ຊີ້ນງົວໃນຕະຫຼາດໃນປະຈຸບັນລາຄາຄ່ອນຂ້າງສູງ, ເພາະມີຄວາມຕ້ອງການຂອງຕະຫຼາດສູງ, ຊີ້ນງົວຍັງເປັນທີນິຍົມຂອງຜູ້ມັກ ຮັບປະທານອາຫານເປັນຊີ້ນສັດ, ບາງຄັ້ງຊີ້ນງົວຍັງຂາດຕະຫຼາດ. ຊີ້ນງົວສົດໃນຕະຫຼາດທົ່ວໄປໃນນະຄອນຫຼວງວຽງຈັນ ກິໂລລະ 75,000-90,000 ກິບ. ຖ້າຂາຍເປັນໂຕ ອິງຕາມຂະໜາດຂອງໂຕນ້ອຍ ແລະ ໂຕໃຫຍ່, ລາຄາແຕ່ 4,500,000-8,000,000 ກິບ. ຖ້າເປັນງົວທອມແລ້ວ ຫຼື ງົວຊົນອາດສູງເຖິງໂຕລະ 10,000,000-15,000,000 ກິບ. ຖືວ່າໃນປະຈຸບັນຍັງບໍ່ພໍຕໍ່ຄວາມຕ້ອງການຂອງຜູ້ບໍລິໂພກ ເຖິງແມ່ນວ່າລາຄາຈະສູງຂຶ້ນກໍ່ຕາມ. ດັ່ງນັ້ນການຫັນມາລ້ຽງງົວເປັນອາຊິບ ເຮັດໃຫ້ປະຊາຊົນຫຼາຍຄອບຄົວພົ້ນຈາກຄວາມທຸກຍາກໄດ້.

ການປະກອບສ່ວນ