ການຄັດເລືອກຊື້ແນວພັນງົວ

ການເລືອກທີ່ຈະຊື້ແມ່ພັນງົວທີ່ດີຕ້ອງເລືອກເອົາແມ່ທີ່ມີລູກໜື່ງ ຫຼື ແມ່ທີ່ກຳລັງຖືພາ ເພາະຈະເຮັດໃຫ້ໜັ້ນໃຈວ່າ ມີການປະສົມພັນຕິດແນ່ນອນ, ເຮັດໃຫ້ໜັ້ນໃຈສາມາດເປັນແມ່ພັນໄດ້, ເຖິງຈະລາຄາແພງແຕ່ກໍ່ມີປະສິດທິພາບ. ຖ້າເລືອກແມ່ພັນທີ່ຍັງນ້ອຍ ຫຼື ຍັງບໍ່ທັນມີລູກຈັກເທື່ອອາດຈະສ່ຽງຕໍ່ການເປັນແມ່ພັນໄດ້ຫຼືບໍ່, ເຖິງລາຄາຖືກກວ່າແຕ່ກໍ່ມີຄວາມສ່ຽງຫຼາຍ. ເມື່ອເລືອກໄດ້ແມ່ລູກຕິດ ຫຼື ແມ່ຖືພາ ອາດຈະສອບຖາມເຖິງພໍ່ພັນພ້ອມວ່າເປັນລູກຂອງໂຕໃດ, ເພື່ອຈະຊື້ພໍ່ພັນນັ້ນພ້ອມ. ການຂົນສົ່ງແມ່ຖືພາກໍ່ຕ້ອງໄດ້ລະມັດລະວັງເພື່ອບໍ່ໃຫ້ລູກໃນທ້ອງແທ້ງໄດ້. ການເລືອກງົວພັນຕ້ອງແບບອາຍຸ ໂດຍການສັງເກດແຂ້ວ, ງົວຈະມີແຂ້ວສອງຊຸດຄື ແຂ້ວນ້ຳນົມທີ່ເປັນແຂ້ວຊຸດທຳອິດຈະມີປະມານ 4 ຄູ່ ພາຍໃນ 1 ເດືອນ ຫຼັງເກີດ ແລະ ຈົນເຖິງ 1 ປີ ແຂ້ວນ້ຳນົມຈຶ່ງຫຼົ່ນອອກແຂ້ວແທ້ຈະຂຶ້ນມາແທນເມື່ອງົວອາຍຸ 2 ປີການປະມານອາຍຸງົວຕ້ອງເບີ່ງໄດ້ຈາກແຂ້ວຕາມຮູບພາບລູ່ມນີ້.

https://www.dairyknowledge.in/article/determining-age-animal

ການປະກອບສ່ວນ