫຼາດພາຍໃນມີຄວາມຕ້ອງການນໍ້າເຜິ້ງຜະລິດຢູ່ພາຍໃນປະເທດມາກກວ່ານໍ້າເຜິ້ງນໍາເຂົ້າ (Sengngam and Vandame 2005).

ຜະລິດຕະພັນອິນຊີ

ອີງໃສ່ລັກສະນະການທໍາກະສິກໍາຢູ່ປະເທດລາວ ທີ່ໃນຫຼາຍພື້ນທີ່ມີຮູບແບບເຮ້ດກະສິກໍາແບບອິນຊີເປັນມູນເຊື້ອ, ອີກທັງໃນປັດຈຸບັນບັນດາພາກສ່ວນໜ່ວຍງານກ່ຽວຂ້ອງຕ່າງໆ ທັງພາຍໃນ ແລະ ພາຍນອກກໍ່ໃຫ້ການສົ່ງເສີມ-ສະໜັບສະໜູນການໃຫ້ການເຮ້ດກະສິກໍາແບບອິນຊີຄົງຢູ່ ແລະ ໄດ້ຮັບພັດທະນາໃຫ້ມີປະສິດທິພາບດີຂຶ້ນ. ເມື່ອເປັນເຊັ່ນນີ້ແລ້ວ, ອີງໃສ່ສະພາບແວດລ້ອມແລ້ວໂອກາດທີ່ນໍ້າເຜິ້ງຜະລິດຢູ່ປະເທດລາວຈະຜ່ານການຮັບຮອງເປັນຜະລິດຕະພັນອິນຊີຈຶ່ງມີຄ່ອນຂ້າງສູງ, ບວກກັບສາຍພັນເຜິ້ງພື້ນເມືອງທີ່ລ້ຽງນັ້ນບໍ່ມີຄວາມຈໍາເປັນໃຊ້ສານນໍາເຂົ້າ ໂດຍສະເພາະຢາຕ້ານເຊື້ອຕໍ່າ. ພ້ອມນີ້, ຜະລິດຕະພັນກະສິກຳອິນຊີນັ້ນ ນັບມື້ນັບວັນກໍ່ຍີ່ງເປັນທີ່ຕ້ອງການຂອງຜູ້ບໍລິໂພກ.

ການປະກອບສ່ວນ