ລ້ຽງເຜິ້ງໂກນສ້າງລາຍຮັບໄດ້ຫຼາຍລ້ານ

Andy Souvanphakdy
ຈາກການເລາະຊອກຫາເຜິ້ງທຳມະຊາດຈົນເກືອບຈະສູນພັນ ສູ່ການລ້ຽງເຜິ້ງໂກນສ້າງລາຍຮັບໃຫ້ຊາວກະສິກອນໄດ້ຫຼາຍລ້ານ
ຊີວະນາໆພັນກະສິກຳ
phakhaolao.la

ເປັນຫຍັງຕ້ອງລ້ຽງເຜິ້ງໂກນ

       ທ່ານ ຄຳໃຈ ສຸວັນທອງ ພະນັກງງານກະສິກຳ ແລະ ປ່າໄມ້ ເມືອງຄູນ ແຂວງຊຽງຂວາງກ່າວວ່າ: ໃນອາດີດຊາວກະສິກອນຈະຫານໍ້າເຜິ້ງຈາກປ່າ ເຊິ່ງຈະໃຊ້ວິທີຈູດໄຟເຜົາເອົາ ຈົນເຮັດໃຫ້ແມ່ລາຊະນີຕາຍ ແລະ ເປັນໜຶ່ງໃນສາເຫດທີ່ເຮັດໃຫ້ຈຳນວນປະຊາກອນເຜິ້ງກໍໍຫຼຸດລົງ. ປະຈຸບັນ ໄດ້ມີການຫັນປ່ຽນມາລ້ຽງເຜິ້ງແທນ, ຊາວບ້ານໄດ້ຮຽນຮູ້ການເຕັກນິກການລ້ຽງເຜິ້ງໂກນ ແລະ ໄດ້ຊ່ວຍອະນຸລັກຮັກສາເຜິ້ງນຳອີກ. ສະເລ່ຍການຜະລິດນໍ້າເຜິ້ງ ຄອບຄົວໜຶ່ງສາມາດຜະລິດໄດ້ 700 ກິໂລກຣາມ ຕໍ່ປີ ຄິດເປັນເງິນແມ່ນ 35.000.000 ກີບ. ການລ້ຽງເຜິ້ງເປັນກິດຈະກຳໜຶ່ງທີ່ຊ່ວຍໃນການອະນຸຮັກຊີວະນາໆພັນ ເຂດໃດທີ່ລ້ຽງເຜິ້ງ ຊາວກະສິກອນກໍຈະປູກຕົ້ນໄມ້, ແນວພັນໝາກໄມ້, ແລະ ດອກໄມ້ຫຼາຍ.

 

ການປະກອບສ່ວນ