ວິທີການ ແລະ ອຸປະກອນການລ້ຽງແບບດັ້ງເດີມ

ວັດສະດຸ-ອຸປະກອນ ລວມເຖິງວິທີການເຜິ້ງແບບທ້ອງຖິ່ນນັ້ນເຖິງແມ່ນວ່າມີຈຸດແຂງໃນເລື່ອງຂອງຕົ້ນທຶນຄ່າອຸປະກອນ ແລະ ແຮງງານໃຊ້ໃນການເບີ່ງແຍງ-ດູແລຮັກສາທີ່ອາດຕ່ຳກ່ວາ, ແຕ່ຈຸດດ້ອຍຂອງການລ້ຽງເຜິ້ງແບບດັ່ງກ່າວນັ້ນກໍ່ມີ ໂດຍສະເພາະລັກສະນະຂອງໂກນແບບດັ້ງເດີມທີ່ໃຊ້ ເຊິ່ງເປັນສາເຫດເຮ້ດໃຫ້ໃນການເກັບກູ້ນໍ້າເຜິ້ງແຕ່ລະເທື່ອ ຈໍາເປັນຕ້ອງໄດ້ເກັບກູ້ເອົາຮວງເຜິ້ງທັງໝົດທຸກຮວງອອກຈາກໂກນ, ສົ່ງຜົນໃຫ້ຝູງເຜິ້ງອ່ອນແອ – ເຊິ່ງອາດເປັນໜຶ່ງໃນບັນດາສາເຫດທີ່ເຮ້ດໃຫ້ຈໍານວນເຜິ້ງໃນທໍາມະຊາດຫຼຸດລົງໃນໄລຍະຍາວ.
ຢ່າງໃດກໍ່ຕາມ, ອົງຄວາມຮູ້ ແລະ ນະວັດຕະກໍາໃນການລ້ຽງເຜິ້ງສະໄໝໃໝ່ນັ້ນສ່ວນຫຼາຍໄດ້ຖືກພັດທະນາຂຶ້ນສໍາລັບໃຊ້ລ້ຽງເຜິ້ງພັນ A. mellifera ດັ່ງນັ້ນແລ້ວເພື່ອໃຫ້ສາມາດນໍາໃຊ້ກັບເຜິ້ງພັນພື້ນເມືອງ A. cerana ໄດ້ຢ່າງເໝາະສົມ, ເຕັກນິກວິທີການ ລວມເຖິງອຸປະກອນການລ້ຽງຕ້ອງໄດ້ດັດແກ້ ເປັນຕົ້ນວ່າ ຂະໜາດຄວາມກ້ວາງຂອງຊ່ອງຫວ່າງລະຫວ່າງດິ້ວເຊິ່ງຕ້ອງໜ້ອຍກ່ວາ ສາເຫດຍ້ອນວ່າເຜິ້ງພື້ນເມືອງນັ້ນມີຂະໜາດໜ້ອຍກ່ວາ ຫຼື ອີງໃສ່ການລາຍງານກ່ຽວກັບລັກສະນະນິໄສຂອງເຜິ້ງໂກນທີ່ນາງລາຊິນີຈະວາງໄຂ່ໃສ່ສະເພາະໃນຮູຫຼອດຮັງທີ່ສ້າງຂຶ້ນໃຫມ່, ເມື່ອເປັນເຊັ່ນນີ້ແລ້ວ ການລ້ຽງໂດຍການນໍາໃຊ້ຮວງຮັງເກົ່າ ເຊິ່ງເປັນເຕັກນິກວິທີການແບບທີ່ໃຊ້ສໍາລັບລ້ຽງເຜິ້ງພັນຈຶ່ງອາດບໍ່ເໝາະສົມ ເປັນຕົ້ນ.

ຄຸນນະພາບນໍ້າເຜິ້ງ
ນໍ້າເຜິ້ງກໍ່ຄືກັບຜະລິດຕະພັນອາຫານຊະນິດອື່ນຄື: ຕ້ອງໄດ້ມີການຄວບຄຸມໃຫ້ມີຄວາມປອດໄພຕໍ່ຜູ້ບໍລິໂພກ ແລະ ມີຄຸນນະພາບພາຍໃຕ້ມາດຖານທີ່ເປັນທີ່ຍອມຮັບໂດຍທົ່ວໄປ, ໂດຍສະເພາະ Codex Alimentarius ເຊິ່ງເປັນມາດຖານສາກົນກ່ຽວກັບຜະລິດຕະພັນທາງການກະເສດ ແລະ ອາຫານ. ທັງນີ້, ປະຈຸບັນນໍ້າເຜິ້ງທີ່ຜະລິດຂຶ້ນພາຍໃນປະເທດນັ້ນໂດຍລວມແລ້ວຜະລິດຂຶ້້ນໂດຍຜູ້ຜະລິດລາຍຍ່ອຍ, ໂດຍຜູ້ຜະລິດກຸ່ມດັ່ງກ່າວສ່ວນຫຼາຍແລ້ວຍັງຕ້ອງການຂໍ້ມູນເຕັກນິກວິທີການການປຸງແຕ່ງນໍ້າເຜິ້ງຢ່າງຖືກຕ້ອງຕາມຫຼັກການ, ທັງນີ້ເພື່ອໃຫ້ນໍ້າເຜິ້ງທີ່ຜະລິດໄດ້ມີຄຸນນະພາບາຕາມມາດຖານສາກົນ ເປັນຕົ້ນວ່າ ຄ່າຄວາມຊຸ່ມ ແລະ ປະລິມານສິ່ງປົນເປື້ອນ ເປັນຕົ້ນ ແລະ ສາມາດຖືກຈັດໄດ້ວ່າເປັນຜະລິດຕະພັນນໍ້າເຜິ້ງ ແລະ ສາມາດວາງຈໍາໜ່າຍໃນຕະຫຼາດໄດ້ທັງພາຍໃນ ແລະ ພາຍນອກ.

ການປະກອບສ່ວນ