ໂພຊະນາການ

https://restaurant-64686.business.site/
ຂີ້ນງົວສົດ

ຊິ້ນງົວ ຄຸນຄ່າທາງໂພຊະນາ ແລະ ຜົນກະທົບຕໍ່ສຸຂະພາບ

 ຄົນມັກຊິ້ນງົວທັງຫລາຍ ຕ້ອງບໍ່ເຫັນດີນຳຢ່າງແນ່ນອນ ກັບຄຳເວົ້າທີ່ວ່າ " ຊິ້ນແດງ " ບໍ່ດີຕໍ່ຫົວໃຈ ,ແຕ່ໃນເວລາດຽວກັນ ກໍ່ມີຄົນຈຳນວນຫຼວງຫຼາຍຫຼິກລ້ຽງທີ່ຈະກິນ " ຊິ້ນແດງ " ເພາະຄິດວ່າບໍ່ດີຕໍ່ສຸຂະພາບ. ຊິ້ນງົວປະກອບຂື້ນຈາກກ້າມຊິ້ນທີ່ຕ້ອງໃຊ້ອອັກຊິເຈນເປັນພະລັງງານ, ໄມໂກລໂອບິນ ໂປຣຕີນ ທີ່ມີໜ້າທີ່ເກັບ ອອັກຊິເຈນ ໃນກ້າມຊິ້ນ ຄືສິ່ງທີ່ເຮັດໃຫ້ຊິ້ນງົວມີເມັດສີ " ຮິມ " ເປັນທາດປະສົມທີ່ມີທາດເຫລັກເຊິ່ງຢູ່ໃນໄມໂກລໂອບິນ ເຮັດໜ້າທີ່ເປັນໂຕສົ່ງ ອອັກຊິເຈນ ເມື່ອເຫລັກຮ່ວມກັບ ອອັກຊິເຈນ ຈຶ່ງເຮັດໃຫ້ຊິ້ນງົວມີສີແດງ. ປະເພດເສັ້ນໃຍກ້າມຊິ້ນຂອງສັດແຕ່ລະຊະນິດແຕກຕ່າງກັນ ຂຶ້ນຢູ່ກັບກິດຈະກຳຂອງສັດນັ້ນໆ ເຊັ່ນ: ສັດທີ່ມີກິດຈະກຳບາງຢ່າງເປັນເວລາດົນເຊັ່ນ: ຢືນ, ຍ່າງ, ແລ່ນ ຕ້ອງການອອກຊິເຈນໃນການເຮັດກິດຈະກຳນັ້ນໆ ໄມໂກລບິນ ຈຶ່ງຫລາຍຂຶ້ນນຳ. ຊິ້ນງົວຈຶ່ງມີສີແດງຫລາຍກວ່າຊິ້ນປະເພດອື່່ນໆ ຮອງລົງມາຄື: ຊິ້ນໝູ, ຊິ້ນໄກ່ ແລະ ຊິ້ນປາ ຕາມລຳດັບ. ຊິ້ນງົວເປັນຜະລິດຕະພັນທີ່ໄດ້ຈາກສັດລ້ຽງລູກດ້ວຍນົມ ຖືກຈັດໃຫ້ຢູ່ໃນປະເພດ "ຊິ້ນແດງ" (ຄຳທີ່ໃຊ້ສຳລັບຊິ້ນທີ່ໄດ້ຈາກສັດທີ່ລ້ຽງລູກດ້ວຍນົມ) ມີປະລິມານທາດເຫຼັກຫຼາຍກວ່າ ຊິ້ນໄກ່ ຫລື ຊິ້ນປາ ເພາະຊິ້ນງົວມີ ໄມໂກລບິນ ຫລາຍກວ່າ ຊິ້ນໄກ່ ແລະ ຊິ້ນປາ. ຊິ້ນງົວມັກຖືກບໍລິໂພກໂດຍນຳມາເຮັດເປັນຊິ້ນປີ້ງ, ສະເຕັກ ຫລື ເຮັດຊິ້ນບົດລະອຽດທີ່ມັກຈະໃຊ້ໃນການເຮັດແຮມເບີເກີ, ມີຜະລິດຕະພັນແປຮູບຫລາກຫລາຍທີ່ໄດ້ຈາກຊິ້ນງົວເຊັ່ນ: ຊິ້ນແຫ້ງ,ຊິ້ນອົບແຫ້ງເຈີກີ້ ແລະ ໄສ້ກອກ.

ຊິ້ນງົວສົດ ທີ່ມີໄຂມັນໜ້ອຍ ທີ່ມີຄວາມສົດໃໝ່ ອຸດົມໄປດ້ວຍວິຕາມິນ ແລະ ແຮ່ທາດຕ່າງໆ ໂດຍສະເພາະ ທາດເຫລັກ ແລະ ສັງກະສີ ຈຶ່ງຖືກແນະນຳໂດຍ ນັກໂພຊະນາການວ່າເປັນສ່ວນໜື່ງຂອງອາຫານເພື່ອສຸຂະພາບ.

ຂໍ້ມູນທາງໂພຊະນາການຂອງຊິ້ນງົວ: ຊິ້ນງົວປະກອບດ້ວຍທາດໂປຣຕີນເປັນຫຼັກ ແລະ ມີປະລິມານໄຂມັນແຕກຕ່າງກັນ ຂຶ້ນກັບວ່າເປັນຊິ້ນງົວທີ່ມາຈາກສ່ວນໃດ ຕາຕະລາງລຸ່ມນີ້ສະແດງເຖິງຂໍ້ມູນທີ່ກ່ຽວກັບສານອາຫານທັງໝົດໃນຊິ້ນງົວ:

ຂໍ້ມູນໂພຊະນາການ:ຊິ້ນງົວ,ground, 10% ໄຂມັນ, broiled -100 ກລາມ

ທາດທີ່ຢູ່ໃນຊິ້ນງົວ

ຈຳນວນ

ແຄວລໍລີ

217

ນໍ້າ

61%

ໂປຣຕີນ

26.1 ກລາມ

carbs

0      ກລາມ

ນໍ້າຕານ

0      ກລາມ

ໄຟເບີ

0      ກລາມ

ໄຂມັນ

11,8 ກລາມ

Saturated/ກົດອີ່ມຕົວ

4.63 ກລາມ

Monounsaturated

4.94 ກລາມ

Polyunsaturated

0.42 ກລາມ

ໂອເມກ້າ 3

0,05 ກລາມ

ໂອເມກ້າ 6

0,33 ກລາມ

ໄຂມັນ ທລານ

0,37 ກລາມ

ໂປຣຕີນທີ່ໄດ້ຈາກຊິ້ນງົວ: ສ່ວນຫລາຍປະກອບໄປດ້ວຍໂປຣຕີນ ແລະ ປະລິມານໂປຣຕີນຂອງຊິ້ນງົວທີ່ໄຂມັນໜ້ອຍ ແລະ ປຸງສຸກ ມີຕັ້ງແຕ່ 26-27%,ໂປຣຕີນຈາກຊິ້ນສັດ ມີຄຸນນະພາບສູງ ແລະ ປະກອບດ້ວຍກົດອະມິໂນ 8 ຊະນິດ ທີ່ຈຳເປັນສຳລັບການຈະເລີນເຕີບໂຕຂອງຮ່າງກາຍ, ຊ່ວຍໃຫ້ພະລັງງານສຳຮອງ ແກ່ຮ່າງກາຍ, ເສີມສ້າງພູມຄຸ້ມກັນໃຫ້ຮ່າງກາຍ ແລະ ການບຳລຸງຮັກສາຮ່າງກາຍຂອງເຮົາ. ໂຄງສ້າງຂອງໂປຣຕີນ ແລະ ກົດອະມິໂນ ມີຄວາມສຳຄັນຫລາຍຕໍ່ສຸຂະພາບ ໂດຍອົງປະກອບຂອງໂປຣຕີນຈະແຕກຕ່າງກັນໄປ ຂຶ້ນຢູ່ກັບແຫຼ່ງອາຫານ.

ຊິ້ນສັດ ເປັນໜື່ງໃນແຫລ່ງອາຫານທີ່ອຸດົມສົມບູນທີ່ສຸດ ທີ່ມີໂປຣຕີນ ແລະ ກົດອະມິໂນ ທີ່ມີຄວາມຄ້າຍຄືກັບກ້າມຊິ້ນຂອງເຮົາເອງ ແລະ ຍ້ອນເຫດຜົນນີ້ເອງ ການກິນຊິ້ນສັດ ຫລື ແຫລ່ງໂປຣຕີນຈາກສັດອື່ນໆ ມີປະໂຫຍດຢ່າງຫຼວງຫຼາຍ ໂດຍສະເພາະ ຫລັງການຜ່າຕັດ ແລະ ການຟື້ນຟູນັກກິລາ ຫລື ໃນຊ່ວງລະຫວ່າງທີ່ຕ້ອງການສ້າງແພຈຸລັງຂອງກ້າມຊິ້ນ.

ໄຂມັນຈາກຊິ້ນງົວ: ມີປະລິມານໄຂມັນແຕກຕ່າງກັນ ເອີ້ນວ່າ ໄຂມັນງົວ ນອກຈາກການເພີ້ມລົດຊາດແລ້ວ ໄຂມັນງົວຍັງມີຄວາມສຳພັນ ກັບປະລິມານແຄວລໍລີຂອງຊິ້ນງົວດ້ວຍ, ປະລິມານໄຂມັນໃນຊິ້ນງົວ ຈະຂຶ້ນຢູ່ກັບລະດັບຂອງການຕັດແຕ່ງ ສາຍພັນ ເພດ ແລະ ລັກສະນະການລ້ຽງ ຜະລິດຕະພັນຈາກຊິ້ນສັດແປຮູບເຊັ່ນ: ໄສ້ກອກ ແລະ ຊາລາມີ່ ຈະມີໄຂມັນສູງ, ຊິ້ນສັດ ທີ່ມີໄຂມັນຕໍ່າມັກເອີ້ນວ່າ ຊິ້ນບໍ່ຕິດມັນ, ຊິ້ນໄຂມັນຕໍ່າ ໂດຍມີປະລິມານໄຂມັນປະມານ 5-10%.

ຊິ້ນງົວສ່ວນຫລາຍປະກອບດ້ວຍ ໄຂມັນອີ່ມຕົວ ແລະ ບໍ່ອີ່ມຕົວ ເຊິ່ງມີປະລິມານທີ່ເທົ່າໆກັນ ໂດຍມີກົດໄຂມັນທີ່ສຳຄັນ ຄື: ກົດສະເຕັຍຣິກ, ກົດໂອເລອິກ ແລະ ກົດປລາມເມທລິກ.

ໄຂມັນທລານສັດຄ້ຽວເອື້ອງ (Ruminant Trans Fats): ຜະລິດຕະພັນອາຫານຈາກສັດຄ້ຽວເອື້ອງ ເຊັ່ນ: ງົວ ແລະ ແກະ ມີໄຂມັນທລານທີ່ເອີ້ນວ່າ ໄຂມັນທລານສັດຄ້ຽວເອື້ອງ ໄຂມັນທລານສັດຄ້ຽວເອື້ອງ ທີ່ເກີດຂື້ນຕາມທຳມະຊາດໄດ້ຮັບການວິໄຈວ່າບໍ່ມີຜົນຮ້າຍຕໍ່ສຸຂະພາບ ແລະ ທີ່ພົບຫລາຍທີ່ສຸດຄື ຄອນຈູເກເຕດໄລໂນເອລິກ (Conjugated Linoleic Acid) ເຊິ່ງພົບໃນຊິ້ນງົວ ຊິ້ນແກະ ແລະ ຜະລິດຕະພັນຈາກນົມ. ຄອນຈູເກເຕດໄລໂນເອລິກ  (Conjugated Linoleic Acid) ໄດ້ຮັບວິໄຈວ່າ ມີປະໂຫຍດດີຕໍ່ສຸຂະພາບຫລາຍຢ່າງ ໂດຍສະເພາະໃນແງ່ຂອງການຫຼຸດນໍ້າໜັກ,  ແຕ່ຖ້າຮັບປະທານໃນຮູບແບບອາຫານເສີມ ໃນປະລິມານທີ່ຫຼາຍເກີນໄປ ອາດມີຜົນກະທົບທີ່ອັນຕະລາຍຕໍ່ລະບົບເຜົາຜານ.

ວິຕາມິນ ແລະ ແຮ່ທາດຂອງຊິ້ນງົວ: ວິຕາມິນ B12: ອາຫານທີ່ໄດ້ຈາກສັດ ເຊັ່ນ: ຊິ້ນງົວ ເປັນແຫຼ່ງອາຫານພຽງຊະນິດດຽວ ທີ່ໃຫ້ ວິຕາມິນ B12 ເຊິ່ງເປັນອາຫານທີ່ຈຳເປັນຕໍ່ການສ້າງເລືອດ ແລະ ການເຮັດວຽກຂອງສະໝອງ ແລະ ລະບົບປະສາດ.

ສັງກະສີ: ຊິ້ນງົວ ອຸດົມໄປດ້ວຍສັງກະສີ ແຮ່ທາດ ທີ່ມີຄວາມສຳຄັນຕໍ່ການຈະເລີນເຕີບໂຕຂອງຮ່າງກາຍ ແລະ ບຳລຸງຮັກສາ ຟື້ນຟູ ສ່ວນທີ່ເສຍຂອງຮ່າງກາຍ

ຊີລີນ້ຽມ: ຊິ້ນສັດ ໂດຍທົ່ວໄປເປັນແຫຼ່ງອາຫານທີ່ອຸດົມໄປດ້ວຍຊີລີນ້ຽມ ເຊິ່ງເປັນສ່ວນປະກອບສຳຄັນທີ່ມີໜ້າທີ່ຫຼາຍຢ່າງໃນຮ່າງກາຍ ຊ່ວຍກະຕຸ້ນການເຮັດວຽກຂອງເອັນໄຊສຳຄັນຫຼາຍຊະນິດ, ຊ່ວຍຕ້ານອະນຸມູນອິດສະຫລະ ໂດຍເຮັດວຽກຮ່ວມກັບວິຕາມິນອີ.

ເຫລັກ:ພົບປະລິມານສູງໃນຊິ້ນງົວ ສ່ວນໃຫ່ຍຈະຢູ່ໃນຮູບຂອງຮິມ (Heme) ເຊິ່ງຮ່າງກາຍດູດຊຶມໄດ້ໂດຍຂື້ນຢູ່ກັບບຸກຄົນ.

ໄນອາຊິນ: ວິຕາມິນ B ຊະນິດໜື່ງ ຫລື ເອີ້ນວ່າ ວິຕາມິນ B3 ໄນອາຊິນ ມີໜ້າທີ່ສຳຄັນຕ່າງໆໃນຮ່າງກາຍ ຈາກການສຶກສາທາງການແພດພົບຄວາມເຊື່ອມໂຍງວ່າ: ຖ້າໃນຮ່າງກາຍມີປະລິມານໄນອາຊິນຕໍ່າ ຈະມີຄວາມສ່ຽງຕໍ່ການເປັນພະຍາດຫົວໃຈເພີ້ມຂຶ້ນ.

ວິຕາມິນ B 6: ເປັນກຸ່ມວິຕາມິນບີທີ່ສຳຄັນສຳລັບການສ້າງເມັດເລືອດ.

ຟອດຟໍລັດ: ພົບໄດ້ທົ່ວໄປໃນອາຫານ ເປັນສານອາຫານສຳຄັນ ສຳລັບການຈະເລີນເຕີບໂຕ ແລະ ບຳລຸງຮັກສາ. ທາດປະສົມອື່ນໆໃນຊິ້ນສັດ: ເຊັ່ນດຽວກັບພືດ ສັດມີທາດອອກລິດທາງຊີວະພາບທີ່ບໍ່ຈຳເປັນ (Non-essential bioactive substances) ແລະ ສານຕ້ານອະນຸມູນອິດສະຫຼະ ທີ່ບໍລິໂພກໃນປະລິມານທີ່ເຖິງຈຸດ ໆ ໜື່ງ ອາດສົ່ງຜົນຕໍ່ສຸຂະພາບໄດ້.

ຄຣີເອທິນ (Creatine): ພົບໄດ້ຫລາຍໃນຊິ້ນສັດ ໂດຍ ຄຣີເອທິນ ເຮັດໜ້າທີ່ເປັນແຫຼ່ງພະລັງງານສຳລັບກ້າມຊິ້ນ ອາຫານເສີມ, ດັ່ງນັ້ນ ຄຣີເອທິນ ຈຶ່ງເປັນທີ່ນິຍົມໃນກຸ່ມນັກກິລາເພາະກາຍ.

ທອລຣີນ (Taurine): ພົບໃນຊິ້ນປາ ແລະ ຊິ້ນສັດ ທອລຣີນເປັນກົດອະມິໂນ ທີ່ມີຄຸນສົມບັດໃນການຕໍ່ຕ້ານອະນຸມູນອິດສະຫລະ ຮ່າງກາຍສາມາດຜະລິດໄດ້ເອງ ແລະ ມີຄວາມສຳຄັນຕໍ່ການເຮັດວຽກຂອງຫົວໃຈ ແລະ ກ້າມຊິ້ນ.

ກລູຕ້າໄທໂອນ (Glutathione): ທາດຕ້ານອະນຸມູນອິດສະຫລະ ທີ່ພົບໃນອາຫານແບບ Whole Food ກລູຕ້າໄທໂອນ ມີຫລາຍໃນຊິ້ນສັດ ພົບໄດ້ໃນຊິ້ນງົວທີ່ລ້ຽງດ້ວຍຫຍ້າ ຫລາຍກວ່າຊິ້ນງົວທີ່ລ້ຽງດ້ວຍທັນຍາພືດ .

ຄອນຈູເກເຕດໄລໂນເລອິກ(Conjugated Linoleic Acid): ໄຂມັນທລານສັດຄ້ຽວເອື້ອງ ຊຶ່ງມີປະໂຫຍດ ຕໍ່ສຸຂະພາບເມື່ອບໍລິໂພກໃຫ້ເປັນສ່ວນໜື່ງ ຂອງໂພຊະນາການ.

ຄອເລສເຕີຣອລ: ພົບໄດ້ໃນໄຂມັນສັດ ແລະ ຍັງຜະລິດໂດຍຮ່າງກາຍມະນຸດ

ປະໂຫຍດຕໍ່ສຸຂະພາບຂອງຊິ້ນງົວ: ຊິ້ນງົວອຸດົມໄປດ້ວຍໂປຣຕີນທີ່ມີຄຸນນະພາບສູງ ອີກທັງວິຕາມິນ ແລະ ແຮ່ທາດຕ່າງໆ ແລະ ເປັນແຫຼ່ງອາຫານທີ່ຍອດຍ້ຽມ ມີປະໂຫຍດຕໍ່ສຸຂະພາບຫລາຍຢ່າງ. ຊ່ວຍບຳລຸງກ້າມຊິ້ນ: ເຊັ່ນດຽວກັບຊິ້ນສັດທຸກຊະນິດ ຊິ້ນງົວເປັນແຫລ່ງທີ່ດີຂອງໂປຣຕີນ ທີ່ມີຄຸນນະພາບສູງ ມີກົດອະມີໂນທີ່ຈຳເປັນທັງໝົດ ແລະ ເອີ້ນວ່າເປັນແຫຼ່ງໂປຣຕີນທີ່ "ສົມບູນ" ຄົນຈຳນວນຫລາຍ ໂດຍສະເພາະຜູ້ສູງອາຍຸຮັບປະທານໂປຕີນ ທີ່ມີຄຸນນພະພາບສູງບໍ່ພຽງພໍ, ການບໍລິໂພກໂປຣຕີນໃນປະລິມານທີ່ບໍ່ພຽງພໍ ອາດເລັ່ງ ແລະ ເຮັດໃຫ້ມວນກ້າມຊິ້ນ ຄວາມແຂງແຮງຂອງກ້າມຊິ້ນ ແລະ ສະມັດຕະພາບທາງກາຍຫຼຸດລົງເພີ້ມຄວາມສ່ຽງຕໍ່ອາການພາວະມວນກ້າມຊິ້ນໜ້ອຍ.

ພາວະມວນກ້າມຊິ້ນໜ້ອຍ (Sarcopenia) ເປັນບັນຫາສຸຂະພາບທີ່ຮ້າຍແຮງໃນກຸ່ມຄົນຜູ້ສູງອາຍຸ ແຕ່ສາມາດປ້ອງກັນ ຫລື ຢັບຢັ້ງໄດ້ ດ້ວຍການອອກກຳລັງກາຍເພື່ອເສີມສ້າງຄວາມແຂງແຮງ ແລະ ເພີ້ມປະລິມານໂປຣຕີນ. ແຫລ່ງໂປຣຕີນທີ່ດີທີ່ສຸດຄື ອາຫານທີ່ໄດ້ຈາກສັດ ເຊັ່ນ: ຊິ້ນສັດ, ຊິ້ນປາ ແລະ ຜະລິດຕະພັນນົມ, ການບໍລິໂພກຊິ້ນງົວ ຫລື ແຫລ່ງໂປຣຕີນ ທີ່ມີຄຸນນະພາບສູງອື່ນໆ ຊ່ວຍຮັກສາມວນກ້າມຊິ້ນ ແລະ ຫຼຸດຄວາມສ່ຽງຕໍ່ພາວະມວນກ້າມຊິ້ນໜ້ອຍໄດ້.

ຊ່ວຍເພີ້ມປະສິດທິພາບການອອກກຳລັງກາຍ: ຄາຣໂນຊິນ ຄື ໄດເປບໄທ ທີ່ເກີດຂຶ້ນເອງຕາມທຳມະຊາດ ພົບໄດ້ໃນກ້າມຊິ້ນ, ຫົວໃຈ, ສະໝອງ ແລະ ເເພຈຸລັງ ທີ່ມີເສັ້ນປະສາດອື່ນໆ ມີສ່ວນສຳຄັນສຳລັບການເຮັວຽກຂອງກ້າມຊິ້ນ. ຄາຣໂນຊິນ ຖືກສ້າງຂື້ນໃນຮ່າງກາຍຈາກເບຕ້າ ອະລານີນ ກົດອະມີໂນ ໃນອາຫານທີ່ພົບໃນປະລິມານສູງໃນປາ ແລະ ຊິ້ນສັດເຊັ່ນ: ຊິ້ນງົວ. ຈາກການສຶກສາພົບວ່າມີຄວາມສຳພັນກັນລະຫວ່າງລະດັບຄວາມເຂັ້ມຂຸ້ນ ຂອງຄາຣໂນຊິນກັບກ້າມຊິ້ນໃນຮ່າງກາຍຂອງມະນຸດ, ຫາກມີຄາຣໂນຊິນໃນລະດັບຄວາມເຂັ້ມຂຸ້ນສູງ ຈະຊ່ວຍຫຼຸດຄວາມອ່ອນເພຍຂອງຮ່າງກາຍ ແລະ ຊ່ວຍເພີ້ມປະສິດທິພາບໃນລະຫວ່າງການອອກກຳລັງກາຍໄດ້.

ການຮັບປະທານອາຫານເສີມທີ່ມີເບຕ້າ ອະລານີນ ທີ່ຜ່ານຂະບວນການເຮັດໃຫ້ບໍລິສຸດເປັນເວລາ 4-10 ອາທິດ,ຈະຊ່ວຍເຮັດໃຫ້ລະດັບ ຄາຣໂນຊິນ ທີ່ຢູ່ໃນກ້າມຊິ້ນເພີ້ມຂື້ນ 40-80%. ໃນທາງກົງກັນຂ້າມການຮັບປະທານອາຫານເຈ ຢ່າງເຂັ້ມງວດອາດເຮັດໃຫ້ລະດັບຄາຣໂນຊິນໃນກ້າມຊິ້ນຫລຸດລົງ. ນີ້ສະແດງໃຫ້ເຫັນວ່າການບໍລິໂພກຊິ້ນສັດ ແລະ ປາ ຢ່າງສະໝ່ຳສະເໝີ ຫລື ການກິນອາຫານເສີມ ທີ່ມີ ເບຕ້າ ອະລານີນ ອາດຊ່ວຍເພີ້ມປະສິດທິພາບການອອກກຳລັງກາຍໄດ້.

ຊ່ວຍປ້ອງກັນພະຍາດເລືອດຈາງ (Anemia): ພາວະເລືອດຈາງ ເປັນພາວະທີ່ພົບຫລາຍ ໂດຍລັກສະນະຄືເມັດເລືອດແດງມີຈຳນວນຫລຸດລົງ ແລະ ຄວາມສາມາດຂອງເລືອດໃນການນຳພາອອັກຊີເຈນຫລຸດລົງ.

ການຂາດທາດເຫລັກເປັນສາເຫດທີ່ພົບໄດ້ຫລາຍທີ່ສຸດຂອງພາວະເລືອດຈາງ ຊຶ່ງອາການທີ່ສຳຄັນຄື: ເມື່ອຍ ແລະ ອ່ອນເພຍ. ຊິ້ນງົວ ເປັນແຫລ່ງອາຫານທີ່ອຸດົມໄປດ້ວຍທາດເຫັຼກ ຊຶ່ງສ່ວນຫລາຍຈະຢູ່ໃນຮູບຂອງທາດເຫັຼກໃນຮູບຮິມ (heme-iron) ທີ່ພົບສະເພາະໃນອາຫານທີ່ໄດ້ຈາກສັດ ແຕ່ໃນອາຫານເຈ ມັກພົບວ່າມີປະລິມານເຫັຼກຮິມຕໍ່າ. ທາດເຫັຼກໃນຮູບຮິມຖືກດູດຊຶມໄດ້ດີກວ່າທາດເຫຼັກທີ່ບໍ່ໄດ້ຢູ່ໃນຮູບຮິມ ຊະນິດທີ່ພົບໄດ້ໃນອາຫານພືດຜັກ. ນອກຈາກນັ້ນ ຊິ້ນສັດຍັງຊ່ວຍເພີ້ມການດູດຊືມທາດເຫັຼກທີ່ຢູ່ໃນສ່ວນປະກອບອາຫານອື່ນໆໄດ້.

ຈາກການສຶກສາພົບວ່າ ການຮັບປະທານຊິ້ນສັດ ສາມາດເພີ້ມການດູດຊືມທາດເຫຼັກທີ່ບໍ່ແມ່ນຮູບແບບຮິມໄດ້ ຫລື ໃນອາຫານທີ່ມີກົດ phytic ຊຶ່ງເປັນໂຕຢັບຢັ້ງການດູດຊຶມທາດເຫັຼກ. ເວົ້າໄດ້ວ່າການບໍລິໂພກຊິ້ນສັດ ເປັນວິທີທີ່ດີທີ່ສຸດໃນການປ້ອງກັນພາວະເລືອດຈາງໄດ້.

ຊິ້ນງົວ ແລະ ພະຍາດຫົວໃຈ ເປັນສາເຫດທີ່ພົບຫລາຍທີ່ສຸດໃນການເສຍຊີວິດກ່ອນໄວອັນສົມຄວນ. ເປັນຄຳສຳລັບອາການຕ່າງໆ ທີ່ກ່ຽວຂ້ອງກັບຫົວໃຈ ແລະ ຫລອດເລືອດເຊັ່່ນ: ຫົວໃຈວາຍ ສະໂຕຣກ ແລະ ຄວາມດັນເລືອດສູງ ຫຼິກລ້ຽງຊິ້ນງົວສ່ວນທີ່ມີໄຂມັນສູງ ແລະ ຫຼິກລ້ຽງການປຸງແຕ່ງທີ່ໃຊ້ຄວາມຮ້ອນສູງ  ແລະ ການຈືນທີ່ໃຊ້ນໍ້າມັນຫລາຍໆ ກໍ່ຊ່ວຍຫລູຸດຄວາມສ່ຽງຕໍ່ການເປັນໂລກຫົວໃຈໄດ້. ໄຂມັນອີ່ມຕົວໃນຊິ້ນງົວ. ພະຍາດຫົວໃຈ ແລະ ຫຼອດເລືອດ ຕິດອັນດັບ 1 ໃນ 3 ສາເຫດການເສຍຊີວິດ.

ການປະກອບສ່ວນ