ສໍາລັບການເສື່ອມຄຸນນະພາບຂອງນໍ້າເຜິ້ງນັ້ນມີທັງໃນເລື່ອງຂອງສີ, ກິ່ນ, ຣົດຊາດ ແລະ ຄຸນຄ່າທາງໂພຊະນາການຂອງນໍ້າເຜິ້ງ. ໂດຍສາເຫດຫຼັກແມ່ນຍ້ອນມາເກີດຈາກການປຸງແຕ່ງ ແລະ ການເກັບຮັກສານໍ້າເຜິ້ງທີ່ບໍ່ຖືກວິທີ ເປັນຕົ້ນວ່າ, ຖ້າປ່ອຍໃຫ້ນໍ້າເຜິ້ງໄດ້ຮັບຖືກຄວາມຮ້ອນ ຫຼື ແສງແດດຫຼາຍເກີນໄປ. ນອກຈາກນັ້ນແລ້ວການບູດຂອງນໍ້າເຜິ້ງກໍ່ເປັນອີກໜຶ່ງສາເຫດເຮັດໃຫ້ນໍ້າເຜິ້ງເຊື່ອມຄຸນນະພາບ, ໂດຍການບູດຂອງນໍ້າເຜິ້ງນັ້ນແມ່ນເກີດຈາກເຊື້ອຣາທີ່ມີຢູ່ຕາມທໍາມະຊາດໃນນໍ້າເຜິ້ງ (ເຊື້ອຣາ Osmophile ເຊິ່ງເປັນເຊື້ອລາຊະນິດທີ່ສາມາດຈະເລີນເຕີບໂຕໃນສະພາບທີ່ມີປະລິມານນໍ້າຕານສູງໄດ້) ໂດຍເຊື້ອຣາດັ່ງກ່າວບໍລິໂພກນໍ້າຕານໃນນໍ້າເຜິ້ງເປັນອາຫານ (dextrose ແລະ levulose) ແລະ ຜະລິດສີ່ງເສດເຫຼືອອອກມາເປັນເຫລົ້າ (ethyl alcohol) ແລະ ແກັສ carbon dioxide ເຊິ່ງເຫຼລົ້າເມື່ອເຂົ້າທໍາປະຕິກິຣິຍາກັບແກັສອົກຊີເຈນກໍ່ຈະເກີດກົດ acetic ກັບ ນໍ້າ ເປັນທີ່ມາຂອງຣົດສົ້ມຂອງນໍ້າເຜິ້ງບູດ.

ການປະກອບສ່ວນ