ການລ້ຽງເຜິ້ງໃນໂກນທັນສະໄຫມແມ່ນຖືກພັດທະນາຂຶ້ນມາເພື່ອໃຊ້ສໍາລັບລ້ຽງເຜິ້ງພັນ, ເຊິ່ງເມື່ອນໍາມາໃຊ້ລ້ຽງເຜິ້ງໂກນໂດຍກົງແບບບໍ່ໄດ້ດັດແປງຈະສົ່ງຜົນໃຫ້ການລ້ຽງບໍ່ໄດ້ປະສິດທິຜົນເທົ່າທີ່ຄວນ, ອີກທັງຍັງເປັນໜຶ່ງໃນສາເຫດເຮັດໃຫ້ເຜິ້ງປະຖີ້ມຮັງ. ດັ່ງນັ້ນເພື່ອໃຫ້ການລ້ຽງເຜິ້ງໂກນໃນໂກນທັນສະໄຫມໄດ້ປະສິດທິຜົນຈຶ່ງຕ້ອງທໍາການດັດແປງລັກສະນະຂອງໂກນທັນສະໄທມ, ລວມເຖິງການຈັດການໃນການລ້ຽງໃຫ້ເໝາະສົມກັບສະພາບແວດລ້ອມຂອງທ້ອງຖິ່ນ ແລະ ລັກສະນະນິໄສຂອງເຜິ້ງໂກນ ໂກນທັນສະໄຫມມີລັກສະນະ 2 ແບບຄື: 1) ແບບທີ່ໃຫ້ເຜິ້ງສ້າງຮວງໃສ່ໃນກອບ (frame) ແລະ 2) ແບບໃສ່ໃນດິ້ວ (top bars) ເຊິ່ງໂກນທັງສອງແບບຖືກອອກແບບມາເພື່ອໃຫ້ຜູ້ລ້ຽງເຜິ້ງສາມາດຕິດຕາມສະພາບຝູງເຜິ້ງທີ່ລ້ຽງໄດ້ໂດຍຍົກກອບ ຫຼື ດິ້ວຂຶ້ນກວດກາ ເຊັ່ນ ກວດເບິ່ງຈໍານວນເຜິ້ງໃນຝູງລະຫວ່າງການລ້ຽງ, ລວມເຖິງກວດເບີ່ງເວລາທີ່ພ້ອມເກັບກູ້ນໍ້າເຜິ້ງ. ພ້ອມກັນນັ້ນຜູ້ລ້ຽງກໍ່ຍັງສາມາດເລືອກເກັບກູ້ເອົາສະເພາະຮວງທີ່ມີນໍ້າເຜິ້ງເຕັມ. ທັງນີ້ຂັ້ນຕອນຕ່າງໆ ທີ່ກ່າວມາແມ່ນບໍ່ສາມາດເຮັດໄດ້ໃນກໍລະນີທີ່ລ້ຽງເຜິ້ງໃນໂກນແບບດັ້ງເດີມ. ໂດຍຂັ້ນຕອນການປະຕິບັດ ແລະ ເຕັກນິກຕ່າງໆ ໃນການລ້ຽງເຜິ້ງໂກນໃນໂກນທັນສະໄຫມໄດ້ຖືກສະແດງໃນຫົວຂໍ້ຕໍ່ໄປ.

TABI
ການລ້ຽງເຜິ້ງໃນໂກນທັນສະໄຫມ

 

ການປະກອບສ່ວນ