ພະຍາດ ແລະ ການປ້ອງກັນພະຍາດ

ກ. ປາກເປື່ອຍ-ລົງເລັບ

- ອາການ: ເປັນຕຸ່ມຢູ່ປາກ, ລິ້ນ, ຮິມປາກ, ມີນ້ຳລາຍເຕັມປາກ, ຈະບໍ່ເລັມຫຍ້າ, ຊືມເສົ້າ, ຫຼັງການເກີດຕຸ່ມ ຢູ່ປາກ 3-5 ວັນຈະເກີດຕຸ່ມທີ່ກີບຕີນ ແລ້ວຕຸ່ມກໍ່ກະຈາຍໄປທົ່ວ ແລະ ແຕກ, ຖ້າເປັນຮ້າຍແຮງກີບຕີນຈະຫຼຸດອອກ, ຖ້າບາງຕົວທີ່ຖືພາອາດຈະແທ້ງລູກໄດ້.

- ການປ້ອງກັນ:  ອະນາໄມ ແລະ ຂ້າເຊື້ອພະຍາດໃນຄອກໃຫ້ສະອາດ, ເພື່ອຮັບປະກັນບໍ່ໃຫ້ເກີດພະຍາດນີ້ຄວນສັກວັກຊິນປ້ອງກັນທຸກໆ 6 ເດືອນ

ຂ. ພະຍາດຄໍບວມ:

- ອາການ: ມັກຈະອອກນ້ຳລາຍເຕັມປາກ, ບໍ່ກິນອາຫານ, ຊື່ມເສົ້າ, ຫາຍໃຈຖີ່ ຫຼື ເບົາໆ, ເມື່ອເລີ້ມເປັນທ້ອງຈະເບັງຂຶ້ນ ແລະ ຖ່າຍຂີ້ແຫຼວ, ໜຽງຄໍຈະບວມ, ຖ້າປີ່ນປົວບໍ່ທັນຈະເສຍຊີວິດກະທັນຫັນ, ບໍ່ມັກສະແດງອາການໃຫ້ເຫັນ, ຕ້ອງໝັ່ນສັງເກດຢູ່ສະເໝີ

- ປ້ອງກັນ: ສັກວັກຊິນປ້ອງກັນທຸກໆ 6 ເດືອນ

- ປີ່ນປົວ: ໃຫ້ສັກຢາສະເຕັບໂຕໄມຊິນ, ຊັນຟາເມທຣາຊິນ ຫຼື ປືກສາສັດຕະວະແພດໃກ້ບ້ານທ່ານ.

ຄ. ພະຍາດໄຂ້ເລືອດດຳ:

- ອາການ: ຫາຍໃຈຫອບຫືດ, ຕາຍຢ່າງກະທັນຫັນ, ເມື່ອຕາຍຈະມີເລືອດສີດຳອອກມາຕາມຮູຂົນ, ດັງ ແລະ ຮູທະວານໜັກ. ມີນ້ຳເມືອກໄຫຼອອກມາຈາກປາກ, ນ້ຳປັດສະວະປົນເລືອດ, ຖ່າຍຂີ້ແຫຼວປົນເລືອດ, ບໍ່ກິນຫຍ້າ, ຫາຍໃຈຝືດ, ຄໍບວມ, ທ້ອງເບັງ ແລະ ກ້າມຊິ້ນສັ່ນ.

- ການປ້ອງກັນ: ສັກຢາວັກຊິນ ເມື່ອອາຍຸໄດ້ 6 ເດືອນ

ງ. ພະຍາດທ້ອງອືດ

-ອາການ: ງົວທີ່ເກິດພະຍາດນີ້ຈະກະວົນກະວາຍ, ລຸກນອນຜິດປົກກະຕິ, ມີນ້ຳລາຍເຕັມປາກໄຫຼບໍ່ເຊົາ, ຫາຍໃຈຝຶດ, ຖ້າເປັນແຮງສັດຈະລົ້ມລົງນອນຊັກ, ຖ້າເຮົາຊ່ວຍບໍ່ທັນງົວຈະຕາຍໃນຕໍ່ມາ.

- ການປິ່ນປົວ: ໃຊ້ນ້ຳມັນພຶດ 120 ຊີຊີ ປະສົມນ້ຳ 400 ຊີຊີ ໃຫ້ກິນຖ້າມີອາການໜັກໃຊ້ເຂັມໃຫຍ່ແທງບ່ອນກາງຊ່ວງທ້ອງດ້ານຊ້າຍ, ພະຍາຍາມດຶງເຂັມອອກມາແລ້ວຈື່ງປົວບາດແຜທີ່ແທງນັ້ນ

ຈ. ພະຍາດໄຂ້ບວມ

- ອາການ: ໄຂ້ສູງ ແລະ ໄຄ່ຕາມກ້າມຊີ້ນ, ບ່າໄຫລ, ກະໂພກ, ບິບເບີ່ງບ່ອນໃຄ່ຈະມີສຽງດັງຈາກຝອດອາກາດ, ຖ້າຮ້າຍແຮງຈະຕາຍພາຍໃນ 5-6 ຊົ່ວໂມງ.

- ການປ້ອງກັນ: ສັກວັກຊິນປ້ອງກັນ ເມື່ອສັດມີອາຍຸ 6 ເດືອນ ແລະ ສັກຢາທຸກໆປີ.

ການປະກອບສ່ວນ