ອັດຕະປື Attapeu ເຊກອງ Se k ong ຈຳປາສັກ Champasak ສາລາວັນ Salavan ສະຫວັນນະເຂດ Savanakhet ຄຳມ່ວນ Khammouane ບໍລິຄຳໄຊ Bolikhamsai ນະຄອນຫຼວງວຽງຈັນ Vientiane Capital ຊຽງຂວາງ Xiengkhouang ໄຊສົມບູນ Xaisomboun P ro vince ວຽງຈັນ Vientiane P ro vince ຫົວພັນ Hua Phan ໄຊຍະບູລີ Sayabouly ຫຼວງພະບາງ Luang Ph r abang ອຸດົມໄຊ Oudomxay ບໍ່ແກ້ວ Bo k eo ຫຼວງນ້ຳທາ Luang Namtha ຜົ້ງສາລ Phongsali

ໃນ  ສປປ  ລາວ,  ມີງົວຢູ່  1.58  ລ້ານໂຕ  ເຊິ່ງສ່ວນໃຫຍ່ແມ່ນພວກສາຍພັນງົວເຫຼືອງອາຊີ  (Bosindicus).  ຊາວກະສິກອນຂະຫນາດນ້ອຍ  ມີ  ງົວຫຼາຍກວ່າ  98%  ຂອງຈໍານວນງົວທັງຫມົດ.  ສ່ວນໃຫຍ່ແລ້ວການຜະລິດງົວໃນ  ສປປ  ລາວ  ແມ່ນປະສົມປະສານກັບລະບົບການຜະລິດພືດຕ່າງໆໃນລະດັບຄົວເຮືອນ.  ຍ້ອນເຫດຜົນນີ້,  ຊາວກະສິ  ກອນໃນ  ສປປ  ລາວ  ຈື່ງຖືກຈັດເປັນປະເພດ  “ຜູ້ຮັກສາງົວ”  ແທນທີ່ຈະເປັນ  “ຜູ້ຜະລິດງົວ”.  ການຂາດຄຸນຄ່າໂພຊະນາການຂອງອາຫານສັດ,  ໂດຍສະເພາະແມ່ນໃນລໄຍະລະດູແລ້ງ,  ຂີດຈໍາກັດດ້ານຄວາມຮູ້ໃນດ້ານການຈັດການຄຸ້ມຄອງງົວ  ແລະ  ການລະບາດຂອງພະຍາດຕິດຕໍ່ເລື້ອຍໆ (ເຊັ່ນ: ພະຍາດເຕົ້າໂຮມເລືອດ ແລະ ປາກເປື່ອຍລົງເລັບ) ໄດ້ສົ່ງຜົນກະທົບທາງລົບຕໍ່ກັບການຜະລິດງົວໃນປະເທດ.ສປປ ລາວ ມີທັງຫມົດເກືອບຮອດ 782,000 ຄົວເຮືອນກະສິກໍາ ໃນນັ້ນ ມີ 38% ໄດ້ລ້ຽງງົວ, ອັດຕາສ່ວນຂອງຄົວເຮືອນທີ່ລ້ຽງງົວ  ແຕກຕ່າງກັນ  ຈາກພາກພື້ນທີ່ຫນຶ່ງ  ຫາພື້ນທີ່ຫນຶ່ງ;  ໃນພາກເຫນືອ  27%  ຂອງຄົວເຮືອນທັງຫມົດລ້ຽງງົວ, ໃນຂະນະທີ່ຢູ່ພາກກາງ ແລະ ພາກໃຕ້ຂອງ ສປປ ລາວ, 50% ແລະ 32 ສ່ວນຮ້ອຍ ຂອງຄົວເຮືອນທີ່ລ້ຽງງົວ ຕາມລໍາດັບ. ແຜນທີ່ຫຼັກໄດ້ສະແດງໃຫ້ເຫັນອັດຕາສ່ວນຮ້ອຍຂອງຄົວເຮືອນທີ່ລ້ຽງງົວຢູ່ໃນລະດັບບ້ານ. ສາມາດສັງເກດເຫັນໄດ້ວ່າຄົວເຮືອນສ່ວນຫຼາຍໃນຂົງເຂດບໍລິເວນ ແຂວງຊຽງຂວງ ແລະ ບໍລິເວນ ແຂວງສະຫວັນນະເຂດ ມີການລ້ຽງງົວ. ຢູ່ພາກຕາເວັນຕົກສ່ຽງເຫນືອ ແລະ ພາກໃຕ້ຂອງສປປລາວ, ອັດຕາການລ້ຽງງົວໃນຄົວເຮືອນແມ່ນຕໍ່າກວ່າຫຼາຍ.  ແຂວງສະຫວັນນະເຂດ  ມີງົວຫຼາຍທີ່ສຸດ  ແລະ  ມີ  62,000  ຄົວເຮືອນທີ່ລ້ຽງງົວ;  ຕາມດ້ວຍແຂວງວຽງຈັນ ໂດຍມີ 28,700 ຄົວເຮືອນ. ໃນແຂວງ ຜົ້ງສາລີ, ຫຼວງນໍ້າທາ, ເຊກອງ ແລະ ອັດຕະປື, ມີຫນ້ອຍກວ່າ 5,000 ຄົວເຮືອນທີ່ລ້ຽງງົວ

http://www.decide.la

ແຜນທີ່ປຽບທຽບໄດ້ສະແດງໃຫ້ເຫັນເຖິງການປ່ຽນແປງລະຫວ່າງປີ 1999 ແລະ 2011, ແລະ ປະຊາກອນງົວໃນລາວມີການເພີ່ມຂື້ນຢ່າງຫລວງຫລາຍໃນທຸກໆແຂວງ  ຍົກເວັ້ນແຂວງຫລວງນໍ້າທາ.  ແຂວງ  ສະຫວັນນະເຂດ ແລະ ແຂວງວຽງຈັນ ມີການຂະຫຍາຍຕົວຢ່າງຫຼວງຫຼາຍ ລວມມີ 107,300 ໂຕ ແລະ 82,400 ໂຕ ຕາມລໍາດັບ. ເຖິງວ່າແຂວງອັດຕະປືຈະມີງົວຈໍານວນຫນ້ອຍກໍຕາມ, ແຕ່ອັດຕາການເພີ່ມຂື້ນ ແມ່ນເທົ່າກັບ 233%, ຖືໄດ້ວ່າເປັນການເພີ່ມຂື້ນສູງສຸດ ໃນປະເທດ. ການປ່ຽນແປງໃນລະດັບຕໍ່າ ຂອງຈໍານວນງົວ ທີ່ແຂວງຫລວງນໍ້າທາ ແລະ ແຂວງອຸດົມໄຊ ແມ່ນຕິດພັນກັບການຂະຫຍາຍຕົວຢ່າງໄວວາຂອງການປູກຢາງພາລາ ແລະ ການປູກກ້ວຍ ໃນສອງແຂວງ. ການຈັດສັນຄືນທີ່ດິນສໍາລັບການປູກພືດໃນແຂວງເຫຼົ່ານັ້ນ  ໄດ້ເຮັດໃຫ້ພື້ນທີ່ທົ່ງຫຍ້າສໍາລັບການລ້ຽງສັດຫຼຸດລົງ  ແລະ ບີບບັງຄັບໃຫ້ຊາວກະສິກອນຈໍານວນຫຼາຍ ຕ້ອງຂາຍງົວອອກ. ໃນທາງກົງກັນຂ້າມ ການເພີ່ມຂື້ນຂອງງົວໃນຂອບເຂດທົ່ວປະເທດ ໂດຍລວມແລ້ວ ແມ່ນເກີດຈາກຫຼາຍປັດໃຈ ລວມທັງການມີອາຫານສັດຢ່າງພຽງພໍ ແລະ ມີທົ່ງຫຍ້າທີ່ກ້ວາງໃຫຍ່, ການຊ່ວຍເຫຼືອດ້ານວິຊາການຈາກບັນດາຜູ້ໃຫ້ທຶນ, ແລະ ຄວາມຕ້ອງ ການບໍລິໂພກຊີ້ນຂອງປະເທດເພື່ອນບ້ານໄກ້ຄຽງທີ່ເພີ່ມຂຶ້ນ  (ສ່ວນຫຼາຍ  ແມ່ນຈີນ  ແລະ  ຫວຽດນາມ).  ຜ່ານຫຼາຍຮູບແບບການຊ່ວຍເຫຼືອຂອງອົງການຜູ້ໃຫ້ທຶນ,  ການປັບປຸງຄຸນນະພາບອາຫານສັດ,  ການວິນິດໄສພະຍາດ ແລະ ການເຝົ້ າລະວັງ, ພ້ອມທັງການຜະລິດ ແລະ ການແຈກຢາຍຢາປ້ອງກັນພະຍາດລ້ວນແຕ່ມີຜົນຕໍ່ການເພີ່ມຂື້ນຂອງປະຊາກອນງົວ.

ຂໍ້ມູນຈາກ: http://www.decide.la

ການປະກອບສ່ວນ