ຫ່ານ / Domestic goose

ຊະນິດຮ່ວມ
ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Anser cygnoides domesticus (Linnaeus, 1758)
ຊື່ພ້ອງ
Anas cygnoides Linnaeus, 1758
Cycnopsis cygnoides (lapsus)
Cygnopsis cygnoides (Linnaeus, 1758)
ຊື່ອື່ນ
Chinese Name: 既指雁
Khmer: ក្ញាន
Vietnamese: Chọn ngỗng
ສະຖານະພາບການອະນຸລັກ
Vulnerable
ພັນລະນາລັກສະນະສັນຖານ

ພັນຈີນ: ພັນຈີນ ມີຢູ່ 2 ພັນຍ່ອຍທີ່ນິຍົມຄື: ພັນຈີນສີຂາວ ແລະ ພັນຈີນສີເທົາ ຮູບຮ່າງນ້ອຍກວ່າພັນອື່ນໆ, ມີອັດຕາການຈະເລີນເຕີບໃຫ່ຍໄວ, ເມື່ອໃຫຍ່ເຕັມທີ່ຈະມີນໍ້າໜັກປານກາງເຊິ່ງເໝາະສົມສຳລັບສົ່ງຂາຍຕະຫລາດ, ນໍ້າໜັກເມື່ອເປັນໜຸ່ມສາວ ໂຕຜູ້ຈະໜັກປະມານ 4,5 ກິໂລກຼາມ, ເມື່ອທຽບກັບພັນອື່ນໆແລ້ວ ຫ່ານພັນຈີນໃຫ້ໄຂ່ເມື່ອອາຍຸນ້ອຍ ແລະ ໃຫ້ໄຂ່ດີ ໂດຍສະເລ່ຍປະມານໂຕລະ 30-50 ໜ່ວຍຕໍ່ປີ. ເຊິ່ງເຄີຍມີລາຍງານອອກໄຂ່ສູງສຸດເຖິງປີລະ 132 ໜ່ວຍ ແລະ ນໍ້າໜັກໄຂ່ສະເລ່ຍໜ່ວຍລະ 150 ກຼາມ.

ພັນເອັນເດັນ: ມີແຫລ່ງກຳເນີດຈາກປະເທດເຢຍລະມັນ ຂົນມີສີຂາວບໍລິສຸດທັງໂຕ ເງົາງາມແຕ່ຂົນເບົາບາງ ຈຶ່ງແນມເບິ່ງຄືຕັ້ງຊີ້ຂື້ນໄປ, ມີລັກສະນະລຳໂຕຊື່ຂ້ອນຂ້າງໃຫ່ຍ ມີອັດຕາການຈະເລີນເຕີບໃຫ່ຍໄວ ສາມາດເຮັດໃຫ້ນໍ້າໜັກໂຕໄດ້ເຕັມທີ່ໃນໄລຍະເວລາອັນສັ້ນ ເໝາະສຳລັບການລ້ຽງໄວ້ເພື່ອຂາຍຊີ້ນ, ນໍ້າໜັກໂຕເມື່ອເປັນໜຸ່ມສາວ ໂຕຜູ້ໜັກປະມານ 9,1 ກິໂລກຼາມ, ໂຕແມ່ໜັກປະມານ 7,3 ກິໂລກຼາມ. ເມື່ອໃຫ່ຍເຕັມໄວ, ໂຕຜູ້ໜັກປະມານ 11,8 ກິໂລກຼາມ ແລະ ໂຕແມ່ໜັກປະມານ 9,1 ກິໂລກຼາມ. ອອກໄຂ່ໄດ້ດີສົມຄວນ ໂດຍສະເລ່ຍ ປະມານໂຕລະ 30-40 ໜ່ວຍຕໍ່ປີ.

ພັນໂທເລົາສ໌ (Toulouse): ມີແຫລ່ງກຳເນີດຈາກປະເທດຝຣັ່ງ ທາງພາກໃຕ້ຕາມຊື່ເມືອງໂທເລົາສ໌, ລັກສະນະຂອງຫ່ານພັນນີ້ຕຸ້ຍ
ໂຕໃຫ່ຍ, ມີຂົນບໍ່ຫລາຍ, ກາງຫລັງມີຂົນສີເທົາເຂັ້ມ ເຊິ່ງຈະຄ່ອຍໆຈາງລົງມາເລື້ອຍໆ, ໜ້າເອິກ ແລະ ທ້ອງມີແຖບເປັນຂອບສີຂາວ,ຕາສີນໍ້ຕານເຂັ້ມ ຫລື ນໍ້າຕານແດງ. ປາກສີສົ້ມອ່ອນໆ, ແຄ່ງ ແລະ ຂໍ້ຕີນມີສີສົ້ມປົນແດງ, ສ່ວນຂາລຸ່ມ ແລະ ເລັບຕີນ ມີສີແສດເຂັ້ມ, ນໍ້າໜັກໂຕເມື່ອເປັນໜຸ່ມສາວ ໂຕຜູ້ໜັກປະມານ 9,1 ກິໂລກຼາມ, ໂຕແມ່ໜັກປະມານ 7,3 ກິໂລກລາມ, ສ່ວນນໍ້າໜັກເມື່ອໃຫຍ່ເຕັມໄວ ໂຕຜູ້ໜັກປະມານ 11,8 ກິໂລກຼາມ, ໂຕແມ່ໜັກປະມານ 9,1 ກິໂລກຼາມ ເຊິ່ງທຽບກັບຫ່ານພັັນເອັນເດັນແລ້ວຈະມີຂະໜາດເທົ່າໆກັນ ການໃຫ້ໄຂ່ສະເລ່ຍປະມານໂຕລະ 34 ໜ່ວຍຕໍ່ປີ.

ພັນພິລກຣິມ: ເປັນຫ່ານພັນມີຂົນສີແຕກຕ່າງກັນລະຫວ່າງໂຕຜູ້ ແລະ ໂຕແມ່, ເມື່ອອາຍຸ 1 ວັນ ໂຕຜູ້ຈະມີສີຄາມຈາງໆຢູ່ທາງຂວາ, ສ່ວນໂຕແມ່ສີເທົາ ພໍໃຫ່ຍຂຶ້ນໂຕຜູ້ຈະມີສີຂາວເຕັມໂຕ, ແຕ່ໂຕແມ່ມີສີເທົາປົນຂາວ ລັກສະນະຮູບຮ່າງຢູ່ໃນຂະໜາດກາງໆ, ນໍ້າໜັກເມື່ອເປັນໜຸ່ມສາວ ໂຕຜູ້ໜັກປະມານ 5,5 ກິໂລກຼາມ, ໂຕແມ່ໜັກປະມານ 4,5 ກິໂລກຼາມ, ເມື່ອໃຫ່ຍເຕັມໄວ, ໂຕຜູ້ໜັກປະມານ 6,5 ກິໂລກຼາມ ແລະ ໂຕແມ່ໜັກປະມານ 5,9 ກິໂລກຼາມ, ການໃຫ້ໄຂ່ຢູ່ໃນເກນຕໍ່າ ສະເລ່ຍປະມານໂຕລະ 23-39 ໜ່ວຍຕໍ່ປີ.

ພັນອາຟິກາ: ພັນອາຟິກາ ເປັນຫ່ານຮູບຮ່າງງາມ ມີກ້ອນຕຸ່ມຂະໜາດໃຫຍ່ສີດຳ ເຫັນໄດ້ຊັດເຈນເທິງຫົວ, ລັກສະນະລຳໂຕຍາວ ຫົວສີນໍ້າຕານອ່ອນ ຈະງອຍປາກເປັນສີດຳ, ຈົນບໍລິເວນປີກ ແລະ ຫລັງສີເທົາອ່ອນປົນນໍ້າຕານ, ຂົນຄໍ ແລະ ເອິກສີດຽວກັນ ແຕ່ອ່ອນກວ່າໜ້ອຍໜື່ງ, ຂົນກ້ອງລຳໂຕມີສີອ່ອນກວ່າຂົນຢູ່ບ່ອນເອິກຈົນເກືອບຈະເປັນສີຂາວ, ແຄ່ງ ແລະ ຕີນສີສົ້ມເຂັ້ມ, ນໍ້າໜັກເມື່ອເປັນໜຸ່ມສາວ ໂຕຜູ້ໜັກປະມານ 7,3 ກິໂລກຼາມ, ໂຕແມ່ 6,4 ກິໂລກຼາມ, ເມື່ອໃຫ່ຍເຕັມໄວ ໂຕຜູ້ໜັກປະມານ 9,1 ກິໂລກຼາມ, ໂຕແມ່ໜັກປະມານ 8,2 ກິໂລກຼາມ.

ພັນການາດາ: ພັນການາດາ ເປັນຫ່ານປ່າທີ່ມີຖິ່ນຖານຢູ່ທາງອາເມລິກາເໜືອ ຮູບຮ່າງຂ້ອນຂ້າງນ້ອຍ, ລຳໂຕຍາວ, ຫົວມີສີດຳ, ມີຄາດສີເທົາ ຫລື ຂາວເທິງໜ້າ, ທັງສອງຂ້າງຄໍສີດຳ, ຫລັງສີດຳປົນເທົາ, ຂົນປີກມີສີດຳປົນເທົາອ່ອນ ແລະ ມີຂະໜາດຍາວໃຫຍ່, ການຈະເລີນເຕີບໃຫຍ່ຊ້າ ແລະ ໃຫ້ໄຂ່ໜ້ອຍ, ເມື່ອເປັນຫນຸ່ມສາວ ໂຕຜູ້ໜັກ 4,5 ກິໂລກຼາມ, ໂຕແມ່ໜັກ 3,6 ກິໂລກຼາມ, ເມື່ອໃຫ່ຍເຕັມທີ່ ໂຕຜູ້ໜັກປະມານ 5,5 ກິໂລກຼາມ, ໂຕແມ່ໜັກປະມານ 4,5 ກິໂລກຼາມ.
ພັນອິຢິບຊຽນ: ພັນອິຢິບຊຽນເປັນຫ່ານຂະໜາດນ້ອຍ ລຳໂຕຂ້ອນຂ້າງຍາວ ນ້ອຍ ຈະງອຍປາກສີມ່ວງອົມແດງ, ຫົວສີດຳປົນເທົາ ມີຈຸດສີນໍ້າຕານອົມແດງ, ລຳໂຕສ່ວນເທິງມີສີເທົາປົນດຳ, ສ່ວນລຸ່ມສີເຫຼືອງເປັນລາຍໆສະຫຼັບສີດຳ, ແຄ່ງ ແລະ ຕີນ ສີເຫຼືອງອອກແດງ.

ບັນຍາຍການນຳໃຊ້

ປະໂຫຍດຂອງການລ້ຽງຫ່ານ
   1. ລ້ຽງງ່າຍ ໃຫ່ຍໄວ ເມື່ອລູກຫ່ານ ອາຍຸໄດ້ 10 ວັນຂຶ້ນໄປ ເປີເຊັນການລ້ຽງລອດປະມານ 80%, ການຕາຍມັກຈະເກີດຂຶ້ນໃນຊ່ວງອາທິດທຳອິດ ອາດຈະເນື່ອງມາຈາກອ່ອນແອ ຫຼື ຖືກເເມ່ເຕັງ, ໃຊ້ເວລາລ້ຽງສົ່ງຕະຫລາດ ສັ້ນ ອາຍຸປະມານ 15 ອາທິດກໍ່ສາມາດບໍລິໂພກໄດ້.
   2. ການລົງທຶນຕໍ່າ ເນື່ອງຈາກຫ່ານສາມາດຈະເລີນເຕີບໃຫ່ຍໄດ້ດີ ໂດຍອາໃສຫຍ້າຢ່າງດຽວ, ຍົກເວັ້ນໃນຊ່ວງແລກເກີດໄລຍະທຳອິດເທົ່ານັ້ນ ທີ່ຕ້ອງຈັດຫາອາຫານປະສົມໃຫ້ລູກຫ່ານກິນນຳ.
   3. ລ້ຽງໄດ້ໃນພື້ນທີ່ຫລາກຫລາຍ ຂໍພຽງແຕ່ມີບ່ອນກັນແດດກັນຝົນກໍ່ພຽງພໍແລ້ວ
   4. ຊ່ວຍເຮັດໃຫ້ພື້ນທີ່ສະອາດ ຫ່ານສາມາດກິນຫຍ້າ ຫຼື ວັດສະພືດຕ່າງໆ ໄດ້ເປັນຢ່າງດີ ຈຶ່ງຊ່ວຍເຮັດໃຫ້ບໍລິເວນທີ່ລ້ຽງສະອາດ.
   5. ມູນຫ່ານໃຊ້ເປັນຝຸ່ນສຳລັບໃສ່ຕົ້ນໄມ້ ແລະ ພຶດຜັກກໍ່ໄດ້.
   6. ບໍ່ເປື້ອນ ແລະ ບໍ່ມີກິ່ນເໝັນ.
   7. ຊ່ວຍເຝົ້າເຮືອນ ແລະ ປ້ອງກັນສັດຮ້າຍໃນບໍລິເວນເຮືອນ ເຊັ່ນ: ແມງເງົາ, ຂີ້ເຂັບ ແລະ ງູ ເປັນຕົ້ນ.

ການປະກອບສ່ວນ