ຕົ້ນກະຖິນ / White Popinac

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Leucaena leucocephala (Lam.) de Wit / Fabaceae
ຊື່ພ້ອງ
Leucaena leucocephala subsp. glabrata (Rose) Zarate
Leucaena leucocephala subsp. glabrata (Rose) Zárate
Leucaena leucocephala subsp. leucocephala
ຊື່ອື່ນ
ລາວ: ຕົ້ນກະຖິນ
ໄທ: ກຣະຖິນ, ກະເສັດ, ກະເສັດບົກ
ບັນຍາຍລັກສະນະພືດສາດ

ເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍມີຄວາມສູງປະມານ 3–10 ແມັດ, ລັກສະນະເຮືອນຍອດເປັນຮູບໄຂ່ ຫຼື ກົມ, ເປືອກຕົ້ນມີສີເທົາ ແລະ ມີປຸ່ມເປັນໂນນຂອງຮອຍກີ່ງກ້ານທີ່ຫຼົ່ນໄປ. ໃບ: ເປັນໃບປະສົມແບບຂົນນົກສອງຊັ້ນຮຽງສະຫຼັບກັນ,  ຍາວປະມານ 12.5–25 ຊັງຕີແມັດ. ແກນກາງໃບປະສົມມີຂົນ ໃບແຍກຂະແໜງປະມານ 3–19 ຄູ່ ຮຽງກົງກັນຂ້າມກັນ, ຍາວປະມານ 5–10 ຊັງຕີແມັດ. ສ່ວນໃບຍ່ອຍມີປະມານ 5–20 ຄູ່ ຮຽງຢູ່ກົງກັນຂ້າມກັນ, ໂຄນໃບບ້ຽວ, ປາຍໃບແຫຼມ, ຂອບໃບມີຂົນ. ແຕ່ລະໃບມີເສັ້ນຂະແໜງຢູ່ປະມານຂ້າງລະ 5–6 ເສັ້ນ, ສ່ວນກ້ານໃບຍ່ອຍມີຄວາມຍາວປະມານ 1 ມີນລີແມັດ. ດອກ: ມີສີຂາວອອກດອກເປັນຊໍ່ແບບກະຈຸກແນ່ນຕາມງ່າມໃບ ແລະ ປາຍກີ່ງປະມານ 1–3 ຊໍ່. ກາບລ້ຽງໂຄນຕິດກັນ. ສ່ວນປາຍແຍກເປັນສາມຫຼ່ຽມນ້ອຍ 5 ແສກ ມີຂົນ ສ່ວນກີບດອກມີ 5 ກີບ. ມີເກສອນຜູ້ 10 ອັນ ເມື່ອດອກບານເຕັມທີ່ຈະກວ້າງປະມານ 2–5 ຊັງຕີແມັດ. ໝາກ: ເປັນຝັກມີລັກສະນະແປ, ປາຍຝັກແຫຼມ, ໂຄນສອບ, ຝັກເມື່ອແກ່ຈະແຕກຕາມທາງຍາວ, ຝັກຍາວປະມານ 10–20 ຊັງຕີແມັດ ແລະ ກວ້າງປະມານ 1.5–2 ຊັງຕີແມັດ.

ບັນຍາຍການນຳໃຊ້

ເມັດກະຖິນໃຊ້ເປັນຢາຖ່າຍພະຍາດໂຕກົມ (Ascariasis) ສຳລັບຜູ້ໃຫຍ່ໃຫ້ໃຊ້ຄັ້ງລະ 25–50 ກຼາມ. ສ່ວນເດັກໃຫ້ໃຊ້ 5–20 ກຼາມຕໍ່ວັນ. ໂດຍໃຊ້ຮັບປະທານຕອນທ້ອງຫວ່າງໃນຕອນເຊົ້າປະມານ 3–5 ວັນ. ຮາກ ແລະ ເມັດໃຊ້ເປັນຢາອາຍຸວັດທະນະ, ຍອດອ່ອນ, ຝັກອ່ອນ ແລະ ເມັດ ຊ່ວຍເສີມສ້າງ ແລະ ບຳລຸງກະດູກເພາະມີຟົດສະຟໍຣັດສູງ, ຍອດອ່ອນ ຊ່ວຍຫຼຸດລະດັບນ້ຳຕານໃນເລືອດ ແລະ ຮັກສາຄວາມດັນໂລຫິດສູງ. ດອກກະຖິນໃຊ້ຮັບປະທານເປັນຢາຊ່ວຍບຳລຸງຕັບອີກດ້ວຍ.

ການປະກອບສ່ວນ