ຖົ່ວຂຽວ / Mung Bean

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Vigna radiata (L.) R.Wilczek / Fabaceae
ຊື່ພ້ອງ
Vigna radiata var. dublobata (Roxb.) Verdc. [Spelling variant]
Vigna radiata var. glabra (Roxb.) Verdc.
Vigna radiata var. grandiflora (Prain) Niyomdham
Vigna radiata var. radiata
Vigna radiata var. setulosa (Dalzell) Ohwi & Ohashi
Vigna radiata var. sublobata (Roxb.) Verdc.
ຊື່ອື່ນ
ລາວ: ຖົ່ວຂຽວ
ໄທ: ຖົ່ວຂຽວ, ຖົ່ວຈີມ
ບັນຍາຍລັກສະນະພືດສາດ

ເປັນພືດລົ້ມລຸກມີອາຍຸປະມານ 1 ປີ ມີລຳຕົ້ນຕັ້ງຊື່ເປັນຟຸ່ມມີຄວາມສູງປະມານ 30–120 ຊັງຕີແມັດ, ລຳຕົ້ນແຕກຂະແໜງບໍລິເວນໂຄນ ແລະ ສ່ວນກາງ, ສຳລັບບາງສາຍພັນມີລຳຕົ້ນເປັນເລືອ ຫຼື ເຄິ່ງລຳເລືອ, ລຳຕົ້ນທີ່ຢູ່ເໜືອໃບລ້ຽງຈະມີລັກສະນະຂ້ອນຂ້າງເປັນຫຼ່ຽມ ແລະ ມີຂົນປົກຄຸມຢູ່ທົ່ວ. ໃບແທ້ຄູ່ທຳອິດເປັນໃບດ່ຽວ ແລະ ອອກກົງກັນຂ້າມກັນ, ຫຼັງຈາກນັ້ນຈະເປັນໃບປະສົມ, ມີໃບຍ່ອຍ 3 ໃບ, ອອກຮຽງສະຫຼັບ, ຮູບໄຂ່ ຫຼື ຮູບສີ່ຫຼ່ຽມ, ມີຂະໜາດປະມານ 5-18 x 4-15 ຊມ ແລະ ມີຂົນປົກຄຸມຢູ່ທົ່ວ. 

ບັນຍາຍການນຳໃຊ້

ສັບພະຄຸນ:

  • ປະກອບໄປດ້ວຍໂພແທັກຊ້ຽມຊ່ວຍເສີມສ້າງກ້າມເນື້ອໃຫ້ແຂງແຮງ, ມີສານຕ້ານເອັນໄຊມ໌ໂປຣຕີເອສໃນປະລິມານສູງ ເຊິ່ງເປັນສານທີ່ມີລິດຕ້ານມິເຣັງ, ອຸດົມໄປດ້ວຍແມັກນີຊ້ຽມ ເຊິ່ງເປັນແຮ່ທາດທີ່ຊ່ວຍໃນການເຮັດວຽກຂອງລະບົບດຜົາຜານ, ຊ່ວຍຜະລິດໂປຣຕີນ ແລະ ການຫົດຕົວຂອງກ້າມເນື້ອ, ອຸດົມໄປດ້ວຍທາດເຫຼັກທີ່ຈຳເປັນຕໍ່ການສ້າງເມັດເລືອດແດງ, ອຸດົມໄປດ້ວຍແຄລຊ້ຽມ ແລະ ຟອສຟໍຣິສທີ່ຊ່ວຍເສີມສ້າງກະດູກ, ແຂ້ວໃຫ້ແຂງແຮງ, ແລ້ວຍັງຊ່ວຍປ້ອງກັ່ນ ແລະ ຮັກສາພະຍາດກະດູກຜຸຜຸຍໄດ້ອີກດ້ວຍ.
  • ຊ່ວຍບຳລຸງຮ່າງກາຍ, ບຳລຸງກຳລັງ, ເສີມສ້າງພູມຄຸ້ມກັນ, ຊ່ວຍປ້ອງກັນ ແລະ ຮັກສາໄຂ້ຫວັດ, ຊ່ວຍຫຼຸດຄວາມດັນເລືອດ, ເຮັດໃຫ້ຈະເລີນອາຫານ, ຊ່ວຍຫຼຸດໄຂມັນໃນເລືອດ ແລະ ຊ່ວຍຄວບຄຸມນ້ຳໜັກໄດ້, ຫຼຸດຄວາມສ່ຽງຂອງການເກີດໂຣກຫົວໃຈ
  • ຖົ່ວຂຽວມີລິດເຢັນອອກລິດຕາມເສັ້ນລົມທີ່ໄຫຼວຽນຢູ່ໃນຫົວໃຈ ແລະ ມ້າມ, ຊ່ວຍຫຼຸດລະດົບນ້ຳຕານ ແລະ ເບົາຫວານໄດ້ດີ, ຊ່ວຍຂັບຄວາມຮ້ອນ, ຮັກສາອາການຮ້ອນໃນ ແລະ ຊ່ວຍແກ້ພິດໃນລະດູຮ້ອນ, ມີປະໂຫຍດຕໍ່ລຳຄໍ, ຜິວໜັງ ແລະ ແກ້ອາການຂາດນ້ຳໄດ້ອີກດ້ວຍ.
  • ແກ່ນຖົ່ວຂຽວນຳມາຕົ້ມກັບເກືອໃຊ້ອົມເພື່ອຮັກສາພະຍາດເລືອດອອກວ່າງແຂ້ວ, ຊ່ວຍຖອນພິດໃນຮ່າງກາຍ, ຊ່ວຍກະຕຸ້ນປະສາດ, ຖົ່ວຂຽວເປັນແຫຼ່ງສຳຄັນຂອງທາດໂບຣອນ (Boron) ເຊິ່ງເຮັດໜ້າທີ່ກ່ຽວກັບການສົ່ງກະແສປະສາດຂອງສະໝອງ ຊ່ວຍເຮັດໃຫ້ສະໝອງເຮັດວຽກໄດ້ໄວ ແລະ ຍັງອຸດົມໄປດ້ວຍຟອສຟໍຣັສທີ່ຊ່ວຍບຳລຸງຈຸລັງປະສາດ ແລະ ສະໝອງ.
  • ເປືອກສີຂຽວຊ່ວຍບຳລຸງສາຍຕາ, ເຮັດໃຫ້ຕາສະຫວ່າງຂື້ນ ແລະ ແກ້ອາການຕາອັກເສບ, ອາການຕາມົວ, ຮັກສາອາການຄາງໜ່ຽງທີ່ເປັນໃໝ່, ແກ້ອາການປວດຮາກຈາກຫານດື່ມເຫຼົ້າ ແລະ ຊ່ວຍຂັບຂອງແຫຼວໃນຮ່າງກາຍ.
  • ໃນຖົ່ວຂຽວອຸດົມໄປດ້ວຍເສັ້ນໄຍທີ່ສາມາດລະລາຍນ້ຳໄດ້ດີ ເຊິ່ງຊ່ວຍໃນຂະບວນການຂັບຖ່າຍໃຫ້ເປັນທຳມະຊາດ, ປ້ອງກັນອາການທ້ອງຜູກ, ຫຼຸດຄວາມສ່ຽງຂອງການເກີດມະເຣັງລຳໄສ້ໃຫຍ່ ແລະ ມີຜົນດີຕໍ່ກັບລຳໄສ້ອີກດ້ວຍ, ຮັກສາລຳໄສ້ອັກເສບ ແລະ ນຳມາຕົ້ມກິນເປັນຂັບປັດສະຫວະ.
  • ຖົ່ວຂຽວອຸດົມໄປດ້ວຍວິຕາມິນບີ 2 ທີ່ຊ່ວຍປ້ອງກັນພະຍາດທີ່ເກີດຢູ່ມຸ່ມປາກ.
  • ຊ່ວຍບຳລຸງຕັບ, ຮັກສາອາການຕັບອັກເສບ, ຮັກສາຜື່ນຄັນ, ຊ່ວຍຫຼຸດບວບ, ຮັກສາພະຍາດກ່ຽວກັບຂໍ້ຕ່າງໆ, ຮັກສາຝີ ແລະ ຍັງໃຊ້ຮັກສາອາການອື່ນໆໄດ້ອີກເຊັ່ນ: ຮັກສາອາການຖອກທ້ອງ, ເກີດລູກຍາກ ແລະ ຮັກສາອາການທ້ອງບວມ, ນອກຈາກນີ້ຍັງຊ່ວຍຮັກສາແຜ, ແກ້ພິດຈາກພືດ, ແກ້ຜິດຈາກໜູ ແລະ ພິດອື່ນໆ
  • ຖົ່ວຂຽວອຸດົມໄປດ້ວຍວິຕາມິນບີໜຶ່ງທີ່ຊ່ວຍປ້ອງກັ່ນພະຍາດເນັບຊາໄດ້ເປັນຢ່າງດີ, ຖົ່ວຂຽວຍັງອຸດົມໄປດ້ວຍໂຟເລສສູງ ເຊິ່ງມີຄວາມສຳຄັນຫຼາຍສຳລັບແມ່ຖືພາກ ເພາະຈະຊ່ວຍປ້ອງກັ່ນອາການພິການແຕ່ກຳເນີດຂອງເດັກນ້ອຍ.

ປະໂຫຍດຂອງຖົ່ວຂຽວ:

  • ອຸດົມໄປດ້ວຍວິຕາມິນອີ ເຊິ່ງເປັນສານຕ້ານອານຸມູນອິດສະຫຼະ ທີ່ຊ່ວຍຮັກສາ ແລະ ເພີ່ມຄວາມແຂງແຮງໃຫ້ກັບຈຸລັງຜິວໜັງ, ຊ່ວຍເພີ່ມຄວາມຊຸ່ມຊື່ນ ແລະ ປ້ອງກັ່ນຜິວຈາກມົນລະພິດພາຍນອກ.
  • ຮັກສາສິວຝ້າທີ່ເກີດຈາກຄວາມຮ້ອນພາຍໃນຮ່າງກາຍ ເນື່ອງຈາກຖົ່ວຂຽວມີລິດເຢັນ ຊ່ວຍຕັບຂັບສານພິດອອກຈາກຮ່າງກາຍໄດ້ດີ
  • ຖົ່ວຂຽບດິບເປັນແຫຼ່ງສຳຄັນຂອງໂປຣຕີນ ແລະ ຄາໂບໄຮເດດເປັນຢ່າງດີ ໃຫ້ພະລັງງານແກ່ຮ່າງກາຍ ແລະ ອິ່ມທ້ອງໄດ້ດົນ, ໂປຣຕີນຈາກພືດຈະຊ່ວຍຫຼີກລ່ຽງການໄດ້ຮັບໄຂມັນເກີນຄວາມຈຳເປັນ, ໄປຣຕີນຈາກຖົ່ວຂຽວມີຄຸນສົມບັດຍ່ອຍງ່າຍ ແລະ ເປັນປະໂຫຍດແກ່ທັງກາຍເກືອບທັງໝົດ
  • ຖົ່ວຂຽວສາມາດນຳມາໃຊ້ປະໂຫຍດໄດ້ເກືອບທຸກສ່ວນ ເຊັ່ນ: ແກ່ນໃຊ້ເປັນອາຫານທັງຄົນ ແລະ ສັດ, ເປືອກ ແລະ ລຳຕົ້ນທີ່ເຫຼືອສາມາດໃຊ້ບຳລຸງໃຫ້ດິນສົມບູນຂື້ນ ເນື່ອງຈາກມີ Biomass ສູງ ແລະ ຕົ້ນທີ່ເກັບໝາກແລ້ວສາມາດເຮັດເປັນອາຫານສັດ.
  • ເສັ້ນທີ່ເຮັດຈາກຖົ່ວຂຽວມີການຕອບສະໜອງຕໍ່ກັບນ້ຳຕານໃນເລືອດຕ່ຳ ຈຶ່ງເໝາະຫຼາຍກັບຜູ້ທີ່ປ່ວຍເປັນພະຍາດເບົາຫວານ
  • ຖົ່ວຂຽວສາມາດນຳມາໃຊ້ໃນດ້ານຄວາມງາມໄດ້ອີກດ້ວຍ ເຊັ່ນ: ສະຄັບຖົ່ວຂຽວ ແລະ ຍັງຖືກນຳມາໃຊ້ພອກໜ້າ, ຂັດໜ້າ ແລະ ຕົວ ເພື່ອຊ່ວຍບຳລຸງຜິວພັນ, ດູດຊັບໄຂມັນ, ຫຼູດສິວ, ປ້ອງກັນການເກີດສິວ ແລະ ຊ່ວຍລົບຫອຍສິວເກົ່າ ເຮັດໃຫ້ໃບໜ້າເຕັງຕຶງ.
  • ຖົ່ວຂຽວສາມາດນຳມາແປຮູບ ແລະ ໃຊ້ປະໂຫຍດໄດ້ຫຼາກຫຼາຍ ເຊັ່ນ: ນຳມາດພາະຖົ່ວງອກ ຫຼື ໃຊ້ເປັນແປ້ງທົ່ວຂຽວ, ເຮັດວຸ້ນເສັ້ນ, ເຮັດຊາ ຫຼື ນຳມາເຮັດເຂົ້າໜົມຕ່າງ ເຊັ່ນ: ຖົ່ວກວນ, ເຕົ້າສວນ, ແກ່ນໝາກໝີ້ ແລະ ອື່ນໆ. ຝັກຖົ່ວຂຍວທີ່ເກືອບແກ່ນຳມາຕົ້ມກັບເກືອໃຊ້ກິນເມັດໄດ້.
  • ກາກຖົ່ວຂຽວເຫຼືອຈາກໂຮງງານເຮັດວຸ້ນເສັ້ນສາມາດນຳມາໃຊ້ເປັນອາຫານສັດ ຫຼື ເຮັດເປັນປຸ່ຍອິນຊີອີກດ້ວຍ

 ຂໍ້ຄວນລະວັງ:

  • ຜູ້ທີ່ມີອາການທ້ອງອືດງ່າຍບໍ່ຄວນຮັບປະທານຖົ່ວຂຽວໃນປະລິມານສູງ
  • ສຳລັບຜູ້ທີ່ມີຮ່າງກາຍເຢັນ-ໃຄ່ ບໍ່ຄວນຮັບປະທານຖົ່ວຂຽວ, ຜູ້ທີ່ມີກະເພາະ ແລະ ມ້າມອ່ອນແອ ຄວນຮັບຖົ່ວຂຽວໃນປະລິມານໜ້ອຍເພາະຈະເຮັດໃຫ້ທຽວຖ່າຍ ແລະ ຖອກທ້ອງໄດ້
  • ການຮັບປະຖານຖົ່ວຂຽວ ແລະ ຜະລິດຕະພັນຈາກຖົ່ວຂຽວຄວນຮັບປະທານໃນປະລິມານທີ່ເໝາະສົມ ເພາະຖ້າຮັບປະທານຫຼາຍເກີນຄວາມຕ້ອງການຈະເຮັດໃຫ້ຮ່າງກາຍໄດ້ຮັບພະລັງງານເກີນ ຈຶງຖືກປ່ຽນໄປເປັນໄຂມັນສະສົມຈົນເຮັດໃຫ້ຕຸ້ຍໄດ້
  • ຖົ່ວຂຽວມີສານພິວຣີນ (Purine) ໃນປະລິມານປານກາງ, ຜູ້ປ່ວຍພະຍາດເກົ້າຄວນຮັບປະທານໃນປະລິມານຈຳກັດ ເພາະສານພິວຣີນອາດເປັນຕົວກະຕຸ້ນເຮັດໃຫ້ອາການຂອງຂໍ້ອັກເສບກຳກຳເລີ່ມ.
ການປະກອບສ່ວນ