ຕົ້ນໝາກຖົ່ວດິນ / Groundnut

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Arachis hypogaea L. / FABACEAE
ຊື່ພ້ອງ
Arachis hypogaea var. hypogaea
Arachis hypogaea subsp. nambyquarae (Hoehne) A. Chev.
Arachis hypogaea var. nambyquarae (Hoehne) Burkart
Arachis hypogaea subsp. oleifera A.Chev.
Arachis hypogaea subsp. sylvestris A.Chev.
ຊື່ອື່ນ
ລາວ: ໝາກຖົ່ວດິນ
ໄທ: ຖົ່ວລິສົງ, ຖົ່ວຄຸດ, ຖົ່ວຢາສົງ, ຖົ່ວດິນ, ຖົ່ວໃຕ້ດິນ,
ຈີນ: ເຫາະຮວຍແຊ
ພາສາອັງກິດ: Peanut, Groundnut, Earthnut, Goober, Pindar, Monkeynut
ບັນຍາຍລັກສະນະພືດສາດ

ໝາກຖົ່ວດິນຈັດເປັນພືດລົ້ມລຸກມີລຳຕົ້ນສູງຕັ້ງແຕ່ 15-70 ຊມ, ຊຶ່ງສ່ວນຕ່າງໆຂອງລຳຕົ້ນໂດຍທົ່ວໄປແລ້ວຈະມີຂົນປົກຄຸ່ມຕາມລຳຕົ້ນ ກິ້ງກ້ານໃບ, ຫູໃບ, ໃບປະດັບ, ຮິ້ວໃບ ແລະ ກີບຮອງດອກ ຍົກເວັ້ນພຽງກີບດອກເທົ່ານັ້ນທີ່ຈະບໍ່ມີຂົນ. ລຳຕົ້ນຂອງໝາກຖົ່ວດິນຈະມີ 2 ປະເພດ ຄື: ມີລຳຕົ້ນເປັນພຸ່ມ, ລຳຕົ້ນຊື່, ແຕກກິ່ງກ້ານສາຂາຫຼາຍ ແລະ ໝາກອອກເປັນກະຈຸກທີ່ກົກ ສ່ວນອີກແບບໜຶ່ງເປັນລຳຕົ້ນແບບເລືອ ຫຼື ກິ່ງເລືອ ຈະເລີນເຕີບຕາມແນວນອນໄປຕາມພື້ນຜິວດິນ, ມີລັກສະນະເປັນພຸ່ມເຕ້ຍ, ໝາກຈະກະຈາຍຕາມຂໍ້ຂອງລຳຕົ້ນ. ຮາກເປັນລະບົບແບບຮາກແກ້ວ. ໃບເກີດສະລັບກັນຢູ່ເທິງຂໍ້ລຳຕົ້ນຫຼັກ, ໃນລັກສະນະຄ້າຍກຽວ. ໃບເປັນໃບປະສົມແບບຂົນນົກ ໃບປະກອບດ້ວຍໃບຍ່ອຍ 2 ຄູ່ຢູ່ກົງກັນຂ້າມກັນ. ລັກສະນະຂອງໃບຍ່ອຍເປັນຮູບໄຂ່ມີຂະໜາດກວ້າງປະມານ 2-3 ຊມ. ດອກເປັນສີເຫຼືອງ. ໝາກຮູບຂະໜານ, ດ້ານໃນມີ ແກ່ນ 1-6 ແກ່ນຕໍ່ໝາກ. ແກ່ນຮູບຮີກົມ, ມີເປືອກຫຸ່ມສີແດງ, ເນື້ອເມັດສີຂາວ.

ບັນຍາຍການນຳໃຊ້

ໝາກຖົ່ວດິນມີສັບພະຄຸນໃນການຂັບເສບຫະ ເຮັດໃຫ້ຊຸ່ມຄໍ, ບຳລຸງກຳລັງ, ແກ້ຫອບຫືດ, ຂັບນໍ້ານົມ, ຫລຸດລະດັບນ້ຳຕານໃນເລືອດ ແລະ ຫລຸດປະລິມານໄຂມັນໃນເສັ້ນເລືອດ. ສ່ວນເຍື່ອຫຸ້ມແກ່ນຖົ່ວດິນນັ້ນມີສັບພະຄຸນໃນການຫ້າມເລືອດໃນກໍລະນີເກັດເລືອດຕໍ່າເຮັດໃຫ້ເກີດຈໍ້າເລືອດ ເລືອດອອກບໍ່ຍຸດ ພາວະພັນທຸກຳມີຫຼອດເລືອດຝອຍຈຳນວນຫຼາຍເຮັດໃຫ້ມີອາການເລືອດອອກງ່າຍ ເນື່ອງຈາກປະສິດຕິພາບຂອງເກັດເລືອດຕໍ່າ, ເລືອດອອກໃນລະບົບທາງເດີນອາຫານ, ຮາກອອກເປັນເລືອດເນື່ອງຈາກວັນນະໂລກ ເລືອດອອກທໍ່ປັດສະວະ, ເລືອດອອກຕາມເຫງືອກ ແລະ ເລືອດກຳເດົາ. ແກ່ນຊ່ວຍບຳລຸງຮ່າງກາຍ ຊ່ວຍບຳລຸງສະໜອງ ແລະ ປະສາດຕາ ຊ່ວຍເສີມສ້າງຄວາມຈຳ, ຊ່ວຍໃຫ້ຄວາມອົບອຸ່ນແກ່ຮ່າງກາຍ. ນໍ້າມັນຖົ່ວດິນຊ່ວຍໃຫ້ຄວາມອົບອຸ່ນແກ່ຜິວກ່າຍ, ຊ່ວຍລະບາຍທ້ອງ, ຊ່ວຍບຳລຸງມ້າມ. ໃບສົດນຳມາຕຳໃຊພອກຮັກສາແຜຟອກຊໍ້າບາດຫົກລົ້ມ, ບາດທີ່ມີໜອງເຮື້ອລັງ.

ການປະກອບສ່ວນ