ການລ້ຽງແມ່ງົວໃນຊ່ວງຖືພາຈົນເກີດລູກນ້ອຍ

ການລ້ຽງງົວໃຫ້ມີສຸຂະພາບດີເປັນປັດໄຈສຳຄັນຕໍ່ການປະສົມພັນຕິດລູກຂອງແມ່ງົວ ແລະ ເຮັດໃຫ້ແມ່ງົວໃຫ້ລູກສະໜໍ່າສະເໜີ, ຄວາມຕ້ອງການອາຫານຂອງງົວໄລຍະຕ່າງໆແຕກຕ່າງກັນ, ການຈັດການບົວລະບັດເບີ່ງແຍງດູແລງົວສາມາດຈຳແນກອອກ ເປັນໄລຍະຕ່າງໆ ຕາມຄວາມຕ້ອງການອາຫານຂອງວົງໄດ້ 3 ໄລຍະດັ່ງນີ້:

ໄລຍະທີ່ 1: ການລ້ຽງແມ່ງົວຈາກເກີດລູກເຖິງຫຼັງເກີດ

ໄລຍະນີ້ເປັນໄລຍະກ່ອນປະສົມພັນ ເມື່ອປະສົມພັນຕິດແລ້ວຈະເລີ່ມຖືພາ ແລະ ແມ່ງົວຍັງຜະລິດນ້ຳນົມລ້ຽງລູກທີ່ຍັງຕິດແມ່ຢູ່, ການໃຫ້ອາການມີຄວາມສຳຄັນທີ່ສຸດ ສຳຫຼັບແມ່ງົວ ໄລຍະນີ້ ເພາະແມ່ຕ້ອງການອາຫານສຳຫຼັບຟື້ນຟູລະບົບອະໄວຍະວະສຶບພັນ ແລະ ຜະລິດນ້ຳນົມດັ່ງກ່າວ.

ການໃຫ້ອາຫານ: ຫາກແມ່ງົວມີນ້ຳໜັກເພີ່ມຂຶ້ນຈະເຮັດໃຫ້ການປະສົມພັນຕິດດີຂຶ້ນ ແລະ ຫຼຸດໄລຍະຫ່າງຂອງການໃຫ້ລູກລົງແຕ່ການເຮັດໃຫ້ງົວເພີ້ມນ້ຳໜັກໂດຍໃຫ້ອາຫານເສີມຕ້ອງເສຍຄ່າໃຊ້ຈ່າຍຄ່ອນຂ້າງສູງ, ຖ້າໃຫ້ແມ່ງົວໄດ້ກິນຫຍ້າອ່ອນ 3-4 ອາທິດ ກ່ອນປະສົມພັນ, ແມ່ງົວຈະເລີ່ມເພີີ້ມນ້ຳໜັກຂຶ້ນ ແລະ ມີການປະສົມພັນດີຂຶ້ນ, ເມື່ອແມ່ງົວເກີດລູກແລ້ວຈະກິນອາຫານເພີ້ມຂຶ້ນຢ່າງໄວວາ.

ໄລຍະທີ່ 2 ການລ້ຽງແມ່ງົວໄລຍະຖືພາ 4-6 ເດືອນ

ເປັນໄລຍະທີ່ລູກງົວໃຫຍ່ເຕັມທີ່ແລ້ວ ແລະ ຕົວຢ່ານົມ ຫາກລູກງົວກິນຫຍ້າ ແລະ ອາຫານໄດ້ເກັ່ງແລ້ວ ແມ່ງົວກໍ່ຕ້ອງການອາຫານພຽງພໍເພື່ອບຳລຸງຮ່າງກາຍເທົ່ານັ້ນ ໄລຍະນີ້ຈຶ່ງຕ້ອງການອາຫານນ້ອຍກວ່າໄລຍະອື່ນ ສາມາດປະຫຍັດຄ່າໃຊ້ຈ່າຍໃນການລ້ຽງໂດຍໃຫ້ອາຫານຄຸນນະພາບຕໍ່າໄດ້ ແຕ່ກໍ່ຄວນລະມັດລະວັງຢ່າໃຫ້ແມ່ງົວຈ່ອຍ, ຄວນມີໄຂມັນສະສົມຢູ່ນຳ.

ໄລຍະທີ່ 3 ການລ້ຽງແມ່ງົວໄລຍະ 90 ວັນກ່ອນເກີດລູກ

ເປັນໄລຍະສຳຄັນອີກໄລຍະໜື່ງສຳລັບແມ່ງົວ, ເພາະເປັນໄລຍະທີ່ແມ່ຢູ່ໃນທ້ອງກຳລັງຈະເລີນເຕິບໂຕເຖິງ 80-90%  ແລະ ແມ່ກຽມໂຕໃຫ້ນ້ຳນົມດ້ວຍ, ຖ້າໃຫ້ອາຫານຄຸນນະພາບບໍ່ດີ ແມ່ງົວຈະສູນເສຍນ້ຳໜັກ ເຊິ່ງຈະເຮັດໃຫ້ການກັບມາພ້ອມປະສົມພັນອີກຊ້າລົງ ເມື່ອເກີດລູກແລ້ວ ມັນເຮັດໃຫ້ບໍ່ສາມາດຜະລິດລູກປີລະໂຕ, ໄລຍະນີ້ຄວນໃຫ້ແມ່ງົວມີນ້ຳໜັກເພີ້ມຂຶ້ນເພື່ອຊົດເຊີຍນ້ຳໜັກທີຈະສູນເສຍໄປເມື່ອເກີດລູກ ໂດຍສະເພາະງົວແມ່ຮາມເປັນສີ່ງຈຳເປັນຫຼາຍ.

ການໃຫ້ອາຫານ: ແມ່ງົວຖືພາໃກ້ເກີດຈະກິນອາຫານນ້ອຍກວ່າເມື່ອຖືພາ 12-13%, ດັ່ງນ້ັນໄລຍະນີ້ຈື່ງຈຳເປັນຕ້ອງໃຫ້ອາຫານຄຸນນະພາບດີ ຫຼື ຫາກຈຳເປັນຕ້ອງໃຫ້ອາຫານເສີມເພື່ອຊົດເຊີຍຈຳນວນອາຫານທີແມ່ງົວກິນນ້ອຍລົງ ຖ້າໃຫ້ອາຫານພະລັງງານບໍ່ພຽງພໍຈະມີຜົນເຮັດໃຫ້ອັດຕາການປະສົມພັນຕໍ່າ ອັດຕາການຕາຍຂອງລູກງົວເມື່ອເກີດ ແລະ ຢ່ານົມສູງ, ນ້ຳໜັກລູກງົວເມື່ອເກີດ ແລະ ຢ່ານ້ຳນົມຕໍ່າ ດັ່ງນັ້ນຄວນແຍກລ້ຽງຕ່າງຫາກ ໃຫ້ງົວໄດ້ກິນອາຫານຄຸນນະພາບດີ ແລະ ເຮັດໃຫ້ແມ່ງົວຟື້ນຕົວຫຼັງເກີດໄດ້ໄວຂຶ້ນ.

ການເກີດລູກ

ກ່ອນເກີດລູກ 1 ອາທິດ ຄວນແຍກແມ່ງົວໃຫ້ຢູ່ໃນຄອກທີ່ສະອາດ ມີເຟືອງ ຫຼື ຫຍ້າແຫຼ້ງຮອງພື້ນ, ຖ້າຢູ່ທົ່ງຫຍ້າກາງແຈ້ງ ຄວນເປັນທົ່ງຫຍ້ງທີ່ໜາແໜ້ນ ແລະ ສະອາດສາມາດຮັກສາແມ່ງົວໄດ້ງ່າຍ. ປົກກະຕິແມ່ງົວຈະຖືພາສະເລ່ຍ 285-291 ວັນ, ຖ້າເກີນກຳນົດ 10 ວັນຕ້ອງໄດ້ສັງເກດ ແລະ ເບີ່ງແຍງຢ່າງໃກ້ສິດ. ເມື່ອລູກງົວຈະເກິດ ມັນຈະເອົາຂາໜ້າອອກມາກ່ອນແລ້ວຕາມດ້ວຍດັງ, ປາກ, ຫົວ ເຊິ່ງຢູ່ລະຫວ່າງຂາໜ້າທັ້ງ 2 ຂາ, ທີ່ອອກມາຢູ່ໃນທ່າຊື່, ຖ້າອອກມາໃນທ່າອື່ນອາດຈະເປັນທ່າຜິດປົກກະຕິດຕ້ອງໃຫ້ຄວາມຊ່ວຍເຫຼືອ, ຄວນໃຫ້ສັດຕະວະແພດເປັນຜູ້ດຳເນີນການເກີດຢ່າງປອດໄພ.

ແມ່ງົວສ່ວນຫຼາຍບໍ່ຈຳເປັນຕ້ອງຊ່ວຍໃນການເກີດ ຄວນຢູ່ຫ່າງໆ, ບໍ່ຄວນລົບກວນແມ່ງົວ, ແມ່ງົວຄວນເກິດລູກພາຍໃນ 2 ຊົ່ວໂມງ ຫຼັງຈາກຖົງນ້ຳຄໍ້າປະກົດອອກມາ ຫາກຊ້າກວ່ານີ້ຄວນໃຫ້ການຊ່ວຍເຫຼືອ, ຫາກບໍ່ເກີດພາຍໃນ 5 ຊົ່ວໂມງ, ລູກໃນທ້ອງຈະຕາຍ ຫຼັງຈາກ 8-12 ຊົ່ວໂມງ. ຖ້າແຮ່ນ້ອງງົວຍັງບໍ່ອອກມາສະແດງວ່າຄ້າງຢູ່ໃນ, ຕ້ອງໃຫ້ສັດຕະວະແພດມາລ້ວງອອກ ແລະ ຮັກສາຕໍ່ໄປ.

ການປະກອບສ່ວນ