ການຖືພາ ແລະ ການເບີ່ງແຍງ

ຫຼັງຈາກງົວໄດ້ຮັບການປະສົມພັນຕິດແລ້ວ, ຈະຖືພາ 284-291 ວັນ, ຜູ້ລ້ຽງຄວນຈົດບັນທຶກວັນທີ່ປະສົມພັນ ແລ້ວປະມານ 21 ວັນຫຼັງຈາກ ປະສົມພັນແລ້ວ ຕ້ອງສັງເກດວ່າແມ່ງົວກັບມາຕົກເຫີນຂາວອີກຫຼືບໍ່, ຫາກຕົກນ້ຳເມືອກອີກສະແດງວ່າການປະສົມພັນບໍ່ສຳເລັດຜົນ, ຕ້ອງໄດ້ປະສົມພັນອີກ, ຖ້າບໍ່ມີອາການຫຍັງກໍ່ຕ້ອງຕິດຕາມທຸກໆ 21 ວັນ, ຄວນສັງເກດອີກເພື່ອໃຫ້ເກີດຄວາມໜັ້ນໃຈຫຼາຍຂຶ້ນ.

ການກວດທ້ອງເພື່ອເບີ່ງວ່າແມ່ງົວຈະໄດ້ຮັບການປະສົມພັນຕິດຈົນຖືພາ ຫຼື ບໍ່ ສາມາດເຮັດໄດ້ໂດຍການຄຳເບີ່ງມົດລູກ ຫຼື ຮັງໄຂ່ທາງທະວານໜັກ ຕັ້ງແຕ່ແມ່ງົວຕັ້ງທ້ອງໄດ້ 2-3 ເດືອນຂຶ້ນໄປ, ຕ້ອງໃຊ້ຜູ້ທີ່ມີຄວາມສາມາດ ແລະ ມີປະສົບການເປັນຜູ້ກວດໃຫ້ເທົ່ານັ້ນ, ໃນປະຈຸບັນອາດໃຊ້ວິທີກວດຫາລະດັບຮໍໂມນໃນເລືອດ   ຫຼື ໃນນ້ຳນົມກໍ່ສາມາດບອກໄດ້ວ່າຖືພາ ຫຼື ບໍ່, ແຕ່ວິທີນີ້ຕ້ອງອາໄສຫ້ອງທົດລອງໃນການກວດຈື່ງຍັງບໍ່ເໝາະສົມໃນການນຳໄປໃຊ້ກັບສະພາບການລ້ຽງງົວທົ່ວໄປ, ແມ່ງົວທີ່ບໍ່ຖືພາຄວນຄັດອອກແລ້ວເອົາງົວແມ່ຮາມທີ່ປະສົມພັນຕິດໄວແທນ.

ການປະກອບສ່ວນ