ງົວເປັນສັດກິນຫຍ້າ ກິນພືດອັນຫຼາກຫຼາຍ, ມັນສາມາດກັດເລັມຫຍ້າໄດ້ທັ້ງວັນ, ຈາກນັ້ນຈື່ງມານອນຄ້ຽວເອື້ອງຢູ່ກ້ອງຕົ້ນໄມ້, ອາຫານສ່ວນຫຼາຍແມ່ນພືດຕະກຸນຫຍ້າ, ໃບ ແລະ ໜໍ່ຂອງໄມ້ປ່ອງເກືອບທຸກຊະນິດທີ່ງົວສາມາດກິນເປັນອາຫານໄດ້. ນອກນັ້ນຍັງມີພວກພືດທັນຍາຫານທີ່ຄົນເຮົາປູກເປັນອາຫານ ແລະ ສິນຄ້າ ເຊັ່ນ: ຖົ່ວ, ສາລີ, ເຂົ້າ ແລະ ອື່ນໆ ເປັນອາຫານທີ່ມີຄຸນຄ່າທາງໂພຊະນາການສູງຂອງງົວໄດ້ເຊັ່ນດຽວກັນ. ປະຈຸບັນໄດ້ມີການນຳຫຍ້າສາຍພັນຕ່າງປະເທດເຂົ້າມາປູກເຊັ່ນ: ຫຍ້າລູຊີ ເຊິ່ງເປັນອາຫານຂອງສັດຄ້ຽວເອື້ອງຫຼາຍຊະນິດ.

ການປະກອບສ່ວນ