ຜັກຮາກ / Redstake Climber

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Erythropalum scandens Blume / Olacaceae
ຊື່ພ້ອງ
Dactylium vagum Griff.
Decastrophia inconspicua Griff.
Erythropalum grandifolium Elmer
Erythropalum populifolium Mast.
Erythropalum vagum (Griff.) Mast.
Mackaya populifolia Arn.
Modeccopsis vaga Griff.
Passiflora heyneana Wall.
ຊື່ອື່ນ
Chinese: 赤苍藤 [chi cang teng]
Eng: Kulim Akar
Thai: Phak Rot, Phak Hak


ບັນຍາຍລັກສະນະພືດສາດ

ເປັນໄມ້ເຄື່ອທີ່ມີເນື້ອໄມ້ແຂງ, ຍາວເຖີງ 10 ມ, ລຳຕົ້ນແຕກກີ່ງກ້ານໄດ້ຫຼາຍ. ໃບຈັບແບບສະລັບ, ກ້ານໃບຍາວ 3-10 ຊມ, ປາຍກວ້າງ. ແຜ່ນໃບຮູບໄຂ່ແກມຮູບສາມຫຼ່ຽມ, ກວ້າງ 6-11 ຊມ, ຍາວ 9-12 ຊມ, ປາຍໃບແຫຼມ, ໂຄນໃບຮູບຕັດ ຫຼື ໂຄ້ງເລັກນ້ອຍ, ຂອບໃບຍັກຄ້າຍຄື່ນນ້ອຍໆ ແລະ ຫ່າງໆ ຜີວລຽບດ້ານເທີງຜີວໃບສີຂຽວເຂັ້ມ, ດ້ານລຸ່ມສີຂຽວຈິດຈາງ, ເສັ້ນໃບອອກຈາກໂຄນໃບ ສາມເສັ້ນ. ມີມືເກັບເກີດຈາກງ່າມໃບກົມ ຍາວປະມານ 12 ຊມ, ປາຍແຍກເປັນສອງແສກ, ດອກອອກເປັນຊໍ່ຍອດປະມານ 10 ຊມ, ຫຼື ຫຼາຍກວ່າ, ດອກຍ່ອຍເປັນຕຸ່ມສີຂຽວກວ້າງປະມານ 2 ມມ, ໝາກຄ້າຍໝາກສີດາ, ກວ້າງປະມານ 1 ຊມ, ຍາວ 1,5-2,0 ຊມ, ເມື່ອແກ່ສີເຫຼືອງ ຫຼື ອອກແດງ ເມັດຮູບໄ່ຍາວປະມານ 1 ຊມ, ມີ 1 ເມັດ ຕໍ່ໜື່ງໝາກ.

ບັນຍາຍການນຳໃຊ້

ຍອດອ່ອນ ນຳໄປປະກອບອຫານເຊັ່ນ: ແກ້ງໃສ່ກັບເຫັດ ຫຼື ຜັກອື່ນໆ, ຍອດ່ອນນຳໄປປະກອບອາຫານເຊັ່ນ ແກ້ງ ຫຼື ນື່ງ ກັບແຈ່ວປາ, ປະຈຸບັນຍັງເກັບກູ້ຕາມທຳມະຊາດຢູ່ເພາະວ່າຍັງບໍ່ມີໃຜປູກເປັນພືດຜັກເສດຖະກິດເທື່ອ ພົບໄດ້ຕາມທ້ອງຕະຫຼາດໃນຊ່ວງເດືອນກຸມພາ ເຖີງເດືອນ ກໍລະກົດ, ຍອດອ່ອນທີ່ເກັບມາຂາຍ. 
ການປູກຂະຫຍາຍພັນ: ສາມາດເຮັດໄດ້ໂດຍການຊອກຫາມາກ້າປູກໄດ້, ສາມາດຕັດກີ່ງງ່າມາຊ້ຳໄດ້ ແລະ ສາມາດຕອນກີ່ງໄດ້. ເປັນພືດທີ່ຂະຫຍາຍພັນໄດ້ງ່າຍ. 

ການປະກອບສ່ວນ