ຕົ້ນຫຍ້າຍຸບ / Sleepy Plant

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Mimosa pudica L. / Fabaceae
ຊື່ພ້ອງ
Mimosa pudica var. pudica
Mimosa pudica var. tetrandra (Willd.) DC.
Mimosa pudica var. unijuga (Duchass. & Walp.) Griseb.
Mimosa hispidula Kunth.
Mimosa pudica var. pudica.
ຊື່ອື່ນ
ລາວ: ຫຍ້າຍຸບ, ໜາມຫຍ້າຍຸບ, ຫຍ້າຕ້ອງຍຸບ.
ໄທ: ໄມຍະຣາບ, ກຣະທືບຍອດ, ຫຍ້າໜາມຣາບ
Eng: sensitive plant, sleepy plant, action plant, Dormilones, shame plant, zombie plant, or shy plant
ບັນຍາຍລັກສະນະພືດສາດ

ຕົ້ນຫຍ້າຍຸບ ມີຖິ່ນກຳເນີດໃນທະວີບອາເມລິກາໃຕ້ ເັນພືດລົ້ມລຸກອາຍຸຫຼາຍປີ. ມັກແຜ່ເລືອໄປຕາມພື້ນດິນ, ບາງຄັ້ງຈະສູງເຖີງ 1 ແມັດ, ຕົ້ນມີສີນ້ຳຕານແດງ, ມີໜາດນ້ອຍ ແລະ ມີຂົນຫຍາບໆປົກຄຸມທີ່ລຳຕົ້ນ, ແກນກ້ານໃບ, ທ້ອງໃບ ລວມໄປເຖີງຊໍ່ດອກ ແລະ ຂະຫຍາຍພັນດ້ວຍວິທີການກ້າເມັດ. ໃບ: ຈັດເປັນໃບປະກອບແບບຂົນນົກ 2 ຊັ້ນ, ແກນກາງລວມກັບກ້ານໃບມີຄວາມຍາວປະມານ 2.5–5 ຊັງຕີແມັດ. ສ່ວນໃບຍ່ອຍມີ 1–2 ໃບ, ມີຄວາມຍາວປະມານ 1.5–7 ຊັງຕີແມັດ, ໃບຍ່ອຍຈະມີຢູ່ປະມານ 12–25 ຄູ່ ລັກສະນະຄ້າຍຮູບຂອບຂະໜານ ຫຼື ຄ້າຍໆຮູບກຽວຍາວປະມານ 0.5–1 ຊັງຕີແມັດ. ດອກ: ອອກດອກເປັນຊໍ່ກົມສີຊົມພູເປັນດອກດ່ຽວ ຫຼື ດອກຄູ່ ອອກທີ່ບໍລິເວນຊອກໃບ, ກ້ານດອກມີຄວາມຍາວປະມານ 2.5–4 ຊັງຕີແມັດ. ດອກມີຈຳນວນຫຼາຍບໍ່ມີກ້ານ, ມີກີບລ້ຽງຂະໜາດນ້ອຍຫຼາຍປະມານ 0.1 ມີນລີແມັດ, ກີບດອກຈະມົນກົມມີຄວາມຍາວປະມານ 0.5–0.8 ມີນລີແມັດ, ມີເກສອນຜູ້ຢູ່ 4 ອັນ ແລະ ມີຮັງໄຂ່ຍາວປະມານ 0.5 ມີນລີແມັດ. ໝາກ: ມີລັກສະນະເປັນຝັກແຫ້ງ, ແປ, ຍາວຮຽວ ຝັກມີຫຼາຍຝັກໃນແຕ່ລະຊໍ່ດອກລັກສະນະເປັນຮູບຂອບຂະໜານ ຊື່ ແລະ ຍາວປະມານ 1.5–1.8 ຊັງຕີແມັດ. ມີຂົນແຂງປົກຄຸມຕາມສັນຂອບໝາກ. ສ່ວນເມັດມີສີນ້ຳຕານອ່ອນ, ເມັດແປ, ເປັນສັນໂນນຢູ່ກາງ, 1 ໝາກມີເມັດປະມານ 2–5 ເມັດ. ຕົ້ນຫຍ້າຍຸບເປັນພືດລົ້ມລຸກທີ່ມີລັກສະນະພິເສດຄື: ຫາກໄດ້ຮັບແຮງສັ່ນສະເທືອນກ້ານ ແລະ ໃບກໍ່ຈະຕອບສະໜອງດ້ວຍການຍຸບຕົວລົງຢ່າງໄວ ແລະ ຍັງເປັນພືດທີ່ຈັດຢູ່ໃນຕະກຸນ ແລະ ມີຄຸນສົມບັດໃກ້ຄຽງກັບຜັກກະເສດ.

ບັນຍາຍການນຳໃຊ້

ຕົ້ນນຳມາຟັກເປັນປ່ຽງນ້ອຍໆແລ້ວນຳມາຕາກຈົນແຫ້ງນຳມາຕົ້ມກັບນ້ຳກິນຊ່ວຍແກ້ອາການອ່ອນເພຍ, ເປັນຢາອາຍຸວັດທະນະ, ເບື່ອອາຫານ, ມີອາການເຈັບປວດເມື່ອຍຕາມຕົນໂຕ, ເລືອດຈາງ, ຊ່ວຍແກ້ໂລກເບົາຫວານ, ຫຼຸດລະດັບນ້ຳຕານໃນເລືອດເພາະສານສະກັດນ້ຳຈາກຕົ້ນ ແລະ ຮາກຂະໜາດ 20 ມີນລີີກຼາມຕໍ່ນ້ຳໜັກໂຕ 1 ກິໂລກຼາມສາມາດອອກລິດຊ່ວຍຫຼຸດລະດັບນ້ຳຕານໃນເລືອດໄດ້ທຽບເທົ່າກັບການໃຊ້ຢາມາດຖານໂທຣບູຕາໄມ (Tolbutamide) ຂະໜາດ 100 ມີນລີກຼາມ/ກິໂລກຼາມ. ນ້ຳໜັກໂຕໂດຍຈະອອກລິດຢ່າງຕໍ່ເນື່ອງເຖີງ 5 ຊົ່ວໂມງ. ທຸກສ່ວນຂອງຕົ້ນນຳມາຂົ້ວໂດຍໃຊ້ໄຟອ່ອນໆຈະມີກິ່ນຫອມສາມາດນຳໄປຊົງດື່ມແທນຊາຊ່ວຍຫຼຸດລະດັບຄໍເຣດເຕີຣອນໄດ້. 

ການປະກອບສ່ວນ