ລ້ຽງງົວເປັນສິນຄ້າ ສ້າງລາຍຮັບເຂົ້າຄອບຄົວ

ແນວທາງການສ້າງລາຍຮັບໃຫ້ແກ່ຄອບຄົວ ໂດຍການລ້ຽງງົວເປັນສິນຄ້າ
https://www.google.com/search?biw=1280&bih=610&tbm=isch&sxsrf=ACYBGNQJglzJSuGhjxg6kPDku3_XejLbhA%3A1574737979781&sa=1&ei=O5jcXfCjL-W3mAXHo7K4BQ&q=%E0%BA%A5%E0%BB%89%E0%BA%BD%E0%BA%87%E0%BA%87%E0%BA%BB%E0%BA%A7&oq=%E0%BA%A5%E0%BB%89%E0%BA%BD%E0%BA%87%E0%BA%87%E0%BA%BB%E0%BA%A7&gs_l=img.3...84855.84855..85323...0.0..0.124.241.0j2......0....1..gws-wiz-img.......35i39.EFMFKv20sHk&ved=0ahUKEwiwrZiP9IbmAhXlG6YKHceRDFcQ4dUDCAc&uact=5#imgrc=FoHTOrSrqiLaMM:
sethakit-psx.la

ການຜະລິດກະສິກໍາຢູ່ພາຍໃນເມືອງປາກທາກໍ່ມີຫຼາຍຮູບແບບທີ່ແຕກຕ່າງກັນບໍ່ວ່າຈະເປັນການລ້ຽງສັດ ຫຼື ການປູກພືດກໍ່ລ້ວນແລ້ວແຕ່ເປັນທ່າແຮງ ແລະ ເງື່ອນໄຂການຜະລິດເຊັ່ນດ່ຽວກັນກັບຄອບຄົວຂອງທ່ານ ໄມ່ອິ່ນ ໄຊຍະນີ ປະຊາຊົນບ້ານຫາດດອນແກ້ວ ເມືອງປາກທາ ແຂວງບໍ່ແກ້ວ ທີ່ຢຶດຖືອາຊີບລ້ຽງງົວເປັນຕົ້ນຕໍ, ຊຶ່ງສາມາດສ້າງລາຍຮັບປີໜຶ່ງເຖິງ 30 ລ້ານກີບ. 
    ທ່ານ ໄມ່ອິ່ນ ໄຊຍະນີ ໃຫ້ຮູ້ວ່າ: ແຕ່ກ່ອນຄອບຄົວຂອງຕົ້ນເອງແມ່ນໄດ້ເຮັດນາ ແລະ ຄ້າຂາຍທົ່ວໄປ, ໂດຍໄດ້ລ້ຽງຄວາຍເປັນອາຊີບເສີມ, ຕໍ່ມາເຫັນວ່າການລ້ຽງຄວາຍແມ່ນມີຄວາມຫຍຸ້ງຍາກ, ສະຖານທີ່ລ້ຽງສັດກໍ່ຍັງມີຈໍານວນຈໍາກັດ, ແຮງງານກໍ່ມີໜ້ອຍ ແລະ ເນື່ອງຈາກວ່າຄວາຍເປັນສັດທີ່ລ້ຽງຍາກຈຶ່ງໄດ້ປຶກສາກັບຄອບຄົວຕັດສິນໃຈຂາຍຄວາຍອອກ ແລະ ໄດ້ຊື້ງົວມາລ້ຽງຈໍານວນ 2 ແມ່, ຫຼັງຈາກການລ້ຽງງົວມາໄດ້ໄລຍະໜຶ່ງເຫັນວ່າງົວຂອງຕົນມີການແຜ່ຂະຫຍາຍ, ການລ້ຽງງົວກໍ່ແມ່ນມີຄວາມສະດວກສະບາຍຫຼາຍກວ່າລ້ຽງຄວາຍ, ຈຶ່ງຕັດສິນໃຈເອົາການລ້ຽງງົວເປັນທ່າແຮງຕົ້ນຕໍບວກກັບກັບການເຮັດນາອີກ.

ທ່ານ ໄມ່ອິ່ນ ໄຊຍະນີ ຍັງໃຫ້ຮູ້ຕື່ມອີກວ່າ: ການລ້ຽງງົວຕອນທໍາອິດແມ່ນລ້ຽງແບບຊະຊາຍອາໄສແບບທໍາມະຊາດ, ປ່ອຍຕາມທົ່ງໄຮ່ທົ່ງນາ, ແຕ່ເມື່ອພັກ-ລັດໄດ້ມີທິດຊີ້ນໍາຫັນເອົາການປູກການລ້ຽງຢູ່ພາຍໃນເມືອງເປັນທ່າແຮງສໍາຄັນ, ຈາກນັ້ນຄອບຄົວຈຶ່ງຕັດສິນໃຈຊື້ດິນທີ່ຕິດກັບດິນຂອງຕົນເອງຈໍານວນໜຶ່ງ, ລ້ອມເປັນຄອກເພື່ອລ້ຽງງົວຂອງຕົນ, ປະຈຸບັນມີເນື້ອທີ່ພຽງແຕ່ 5 ເຮັກຕາ, ໃນນັ້ນມີການຂະຫຍາຍພັນງົວໃນ 1 ປີແມ່ນເພີ່ມຂຶ້ນ 15-18 ໂຕ, ສະນັ້ນຈຶ່ງໄດ້ຈໍາກັດການແຜ່ຂະຫຍາຍຂອງງົວໂດຍກໍານົດເອົາປີໜຶ່ງພຽງແຕ່ 30 ຫາ 40 ໂຕເທົ່ານັ້ນ, ສ່ວນການບໍາລຸງຮັກສາບົວລະບັດນັ້ນເອງກໍ່ບໍ່ມີປະສົບການໃນການຮຽນຮູ້ມາກ່ອນ, ອາໄສແຕ່ທາງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງເປັນຜູ້ໃຫ້ທິດຊີ້ນໍາ ແລະ ຮຽນຮູ້ຈາກປະສົບການໂດຍອາໄສຄວາມສິ້ນເຄີຍໃນການລ້ຽງມາແຕ່ກີ້ ເຊິ່ງໃນປີໜຶ່ງຈະສັກຢາປ້ອງກັນ 2 ຄັ້ງໃນນັ້ນບາງເທື່ອກໍ່ມີໂຄງການມາຊ່ວຍເຫຼືອທາງດ້ານຢາປ້ອງກັນ, ຖ້າຫາກບໍ່ມີກໍ່ຊື້ມາຊັກເອງ, ປະຈຸບັນລາຍຮັບໃນການລ້ຽງງົວໃນໜຶ່ງປີແມ່ນ 15-30 ລ້ານກີບ, ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນຫຼາຍກວ່າເມື່ອກ່ອນຈົນສາມາດສົ່ງລູກຮຽນຈົບວິຊາຊີບທັງ 3 ຄົນ, ມີເຮືອນຢູ່ຖາວອນ, ມີລົດໄຖເດີນຕາມ ແລະ ໂຮງສີເຂົ້າ, ມີຊີວິດທີ່ໝັ້ົ້ນຄົງຫຼາຍຂຶ້ນ.

ສໍາລັບແຜ່ນໃນຕໍ່ໜ້າແມ່ນຈະໄດ້ຂະຫຍາຍເນື້ອທີ່ອອກໃຫ້ກວ້າງຂວາງກວ່າເກົ່າ, ເພີ່ມການປູກຫຍ້າພັນງົວໃຫ້ໄດ້ຫຼາຍຂຶ້ນ, ເພີ່ມການຂະຫຍາຍແຜ່ພັນຂອງສັດໃຫ້ໄດ້ຢູ່ປະມານ 50-60 ໂຕ, ຍ້ອນຄວາມດຸໝັ້ນ ແລະ ມັກຮັກໃນອາຊີບຂອງຕົ້ນເອງເອງຈຶ່ງເຮັດໃຫ້ຄອບຄົວຂອງທ່ານ ໄມ່ອິ່ນ ໄຊຍະນີ ກາຍເປັນຄອບຄົວຕົວແບບໃນການລ້ຽງສັດຂອງເມືອງປາກທ່າ.

ຂໍ້ມູນຈາກ: ໜັງສືພີມເສດຖະກິດສັງຄົມ ສະບັບທີ 3288, ໜ້າ 2, ວັນທີ 26/11/2019

ການປະກອບສ່ວນ