ການປະສົມພັນ

ແມ່ງົວທີ່ເກີດລູກແລ້ວຈະກັບມາປະສົມພັນໄດ້ເມື່ອ 30-50 ວັນ, ແຕ່ຄວນໃຫ້ແມ່ງົວປະສົມພັນເມື່ອເກີດລູກໄດ້ແລ້ວ 60 ວັນ ເພາະໃຫ້ປະສົມພັນໄວເກີນ ໄປຈະເຮັດໃຫ້ແມ່ງົວຮ່າງກາຍບໍ່ທັນພ້ອມ.
ຈະເກີດບັນຫາການຕິດເຊື້ອ ແລະ ບໍ່ຕິດລູກ. ແມ່ງົວສາມາດໃຫ້ລູກປີລະໂຕ ພາຍໃນ 80 ວັນຫຼັງເກີດລູກຈະຕ້ອງໄດ້ຮັບການປະສົມພັນ. ຖ້າແມ່ງົວຈ່ອຍເກີນໄປຕ້ອງໄດ້ເອົາໄປທອມ ກ່ອນຈື່ງສາມາດໃຫ້ປະສົມພັນໄດ້. ສາມາດສັງເກດໄດ້ເມື່ອແມ່ງົວພ້ອມ ທີ່ຈະປະສົມພັນມັນຈະສະແດງອາການກະວົນກະວາຍກວ່າປົກກະຕິ, ມັນຈະສະແດງອາລົມທາງເພດ ແລະ ພ້ອມທີ່ຈະຍອມໃຫ້ປະສົມພັນ. ອະໄວຍະວະຈະບວມພອງກວ່າປົກກະຕິ, ຊ່ອງຄອດທາງດ້ານໃນຈະເປັນສີບົວ ແລະ ແດງ, ໃນຊ່ວງທຳອິດຈະມີນ້ຳເມືອກໃສໆ ຈາກນັ້ນຈະເລືອກຂຸ້ນໄປເລື້ອຍໆ, ມັນຈະຕົກນ້ຳເມືອກຢູ່ປະມານ 21-32 ຊົ່ວໂມງ, ຖ້າໄດ້ຮັບການປະສົມລູກຈະຕິດ, ແຕ່ຖ້າມີການຜິດພາດແມ່ງົວຈະຕົກເມືອກອິກ 20-22 ວັນຕໍ່ໜ້າ.
ຕ້ອງສັງເກດງົວຢູ່ ເປັນປະຈຳເມື່ອມັນພ້ອມທີ່ຈະປະສົມພັນ ກໍ່ມີການຊອກຫາພໍ່ພັນດີມາປະສົມໄດ້ເລີຍ.

ການປະກອບສ່ວນ