ການເຮັດເຟືອງບົ່ມ

ເຟືອງເປັນອາຫານທຳມະຊາດທີ່ສຳຄັນຂອງງົວໃນຊ່ວງຍາມແລ້ງ, ເຟືອງເປັນອາຫານຫຼັກຂອງງົວໃນຊ່ວງທີ່ຫຍ້າອືດ, ແຕ່ເຟືອງແຫ້ງມີຄຸນຄ່າທາງ ດ້ານໂພຊະນາການຕໍ່າ, ສັດກິນໃຫຍ່ຊ້າ, ຖ້າຢາກນຳເອົາເຟືອງແຫ້ງໄປລ້ຽງງົວ ໃຫ້ມີຄຸນຄ່າທາງອາຫານຄວນຈະນຳ ເອົາເຟືອງແຫ້ງ ມາປຸ່ງແຕ່ງກ່ອນ ເພື່ອໃຫ້ງົວກິນແລ້ວຈະເລີນເຕິບໂຕໄວ ເຊິ່ງການປຸ່ງແຕ່ງສາມາດເຮັດໄດ້ໂດຍ ການເຮັດເຟືອງໝັກໃຊ້ອັດຕາສ່ວນ ແລະ ຂັ້ນຕອນດັ່ງນີ້:

http://www.ฟางอัดก้อนกากเบียร์.com/category/21/%E0%B9%80%E0%B8%97%E0%B8%84%E0%B8%99%E0%B8%B4%E0%B8%84%E0%B8%81%E0%B8%B2%E0%B8%A3%E0%B9%80%E0%B8%A5%E0%B8%B5%E0%B9%89%E0%B8%A2%E0%B8%87%E0%B8%A7%E0%B8%B1%E0%B8%A7/%E0%B8%82%E0%B8%B1%E0%B9%89%E0%B8%99%E0%B8%95%E0%B8%AD%E0%B8%99%E0%B8%81%E0%B8%B2%E0%B8%A3%E0%B8%97%E0%B8%B3%E0%B8%9F%E0%B8%B2%E0%B8%87%E0%B8%AB%E0%B8%A1%E0%B8%B1%E0%B8%81%E0%B9%83%E0%B8%AB%E0%B9%89%E0%B8%A7%E0%B8%B1%E0%B8%A7

ສ່ວນປະສົມ: ເຟືອງ 100 ກິໂລ, ນ້ຳ 100 ລິດ, ປຸ່ຍຢູ່ເລຍສຸດ 46-00-00 ຈຳນວນ 6 ກິໂລກຼາມ, ກາກນ້ຳຕານ 1 ຈອກກາເຟ.

ວິທີການປະຕິບັດ: ເອົາຜ້າຢາງມາປູພື້ນທີ່ປັບໜ້າດິນພຽງດີ, ເອົາເຟືອງມາວາງໃຫ້ທົ່ວຜ້າຢາງ ເອົາປຸ່ຍ ແລະ ກາກນ້ຳຕານລະລາຍໃນນ້ຳແລ້ວ ເອົາໄປຫົດກອງເຟືອງໃຊ້ບົວຫົດໃຫ້ທົ່ວກອງເຟືອງ, ເອົາມັດເຟືອງ ຫຼື ຂອນໄມ້ສອດເຂົ້າຂອງກອງເຟືອງເພື່ອເຮັດໃຫ້ເປັນຄັນຄູບໍ່ໃຫ້ນ້ຳໄຫຼອອກຈາກກອງເຟືອງ. ເຮັດເປັນຊັ້ນຕໍ່ໆໄປແບບດຽວກັນ (ແຕ່ລະຊັ້ນມີເຟືອງ 100 ກິໂລກຼາມ). ເມື່ອເຮັດຊັ້ນສຸດທ້າຍສຳເລັດແລ້ວຂຶ້ນໄປຢຽບເຟືອງ ໃຫ້ແໜ້ນແລ້ວປົກຫຸ້ມ ດ້ວຍຜ້າຢາງຄັກແນ່. ໃຊ້ເຟືອງມັດເຕັງ ຫຼື ວັດສະດຸອື່ນໆ ມາເຕັງຜ້າຢາງອີກເພື່ອບໍ່ໃຫ້ຖືກແສງແດດປ້ອງກັນບໍ່ໃຫ້ຜ້າຢາງຖືກລົມພັດປິວອອກ. ໝັກໄວ້ປະມານ 19-21 ວັນ, ກໍ່ສາມາດນຳເອົາເຟືອງໝັກເທື່ອລະນ້ອຍໄປໃຫ້ງົວກິນ. ຫຼັງຈາກນັ້ນເປິດເອົາເຟືອງໝັກເທື່ອລະນ້ອຍໄປ ໃຫ້ງົວກິນຕ້ອງປົກໄວ້ຄືເກົ່າ, ຖ້າເຮົາບໍ່ປົກຈະເກີດເຊື້ອຣາແລ້ວບໍ່ສາມາດໃຫ້ງົວກິນໄດ້, ຈະເຮັດໃຫ້ງົວເຈັບທ້ອງໄດ້. ກ່ອນຈະເອົາເຟືອງໝັກໄປໃຫ້ງົວກິນຄວນເອົາໄປຕາກລົມໃຫ້ກິ່ນແອມໂມເນຍໝົດກິ່ນກ່ອນ. ເຟືອງບົ່ມ 100 ກິໂລກຼາມໃຫ້ງົວໜື່ງໂຕກິນໄດ້ 20 ວັນ (ເຟືອງບົ່ມຄັ້ງໜື່ງໃຫ້ງົວກິນໝົດພາຍໃນ 3-4 ອາທິດ).

ການປະກອບສ່ວນ