ການສັງເກດພືດຕິກຳງົວຕິດພະຍາດ

ພືດຕິກຳປົກກະຕິ

ພືດຕິກຳເລີ່ມຕິດພະຍາດ

ເມື່ອປ່ອຍລົງທົ່ງຈະເລັມຫຍ້າຕິດຕໍ່ກັນປະມານ 1-3 ຊົ່ວໂມງ, ແລ້ວຢຸດນິ້ງ ເພື່ອຄ້ຽວເອື້ອງປະມານ 20-40 ນາທີ, ແລ້ວຈະເລີ່ມເລັມຫຍ້າອີກ.

ເມື່ອປ່ອຍລົງທົ່ງຫຍ້າຈະມັກຢຸດເຊົາຢູ່ຕາມຮົ່ມໄມ້ ແລະ ບໍ່ຄ້ຽວເອື້ອງ

ເມື່ອຢູ່ໃນຄອກຈະຄ້ຽວເອື້ອງ ແລະ ຢຸດນິ້ງສະຫຼັບກັນໄປ

ຢູ່ໃນຄອກມັກຊືມຕະຫຼອດເວລາ, ຫູ ແລະ ຫາງບໍ່ເຄື່ອນໄຫວ

ຂະນະຢຸດນິ້ງອາດຢືນ ຫຼື ນອນ, ບາງຄັ້ງກໍ່ຫຼັບຕາ, ແຕ່ຫູ ແລະ ຫາງຍັງແກວ່ງໄປມາເພື່ອໄລ່ຍຸງ ແລະ ຮິ້ນ.

 

ໃນມື້ໜື່ງງົວຈະດື່ມນ້ຳ 3-4 ຄັ້ງ, ຖ້ລ້ຽງໃນບ່ອນຫຍ້າບໍ່ສົມບູນ ຫຼື ຫຍ້າບໍ່ຫລາຍ, ມັນຈະເລັມຫຍ້າຕະຫຼອດວັນ, ແລ້ວຈື່ງຢຸດພັກ ແລະ ຫານ້ຳກິນ.

 

ນ້ຳປັດສະວະນ້ຳໃສໆ ຫຼື ສີເຫຼືອງອ່ອນໆ

ນ້ຳປັດສະວະເປັນຂຸ້ນ ຫຼື ເຫຼືອງເຂັ້ມ

ປົກກະຕິງົວຈະຖ່າຍປະມານ 9 ຄັ້ງຕໍ່ວັນ ຄືກາງວັນ 5 ຄັ້ງ, ກາງຄືນ 3 ຄັ້ງ, ລວມຂີ້ງົວຈະໜັກປະມານ 4-5% ຂອງນ້ຳໜັກໂຕ, ຂີ້ງົວທີ່ກິນພືດ ຫຼື ຫຍ້າຢ່າງດຽວຈະມີລັກສະນະເປັນສີຂຽວ, ກິ່ນຈະບໍ່ເໜັນຫຼາຍ.

ຖ່າຍອອກເປັນຂີ້ແຫຼວ, ສີແດງ ຫຼື ມີເລືອດ, ມີກິ່ນເໜັນ ແລະ ມີພະຍາດປົນອອກມາ.

ການເຕັ້ນຂອງຫົວໃຈ 60-70 ຄັ້ງຕໍ່ນາທີ

ຫົວໃຈເຕັ້ນຊ້າ ຫຼື ໄວກວ່າປົກກະຕິ

ການຫາຍໃຈປົກກະຕິ 15-30ຄັ້ງຕໍ່ນາທີ

ຫາຍໃຈຫອບຫືດ, ຖິ່ ຫຼື ຫາຍໃຈເບົາໆ

ອຸນຫະພູມຮ່າງກາຍຢູ່ລະຫວ່າງ 38-39 ອົງສາ,

ອຸນຫະພູມໃນຮ່າງກາຍສູງກວ່າປົກກະຕິ

ການປະກອບສ່ວນ