ການລ້ຽງຫ່ານພັນ ແລະ ຫ່ານກຳລັງໄຂ່
ຫ່ານຈະເລີ່ມອອກໄຂ່ເມື່ອອາຍຸປະມານ 165 ວັນ ຫຼື ປະມານ 5 ເດືອນເຄິ່ງຂື້ນໄປ ຊຶ່ງຕາມທຳມະຊາດແລ້ວເມື່ອຫ່ານຈະເລີ່ມອອກໄຂ່ ແມ່ຫ່ານຈະຫາຮັງໄຂ່ເອງ, ສະນັ້ນຈຶ່ງຈຳເປັນຕ້ອງເຮັດຮັງໄຂ່ໃຫ້ ຊຶ່ງອາດຈະເຮັດໄດ້ຫຼາຍແບບເຊັ່ນ: ເຮັດເປັນຫ້ອງໆຄືຮັງໄຂ່ສຳລັບເປັດ ຫຼື ໄກ່ ຫ້ອງລະ 1 ໂຕ ຄວນມີຂະໜາດຢ່າງໜ້ອຍ 18 ນິ້ວ, ເລິກ 20 ນິ້ວ, ສູງ 40 ນິ້ວ ຫຼື ອາດຈະເຮັດເປັນຮັງໄຂ່ຕາມຍາວໂດຍບໍ່ຕ້ອງແບ່ງເປັນຫ້ອງກໍ່ໄດ້ ພ້ອມທັງມີແນວຮອງພື້ນທີ່ສະອາດຮອງໄວ້ໜາພໍສົມຄວນ ເພື່ອໄຂ່ຈະໄດ້ສະອາດຢ່າງນ້ອຍຈະຕ້ອງມີຮັງໄຂ່ 1 ຮັງສຳລັບ ຫ່ານ 5-6 ໂຕ, ຫ່ານຈະໃຫ້ໄຂ່ເປັນຊຸດໆ ໃນປີໜື່ງໂດຍສະເລ່ຍປະມານ 3-4 ຊຸດ ແຕ່ອາດໃຫ້ໄຂ່ຕັ້ງແຕ່ 1-7 ຊຸດ, ຊຸດໜື່ງຈະໄດ້ໄຂ່ປະມານ 7- 10 ໜ່ວຍ ແຕ່ບາງຄັ້ງອາດໄດ້ 9-12 ໜ່ວຍ, ຊຶ່ງການໃຫ້ໄຂ່ຊຸດທີ່ສອງ ຈະໃຫ້ໄຂ່ຫລາຍກວ່າຊຸດອື່ນໆ ແລະ ແຕ່ລະຊຸດຈະໃຊ້ເວລາປະມານ 10-15 ວັນ ໂດຍມີຊ່ວງຫ່າງລະຫວ່າງຊຸດທຳອິດກັບຊຸດທີ່ສອງຕັ້ງແຕ່ 26 -71 ວັນ, ໂດຍຊ່ວງຫ່າງລະຫວ່າງຊຸດທຳອິດຈະຫ່າງຫຼາຍ ແລະ ຊຸດຕໍ່ໆໄປຈະສັ້ນລົງເລື້ອຍໆ, ໄລຍະທຳອິດໄຂ່ຫ່ານຈະມີຂະໜາດນ້ອຍເທົ່າໆກັບໄຂ່ເປັດ ຕໍ່ໄປຈະມີຂະໜາດໃຫ່ຍຂຶ້ນເມື່ອອາຍຸການໃຫ້ໄຂ່ຄົບປີ, ໂດຍສະເລ່ຍໄຂ່ຫ່ານຈະມີນໍ້າໜັກປະມານໜ່ວຍລະ 155,6 ກຼາມ ປົກກະຕິແລ້ວຫ່ານຈະໃຫ້ໄຂ່ວັນເວັ້ນວັນ ແຕ່ມີບາງໂຕໃຫ້ໄຂ່ສອງ ຫຼື ສາມວັນຕິດຕໍ່ກັນ ແລ້ວຈຶ່ງຢຸດໄຂ່ວັນໜື່ງ ຫຼື ຫຼາຍວັນ ແລະ ຫ່ານຈະໃຫ້ໄຂ່ຕອນທ່ຽງ, ການເກັບໄຂ່ວັນລະຫຼາຍຄັ້ງຈະຊ່ວຍບໍ່ໃຫ້ແມ່ຫ່ານນັ່ງກົກໄຂ່ ແລະ ຢຸດໄຂ່ໄວເກີນໄປ ການອອກໄຂ່ຂອງຫ່ານໃນປີທີ່ສອງ ຈະອອກໄຂ່ຈຳນວນຫຼາຍກວ່າໃນປີທຳອິດ ແລະ ໜ່ວຍໃຫ່ຍກວ່າ ເຖິງແມ່ນວ່າເປີເຊັນຂອງໄຂ່ມີເຊື້ອຈະຫຼຸດລົງເມື່ອຫ່ານມີອາຍຸຫຼາຍຂຶ້ນກໍ່ຕາມ, ແຕ່ການຟັກອອກຂອງໄຂ່ຫ່ານທີ່ມີເຊື້ອຈະມີເປີເຊັນເພີ່ມຂຶ້ນໃນປີທີ່ສອງ ຫຼັງຈາກ 2-3 ປີໄປແລ້ວ ການໃຫ້ໄຂ່ຈະຫຼຸດລົງເລື້ອຍໆ ໃນປີຕໍ່ໆໄປ ແຕ່ກໍ່ມີແມ່ຫ່ານບາງໂຕ ສາມາດໃຫ້ໄຂ່ໄດ້ດີເຖິງແມ່ນວ່າອາຍຸຈະຄົບ 10 ປີແລ້ວກໍ່ຕາມ ແລະ ບາງຄັ້ງເຖິງແມ່ນວ່າຈະມີອາຍຸຫຼາຍກວ່ານັ້ນກໍ່ຍັງສາມາດໃຫ້ໄຂ່ໄດ້ດີ ໃນຊ່ວງທີ່ຫ່ານກຳລັງໃຫ້ໄຂ່ໃຊ້ອາຫານໄກ່ໄຂ່ ຫຼື ອາຫານປະສົມເອງທີ່ມີໂປຕິນປະມານ 15-17% ໃຫ້ກິນວັນລະ 2 ຄັ້ງ, ວັນລະປະມານ 250-300 ກຼາມຕໍ່ໂຕ ສ່ວນຫ່ານທີ່ລ້ຽງໄວ້ເຮັດພັນ ຫຼັງຈາກພົ້ນຊ່ວງເປັນຫ່ານຮາມແລ້ວ ກໍ່ພິຈາລະນາຄັດເລືອກຫ່ານທີ່ມີລັກສະນະດີນຳມາໃຊ້ລ້ຽງເພື່ອຂະຫຍາຍພັນຕໍ່ໄປ.

ການປະກອບສ່ວນ