ກ່ຽວກັບພວກເຮົາ

ກ່ຽວກັບພວກເຮົາ

Rice harvesting. Image credit: TABI

ທຸກໆມື້ສິ່ງທີ່ປະຊາຊົນລາວໄດ້ບໍລິໂພກສ່ວນໜຶ່ງຂອງມູນມໍລະດົກແຫ່ງຊາດ, ການກິນໜໍ່ໄມ້, ໄຄແຜ່ນ, ເບຍທີ່ຄົນເຮົາດື່ມ ຫຼື ເມນູເຝີແຊບໆທີ່ເປັນເອກະລັກແບບເຝີຊຽງຂວາງ. 

ນີ້ຄືທີ່ມາຂອງການເອີ້ນວ່າ “ພາເຂົ້າລາວ”

ພາເຂົ້າ ເປັນໂຕະທີ່ໃຊ້ຮັບປະທານອາຫານໃນປະເທດລາວ ແລະ ເປັນສັນຍາລັກຂອງປະຊາຊົນລາວ ທີ່ກ່ຽວຂ້ອງກັບຄວາມຫຼາກຫຼາຍທາງຊີວະນາໆພັນ (ABD) ໂຕະດັ່ງກ່າວມັກຈະເຮັດດ້ວຍຫວາຍ ແລະ ໄມ້ໃຜ່ທີ່ຜະລິດພາຍໃນປະເທດ, ຄອບຄົວໝູ່ເພື່ອນຈະຮ່ວມກັນເພື່ອຮ່ວມແບ່ງປັນອາຫານຕ່າງໆແມ່ນມາຈາກທຳມະຊາດເຊັ່ນ: ເຂົ້າໜຽວ, ປາປີ້ງ, ເອາະ, ຜັກລວກ ຫຼື ແຈ່ວທີ່ຕຳເປັນສູດພິເສດຂອງແຕ່ລະທ້ອງຖິ່ນ.

ພວກເຮົາມຸ້ງຫວັງທີ່ຢາກເຮັດແບບນັ້ນໃນລະບົບອອນລາຍ 

ລະບົບແລກປ່ຽນຄວາມຮູ້ດ້ານຊີວະນາໆພັນກະສິກຳ “ພາເຂົ້າລາວ”ມີຈຸດປະສົງເພື່ອສັງລວມຄວາມຫຼາກຫຼາຍດ້ານຄວາມຮູ້ທີ່ເປັນເອກະສານ ແລະ ຄຳເວົ້້າ ໃນຂອບເຂດທົ່ວປະເທດໃຫ້ມັນສາມາດເຂົ້າເຖິງແລະນໍາໃຊ້ໄດ້ງ່າຍໂດຍນັກສຶກສາ, ນັກຄົ້ນຄວ້າ, ການນັກພັດທະນາ, ຜູ້ຕັດສິນດ້ານນະໂຍບາຍ, ຊຸມຊົນທ້ອງຖິ່ນແລະພາກເອກະຊົນ. ລະບົບດັ່ງກ່າວຈະເປັນລະບົບການສົ່ງ-ຮັບຄວາມຮູ້, ເຂົ້າໃຈງ່ຍ ແລະ ເປັນປະໂຫຍດຕໍ່ຜູ້ນຳໃຊ້.

ລະບົບເນັ້ນໃສ່:
• ເຮັດວຽກເປັນພື້ນທີ່ຮວບຮວມຂໍ້ມູນຄວາມຮູ້ທີ່ເປັນທາງງການ ຂອງບັນດາຜະລິດຕະພັນຊີວະນາໆພັນ ແລະ ຂໍ້ມູນທີ່ກ່ຽວກັບຊະນິດພັນຂອງມັນ ລວມທັງສະໜອງຂໍ້ມູນໃຫ້ແກ່ນັກຄົ້ນຄວ້າ ແລະ ທາງດ້ານນະໂຍບາຍ
• ສ້າງແຮງບັນດານໃຈໃຫ້ແກ່ນັກສຶກສາ, ຜູ້ປະກອບການຊາວກະສິກອນໜຸ່ມ, ຊາວກະສິກອນທັງຍິງ ແລະ ຊາຍໃນການຜະລິດ ກະສິກຳ ແລະ ຜະລິດຕະພັນທີ່ມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ
• ອຳນວຍຄວາມສະດວກໃນການຮຽນຮູ້ ແລະແບ່ງປັນຂໍ້ມູນລະຫວ່າງພາກສ່ວນຕ່າງໆ ແລະ ສະໜັບສະໜຸນຄວາມປ່ຽນແປງໃນການຜະລິດກະສິກຳ, ການບໍລິໂພກ ແລະ ການນຳໃຊ້ຊີວະນາໆພັນ

ເຮົາຕ້ອງການໃຫ້ຄົນລາວຮັບຮູ້ກ່ຽວກັບມໍລະດົກທາງດ້ານວັດທະນະທຳທີ່ອຸດົມຮັ່ງມີ, ມີຄວາມພາກພູມໃຈ ແລະ ສິ່ງສຳຄັນແມ່ນຕື່ນຕົວໃນການອະນຸລັກຮັກສາ, ຄຸ້ມຄອງ ແລະຮັບຜົນປະໂຫຍດຈາກຄວາມອຸດົມສົມບູນຂອງຊັບພະຍາກອນທຳມະຊາດ.

ເຮົາຈະນຳໃຊ້-ຢ່າເຮັດໃຫ້ມັນສູນເສຍໄປ

ການປະກອບສ່ວນ