ການບົວລະບັດຮັກສາໂກນເຜິ້ງ

  • ຊ່ວງເວລາທີ່ເຄື່ອນຍ້າຍ ຫຼື ເຮັດກິດຈະກຳລ້ຽງເຜິ້ງຄວນຄຳນຶງເວລາ, ລະດູການ ແລະ ດິນຟ້າອາກາດໃຫ້ເໝາະສົມໂດຍຊ່ວງເວລາທີ່ເໝາະສົມທີ່ສຸດໃນການເຮັດກິດຈະກໍາການລ້ຽງເຜິ້ງແມ່ນລະຫວ່າງ 7 ເຖິງ 9 ໂມງເຊົ້າ ເພາະເປັນຊ່ວງເວລາທີ່ແດດຍັງບໍ່ແຮງ;
  • ບໍ່ຄວນໃຫ້ເຜິ້ງຖືກຝົນຕົກໜັກໃສ່, ອາກາດໜາວຫຼາຍ ແລະ ຕາກແດດແຮງ ແລະ ຫຼີກລ່ຽງການກະທົບກະເທືອນຮ່າງກາຍຂອງໂຕເຜິ້ງເພາະຈະເຮັດໃຫ້ພວກມັນຕາຍ
  • ການກວດການັ້ນໃຫ້ເບີ່ງວ່າເຜິ້ງອອກໄປຊອກຫາອາຫານດີບໍ່, ຝູງເຜິ້ງມີຈໍານວນເຜິ້ງຫຼາຍບໍ່, ເຜິ້ງລາຊິນີມີໄຂ່ຫຼາຍບໍ່ຖ້າແມ່ນໝາຍຄວາມວ່າເຜິ້ງຝູງນັ້ນສົມບູນດີ, ກົງກັນຂ້າມຫາກພົບເຜິ້ງຝູງໃດມີຈໍານວນເຜິ້ງເບົາບາງນັ້ນອາດແມ່ນເປັນເພາະເຜິ້ງລາຊິນີມີໄຂ່ໜ້ອຍ ຫຼື ເຜິ້ງອາດໃກ້ຈະຮ້າງຮັງ
  • ສໍາລັບການກວດກາພາຍໃນໂກນໃຫ້ດໍາເນີນເປັນໄລຍະປະມານເດືອນລະ 1 ເທື່ອ, ການກວດກາໃຫ້ເບິ່ງປະລິມານໄຂ່ເຜິ້ງ, ໜອນເຜິ້ງ ແລະ ຝຸ່ນລະອອງສະສົມ ເປັນຕົ້ນ ແລະ ໃຫ້ດີຄວນມີການບັນທຶກຂໍ້ມູນຂອງເຜິ້ງແຕ່ລະຝູງເຊິ່ງສາມາດເຮັດໃຫ້ເຂົ້າໃຈໄລຍະການເກີດພະຍາດໃນແຕ່ລະປີ, ລະດູເອົານໍ້າເຜິ້ງ, ລະດູທີ່ຫຍຸ້ງຍາກພ້ອມທັງສາຍເຫດ ນອກຈາກນີ້ການບັນທຶກກໍ່ຍັງໃຫ້ຮູ້ໄດ້ວ່າຝູງໃດດີມີປະສິດທິພາບສູງບໍ່ມີພະຍາດເພື່ອນໍາມາເປັນແມ່ພັນ ເປັນຕົ້ນ
  • ຄວນກວດກາເບີ່ງເຜິ້ງເວລາອາກາດເຢັນໃນລະດູຮ້ອນ ແລະ ໃນເວລາທີ່ມີແສງແດດອຸ່ນໃນລະດູໜາວ
  • ກວດກາຝູງທີ່ແຂງແຮງກ່ອນຝູງເຜິ້ງທີ່ເປັນພະຍາດຕິດແປດກັນ
  • ທັງກວດກາ ແລະ ທັງອານາໄມໂກນເຜິ້ງພ້ອມໆກັນ.

ການໃຫ້ອາຫານເສີມຍາມເຜິ້ງຊອກຫາອາຫານໄດ້ຍາກ

  • ສັດສ່ວນການປະສົມແມ່ນນໍ້າຕານ 2 ສ່ວນ ຕໍ່ນໍ້າ 1 ສ່ວນ
  • ບໍ່ໃຫ້ກິນດຸຫຼາຍຄື: ໃຫ້ກິນຫຼາຍໆແຕ່ໜ້ອຍເທື່ອໂດຍໃຫ້ກິນຊ່ວງເວລາ 3 ຫາ 5 ໂມງແລງເປັນເວລາ 2ເຖິງ3ມື້ຕໍ່ເນື່ອງກັນຈົນກະທັງຫຼອດຮັງອັດຖືກຝາໝົດຈຶ່ງໄດ້, ປົກກະຕິສໍາລັບຝູງເຜິ້ງທີ່ມີຮັງ 3 ເຖິງ 4 ຮວງປະລິມານນໍ້າຕານທີ່ໃຊ້ແມ່ນປະມານ 1 ກິໂລກຣາມ
  • ວິທີການໃຫ້ອາຫານແມ່ນໃຫ້ນໍາອາຫານໃສ່ໃນພາຊະນະແລ້ວແປະໄວ້ປາກປະຕູໂກນເຜິ້ງ ຫຼື ວາງໄວ້ໃນບໍລິເວນໃກ້ຄຽງຕ່າງຫາກກໍໄດ້ຄືກັນ
  • ສາມາດໃຫ້ອາຫານເຜິ້ງໃນຍາມທີ່ມີດອກໄມ້ທຳມະຊາດໄດ້ຄືກັນກໍລະນີນີ້ເຜິ້ງຈະກໍ່ຮັງ ແລະ ຂະຫຍາຍຕົວໄວຂຶ້ນ
  • ເວລາອາກາດໜາວວາງພາຊະນະໃສ່ອາຫານພາຍໃນຮັງເຜິ້ງ, ເພາະຖ້າປ່ອຍເຜິ້ງອອກຮັງມາກິນອາຫານຢູ່ນອກຮັງອາກາດໜາວອາດເຮັດໃຫ້ເຜິ້ງຕາຍໄດ້
ການປະກອບສ່ວນ