ຕົ້ນທຶນແມ່ງົວ 1 ໂຕ:
- ແນວພັນແມ່ງົວພັນດີລາຄາອາດສູງເຖິງ 10,000,000 ກີບ, ແຕ່ສາມາດໃຫ້ລູກເຖິງ ສິບປີ, ປີລະໂຕ
- ອຸປະກອນ  ແລະ ຄອກງົວ 1,500,000 ກິບ
- ຄ່າວັກຊິນ ແລະ ການບໍລິການ 600,000 ກິບ
ເຊິ່ງລວມຕົ້ນທຶນໃນປີທຳອິດປະມານ 12,000,000 ກີບ ແລະ ປີຕໍ່ມາປະມານ 600,000 ກີບຕໍ່ປີ, ເຊິ່ງລວມຕົ້ນທຶນທັ້ງໝົດພາຍໃນ 10 ປີຈະຕົກຢູ່ປະມານ 17,000,000 ກີບ

ຜົນຕອບແທນ: ສາມາດຂາຍລູກງົວໄດ້ປີລະໂຕ ເຊິ່ງລາຄາ ປະມານ 6,000,000 ກີບ, ເຊິ່ງຊ່ວງສາມປີທຳອິດແມ່ງົວອາດຈະໃຫ້ລູກປົກກະຕິ, ເຊິ່ງໄດ້ຂາຍລູກງົວປະມານ 3 ໂຕ, ໃນປີທີ່ 3 ກໍ່ສາມາດລົບຕົ້ນທຶນໄດ້ແລ້ວ. ຈາກນັ້ນ ອິກ 7 ປີຕໍ່ໜ້າແມ່ນເປັນກຳໄລ, ເຊິ່ງແມ່ນອາດຈະຂາຍລູກງົວໄປ 7 ໂຕ.
ເຊິ່ງຄິດໄລ່ໂດຍສະເລ່ຍໃນໄລຍະໃຫ້ລູກປະມານ 10 ປີ ແມ່ງົວໂຕໜື່ງສາມາດຜະລິດຜົນໄດ້  60,000,000 ກີບ. ເຊິ່ງລົບຕົ້ນທຶນອອກແລ້ວສາມາດເຫັນໄດ້ວ່າແມ່ນງົວໂຕໜື່ງສາມາດມີກຳໄລໄດ້ເຖິງ 43,000,000 ກີບ. ຖ້າລ້ຽງຮອດ 10 ໂຕ ກໍ່ສາມາດສ້າງກຳໄລໄດ້ເຖິງ 43,000,000 ກີບ/ຕໍ່ປີ.

ການປະກອບສ່ວນ