ການລ້ຽງລູກງົວແຕ່ເກິດເຖິງເຊົານົມ
ການເບີ່ງແຍງດູແລ
ເມື່ອລູກງົວເກີດຄວນໃຫ້ຄວາມຊ່ວຍເຫຼືອ, ໂດຍເຊັດຕົວໃຫ້ແຫ້ງ, ອາບນ້ຳເມືອກບໍລິເວນປາກ ແລະ ດັງອອກໃຫ້ໝົດ, ຈັບຂາຫຼັງຍົກໃຫ້ລູກງົວເພື່ອໃຫ້ນ້ຳເມືອກອອກຈາກປາກ ແລະ ດັງ ເພື່ອໃຫ້ງົວນ້ອຍຫາຍໃຈໄດ້ສະດວກຂຶ້ນ. ເມື່ອງົວນ້ອຍຢືນໄດ້ໃຫ້ໃຊ້ດ້າຍມັດສາຍແຮສະບືໄວ້ ໂດຍໃຫ້ຫ່າງຈາກໜ້າທ້ອງປະມານ 3 ຊັງຕີແມັດ, ໃຊ້ມີດຕັດທີສະອາດ, ເມື່ອຕັດແລ້ວໃຫ້ໃຊ້ຢາທິງເຈີຣ໌ໄອໂອດິນທາສະບື, ຄອຍເບີ່ງງົວນ້ອຍໃຫ້ໄດ້ກິນນົມແມ່ໃຫ້ໄດ້ໄວທີ່ສຸດ. ເພາະນ້ຳຫົວນົມທຳອິດຈະເປັນນ້ຳນົມທີ່ມີຄຸນຄ່າທາງໂພຊະນາການສູງ ແລະ ມີພູມຄຸ້ມກັນພະຍາດຈາກແມ່ຖ່າຍທອດມາສູ່ລູກ, ຫາກງົວນ້ອຍບໍ່ສາມາດດູດນົມກິນເອງໄດ້ຄວນຮີດນົມຈາກແມ່ມາປ້ອນໃຫ້ລູກກິນຈົນແຂງແຮງ, ບໍ່ປ່ອຍໃຫ້ແມ່ ແລະ ລູກປ່ອຍໄປຕາມຝູງ. ຄວນຈັດຫາອາຫານ ແລະ ນ້ຳດຶ່ມກັກໄວ້ແຍກຕ່າງຫາກຈາກຝູງຈົນກວ່າລູກງົວແຂງແຮງດີ ແລ້ວຈື່ງປ່ອຍຕາມຝູງ, ການປະຕິບັດລ້ຽງລູກງົວດັ່ງລຸ່ມນີ້:
1.    ຄວນເຮັດນ້ຳເບີຂອງງົວນ້ອຍເກິດໃໝ່ ເພື່ອບໍ່ໃຫ້ຫຼົງຈຳນວນ ແລະ ຄວນຊັງນ້ຳໜັກງົວນ້ອຍເກີດໃໝ່.
2.    ເມື່ອງົວນ້ອຍໄດ້ 3 ອາທິດ ຄວນຖ່າຍແມ່ທ້ອງຕົວກົມ ແລະ ຖ່າຍຊໍ້າອີກເມື່ອອາຍຸ 6 ອາທິດ.
3.    ສີດວັກຊິນປ້ອງກັນພະຍາດແທ້ງລູກໃຫ້ລູກງົວເພດແມ່ອາຍຸ 3-8 ອາທິດ, ສີດວັກຊິນໃຫ້ລູກງົວເພດແມ່ທຸກໂຕເມື່ອອາຍຸໄດ້ 4 ເດືອນ ແລະ ວັກຊິນພະຍາດປາກເປື່ອຍລົງເລັບ.

ການໃຫ້ອາຫານເສີມລູກງົວ
ລູກງົວຈະເລີ້ມຫັດກິນຫຍ້າ ແລະ ອາຫານເມື່ອອາຍຸປະມານ 2-3 ເດືອນ, ລູກງົວທີ່ກິນຫຍ້າ ແລະ ອາຫານໄດ້ໄວກໍ່ຈະເຕິບໂຕໄດ້ເຕັມທີ, ການໃຫ້ອາຫານເສີມຈະເຮັດໃຫ້ລູກງົວໃຫຍ່ໄວຂຶ້ນ, ລູກງົວອາຍຸຫຼາຍກວ່າ 3 ເດືອນ ຄວນເພີ້ມອາຫານໃຫ້ເທື່ອລະນ້ອຍ ແລະ ຄ່ອຍໆ ເພີ້ມຂຶ້ນຫຼັງຈາກທີລູກງົວທູກໂຕເລີ່ມກິນອາຫານ ແຕ່ຖ້າລູກງົວມີຂະໜາດຕ່າງກັນ ອາດຈຳເປັນຕ້ອງແຍກກຸ່ມລູກງົວຕາມຂະໜາດທີ່ໃຫ້ອາຫານລູກງົວເພື່ອໃຫ້ກິນອາຫານໄດ້ທົ່ວເຖິງ ໂດຍເຮັດເປັນປ່ອງໃຫ້ລູກງົວຕາມຂະໜາດໂຕເຂົ້າໄປກິນອາຫານໄດ້ 40-45 ຊັງຕິແມັດ, ຮາງໃຫ້ອາຫານປະມານ 30 ຊັງຕິແມັດ ຕໍ່ 3 ໂຕ, ໃຫ້ອາຫານເສີມປະມານ8 ກິໂລຕໍ່ໂຕ.

ການເຊົານົມ
ຜູ້ລ້ຽງງົວໂດຍທົ່ວໄປມັກປ່ອຍໃຫ້ລູກງົວຢູ່ກັບແມ່ຈົນໂຕໃຫຍ່ ຫຼື ແມ່ຈົນກວ່າເກິດລູກໃໝ່. ການເຊົານົມເປັນສີ່ງຈຳເປັນສຳລັບແມ່ງົວເພື່ອໃຫ້ສຸຂະພາບສົມບູນ ແລະ ສາມາດຖືພາອີກຄັ້ງ, ຖ້າລູກງົວທີ່ຄົບກຳນົດ 6 ເດືອນແລ້ວຄວນໃຫ້ເຊົານົມໄດ້, ເພາະແມ່ງົວຕ້ອງສະສົມອາຫານເພື່ອໃຫ້ລູກໃນທ້ອງເກີດມາສົມບູນ. ແຕ່ຄວນຄຳນືງເຖິງລູກງົວ ແລະ ແມ່ງົວນຳ, ເມື່ອຢ່ານົມເມື່ອອາຍຸປະມານ 200 ວັນ, ຄວນໄດ້ນ້ຳໜັກປະມານ 180 ກິໂລ. ຫາກແມ່ງົວຈ່ອຍເກີນໄປບໍ່ສາມາດລ້ຽງລູກໄດ້ຕໍ່ໄປຄວນໃຫ້ລູກເຊົານົມກ່ອນກຳນົດໄດ້ ລູກງົວທີຂົນຟູ ສະແດງວ່າແມ່ມີນົມບໍ່ພໍລ້ຽງລູກ, ຄວນຮີບໃຫ້ລູກເຊົານົມ ແລະ ນຳມາລ້ຽງລູກດ້ວຍອາຫານເສີມ ຫຼື ຫຍ້າອ່ອນ. ການເຊົານົມລູກງົວອາຍຸຕໍ່າກວ່າ 5 ອາທິດ ຈະຕ້ອງໃຫ້ອາຫານນົມ ແລະ ອາຫານແທນນົມແບບດຽວກັບມາລ້ຽງລູກງົວ.
ລູກງົວທີ່ບໍ່ແຂງແຮງອາດຈະເຊົານົມຊ້າ ໂດຍໃຫ້ຢູ່ກັບແມ່ໄປຈົນເຖິງອາຍຸ 9 ເດືອນ, ເມື່ອເຊົານົມແລ້ວຄວນແນ່ໃຈວ່າມີອາຫານໃຫ້ລູກງົວກິນຢ່າງພຽງພໍ ຖ້າຍັງບໍ່ພ້ອມກໍ່ບໍ່ຄວນໃຫ້ເຊົານົມ, ໄລຍະເຊົານົມ ແລະ ຫຼັງເຊົານົມຄວນມີອາຫານຄຸນນະພາບດີໃຫ້ລູກງົວກິນຢ່າງພຽງພໍ.
ເຊົານົມໂດຍການແຍກລູກງົວອອກຈາກແມ່ ນຳໄປຂັງໃນຄອກທີ່ແຂງແຮງ ຄວນໃຫ້ແມ່ງົວຢູ່ໃນສວນຫຍ້າ ຫຼື ຄອກທີ່ມີຮົ້ວກັ້ນ ຊິ່ງຢູ່ໃກ້ກັນເປັນເວລາ 3-5 ວັນ ເພາະຫາກໃຫ້ໄປຢູ່ໄກແມ່ ອາດຈະເຮັດໃຫ້ແມ່ງົວແຫກຮົ້ວໄປຫາລູກ ຫຼັງຈາກ 3-5 ວັນ, ແມ່ງົວຈະເລີ້ມຍອມຮັບສະພາບ ແລະ ຄ່ອຍໆ ຫ່າງໄປຈົນສາມາຕ້ອນທົ່ງ ຫຼື ຄອກທີ່ຫ່າງໄກໄດ້.
ຂັງລູກງົວໄວ້ໃນຄອກປະມານ 7-10 ວັນ ໂດຍໃຫ້ກິນອາຫານເສີມ ແລະ ອາຫານຫຍາບຢ່າງເຕັມທີ ຄອກລູກງົວເຊົານົມຈະຕ້ອງຢູ່ຫ່າງຈາກຄອກແມ່ພັນ ໄລຍະນີ້ເປັນການຝືກໃຫ້ລູກງົວຄຸ້ນເຄີຍກັບອາຫານ, ແຮ່ທາດ. ການໄລ່ຕ້ອນ ເຊິ່ງຈະມີຄວາມສຳຄັນໃນການໃຫ້ປະສົບການແກ່ງົວໄປຕະຫລອດທີ່ສຳຄັນກໍ່ຄື ຄວນລ້ຽງໃນທົ່ງຫຍ້າ ຫຼື ຄອກທີ່ມີຄວາມໜັ້ນຄົງແຂງແຮງບໍ່ໃຫ້ແມ່ໜີໄດ້, ຫາກລູກງົວສາມາດໝີໄດ້ຈະຕິດນິໄສໄປຕະຫຼອດ.

ການລ້ຽງລູກງົວຫຼັງເຊົານົມ
ຄັດລູກງົວທີ່ສາມາດເປັນພໍ່ແມ່ພັນໄດ້ ລ້ຽງໄວ້ເພື່ອໃຫ້ເປັນພັນ ຫຼື ຂາຍເຮັດເປັນພໍ່ພັນແມ່ພັນ, ລູກງົວທີ່ເກັບໄວ້ເຮັດພັນຄວນມີນ້ຳໜັກເມື່ອເຊົານົມ ຫຼື ຫຼາຍກວ່ານ້ຳໜັກເມື່ອເຊົານົມມາດຕະຖານຂອງງົວພັນນັ້ນໆ ແລະ ຄວນມີນ້ຳໜັກເຊົານົມເກິນຄ່າສະເລ່ຍຂອງຝູງ. ລູກງົວທີ່ເຫຼືອຈາການຄັດໄວ້ເຮັດພັນອາດເກັບໄວ້ລ້ຽງເປັນງົວຂຸນຂາຍ, ລູກງົວຊຸດນີ້ຄວນສັງເກດໃຫ້ດີ, ຄວນຄັດຕົວທີ່ນ້ອຍຈ່ອຍ ແລະ ລັກສະນະບໍ່ງາມອອກຂາຍເລີຍ.
ການໃຫ້ອາການຫຍາບ: ທີ່ສຳຄັນສຳຫຼັບລູກງົວ ຫຼື ຫຍ້າສົດ, ໂດຍສະເພາະມັນພັນຫຍ້າທີ່ໃຊ້ລ້ຽງສັດທົ່ວໄປເຊັ່ນ ຫຍ້າຣູຊີ່, ກິນນີສີມ່ວງ, ຫຍ້າຂົນ, ແພງໂກລ່າ, ເຮມິລ ແລະ ອື່ນໆ. ໃນລະດູຝົນມັກມີຫຍ້າສົດເກິນຄວາມຕ້ອງການຂອງງົວ ຈຶ່ງຄວນຖະນອມໄວ້ເປັນອາຫານສັດໃນລະດູແລ້ງ ໂດຍການເຮັດໃຫ້ອົບແຫ້ງ ຫຼື ຫຍ້າໝັກ.
ນອກຈາກຫຍ້າແລ້ວ ພືດຕະກູນຖົວຍັງເປັນພືດອາຫານສັດທີ່ມີຄຸນຄ່າທາງອາຫານສູງ ເຊັ່ນ: ຖົ່ວຮາມາຕ້າ, ແກຣມສະໄຕໂລ, ຄາວາລເດດ, ເຊນໂຕຣຊີມາ, ຊີຣາໂຕຣ, ກະຖິນ, ແຄຝຣັ່ງ, ຫຍ້າຍຸບ ແລະ ອື່ນໆ. ພືດຜັກທີ່ປູກສາມາດນຳມາລ້ຽງງົວໄດ້ເຊັ່ນ: ສາລີ, ເຟືອງເຂົ້າ ແລະ ອ້ອຍ.
ອາຫານເສີມ
ອາຫານເສີມໝາຍເຖິງອາຫານທີ່ມີຄວາມເຂັ້ມຂຸ້ນທາງໂພຊະນາການສູງ ໂດຍສະເພາະໂປຣຕິນ, ມີເປີເຊັນເສັ້ນໃຍອາຫານຕ່ຳ, ເມື່ອສັດກິນເຂົ້າໄປສາມາດຍ່ອຍໄດ້ງ່າຍ ຈຳແນກເປັນດັ່ງນີ້:
-    ອາຫານຊະນິດດຽວເຊັ່ນ: ຮຳ, ສາລິບົດ, ກາກຖົ່ວເຫຼືອງ, ກາກຖົ່ວດິນ, ກາກປາມ ແລະ ອື່ນໆ.
-    ອາຫານເສີມສຳເລັດຮູບ ໃຊ້ລ້ຽງເສີມກັບອາຫານຫຍາບ ສາມາດນຳມາໃຊ້ລ້ຽງງົວໄດ້ເລີຍ ໂດຍຜູ້ລ້ຽງບໍ່ຕ້ອງນຳວັດຖຸດິບຢ່ງອື່ນມາປະສົມອີກ, ອາດຢູ່ໃນຮູບອາຫານຝຸ່ນຜົງ ຫຼື  ອັດເມັດກໍ່ໄດ້. ສ່ວນຫຼາຍປະກອບດ້ວຍຮຳເຂົ້າ, ສາລີ, ກາກຖົ່ວເຫຼືອງ, ກາກຖົ່ວດິນ ຫຼື ກາກປາມ, ປາບົດ, ໃບກະຖິ່ນບົດ, ວິຕາມິນ ແລະ ແຮ່ທາດ
-    ຫົວອາຫານ ເປັນອາຫານທີ່ປະກອບດ້ວຍອາຫານໂປຕິນສູງປະສົມກັນເຊັ່ນ: ກາກຖົ່ວເຫຼືອງ, ກາກຖົ່ວດິນ, ປາບົດ, ໃບກະຖິນບົດ, ວິຕາມິນ ແລະ ເກືອແຮ່ທາດ. ເມື່ອຈະໃຊ້ຜູ້ລ້ຽງຈະຕ້ອງນຳວັດຖຸດິບຢ່າງອື່ນເຊິ່ງສ່ວນຫຼາຍເປັນວັດຖຸດິບອາຫານສັດທີ່ໃຊ້ພະລັງງານສູງທີ່ສາມາດຫາງ່າຍໃນທ້ອງຖິ່ນມາປະສົມຕາມສັດສ່ວນທີ່ຜູ້ຜະລິດຫົວອາຫານກຳນົດໄວ້ຈື່ງຈະໄດ້ຄຸນຄ່າທາງໂພຊະນາການທີ່ຕ້ອງການ, ວັດຖຸດິບທີ່ຕ້ອງນຳມາປະສົມເຊັ່ນ: ຮຳ, ສາລີ ແລະ ອື່ນໆ.
-    ອາຫານສຳເລັດຮູບ ທີເອັມອາ (Total Mixed Ration) ເປັນອາຫານປະສົມລະຫວ່າງອາຫານຫຍາບ ແລະ ອາຫານເສີມ, ສາມາດນຳໄປໃຊ້ລ້ຽງງົວໄດ້ເລີຍໂດຍບໍ່ຈຳເປັນຕ້ອງໃຫ້ອາຫານຫຍາບອິກ.

ການປະກອບສ່ວນ